ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງບໍ່ແກ້ວ ຈູດທຳລາຍສານເສບຕິດຂະໜາດໃຫຍ່
ເວລາອອກຂ່າວ: 2020-10-13 08:28:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ເນື່ອງໃນໂອກາດ ສະເຫຼີມ ສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ ຄົບຮອບ 19 ປີ 12 ຕຸລາ 2001-12 ຕຸລາ 2020 ກອງບັນຊາການ ປກສ ແຂວງບໍ່ ແກ້ວ, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີຈູດ ທໍາລາຍຢາເສບຕິດ ຂຶ້ນຢູ່ທີ່ເດີນ ສະໜາມບິນແຂວງ ໃນວັນທີ 12 ຕຸລາ ນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ຈອມສີ ລັດຕະນະປັນ ຮອງ ເລຂາພັກແຂວງ, ປະທານ ກຄສ ແຂວງ, ມີບັນດາຄະນະປະຈໍາພັກ ແຂວງ, ກອງບັນຊາການທະຫານ ແຂວງ, ຕຳຫຼວດແຂວງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ອິນສົມ ທໍາລະສິນ ເລຂາຄະນະພັກ ຫົວ ໜ້າກອງບັນຊາການ ປກສ ແຂວງ, ຄະນະກໍາມະການກວດກາ, ຄຸ້ມ ຄອງ ແລະ ທໍາລາຍຢາເສບຕິດ ແຂວງໄດ້ມີຄໍາເຫັນວ່າ: ປັດຈຸ ບັນນີ້ ສັງຄົມໃນທົ່ວໂລກມີຄວາມ ສັບສົນວຸ້ນວາຍເຮັດໃຫ້ປະເທດ ຕ່າງໆ ໃນທົ່ວໂລກລວມທັງ ສປປ ລາວ ເວົ້າລວມ, ເວົ້າສະ ເພາະພາຍໃນແຂວງບໍ່ແກ້ວ ກຳ ລັງພົບພໍ້ກັບບັນຫາສິ່ງເສບຕິດ ເຂົ້າມາຄອບງໍາ ກໍໃຫ້ເກີດມີຜູ້ຊື້, ຜູ້ຂາຍ, ຜູ້ຊົມໃຊ້ຢາເສບຕິດ ແລະ ເປັນບັນຫາໜຶ່ງທີ່ພາໃຫ້ເກີດມີ ປະກົດການຫຍໍ້ທໍ້ ໃນສັງຄົມ , ມີທ່າ ອ່ຽງຂະຫຍາຍຕົວຢ່າງໄວວາ ແລະ ແຜ່ລະບາດເປັນວົງກວ້າງ, ໃນໄລຍະ 1 ປີຜ່ານມາ, ພວກເຮົາ ສາມາດມ້າງຄະດີຢາເສບຕິດໄດ້ ຈຳນວນ165 ເລື່ອງ; ກັກຜູ້ ຕ້ອງຫາຈໍານວນ 235 ຄົນ, ຍິງ 32 ຄົນ, ຕ່າງປະເທດ 38 ຄົນ ແລະ ຢຶດເຄື່ອງຂອງກາງໄດ້ຢາ ບ້າຈໍານວນ 1.242.042 ເມັດ, ເຮໂລອິນ 82 ແທ່ງ, ຢາໄອສ໌ 622 ຫໍ່, ຢາຝິ່ນ 2 kg, ສານເຄມີ 30 ໂຕນ, ປະເພດແປ້ງຝຸ່ນຕ່າງໆ ຈໍານວນ 07 ຖົງ. ລົດໃຫຍ່ 14 ຄັນ, ຝຸ່ນແປ້ງສີຂາວຈໍານວນ 400 ເປົາ, ນໍ້າໜັກ: 10 ໂຕນ, ລົດຈັກ 46 ຄັນ. ໃນປີຜ່ານມາໄດ້ລົງໂຄສະນາ ເຜີຍແຜ່ຜົນຮ້າຍໄພອັນຕະລາຍ ຂອງຢາເສບຕິດຢູ່ບັນດາບ້ານ ແລະ ໂຮງຮຽນຈໍານວນ 02 ຄັ້ງ, ມີ 46 ບ້ານ ແລະ 15 ໂຮງຮຽນ, ມີຜູ້ເຂົ້າຮ່ວມທັງໝົດຈໍານວນ 6.159 ຄົນ, ຍິງ 2.494 ຄົນ ແລະ ຍັງໄດ້ບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບຂອງຜູ້ຕິດຢາ ເສບຕິດ ປະເພດຢາບ້າຈໍານວນ 160 ຄົນ, ຍິງ 03 ຄົນ. ສຳລັບຢາ ເສບຕິດທີ່ນໍາມາຈູດທໍາລາຍໃນມື້ ນີ້ ແມ່ນໄດ້ດໍາເນີນຄະດີຕາມຂັ້ນຕອນຖືກຕ້ອງຕາມລະບຽບກົດ ໝາຍ ແລະ ຖືກສານປະຊາຊົນ ແຂວງບໍ່ແກ້ວຕັດສິນຢ່າງເດັດ ຂາດມີຢາເສບຕິດທີ່ມີເຈົ້າກໍາ ປະກອບມີ: ຢາບ້າຈໍານວນ 6.579.131 ເມັດ, ເຮໂລອິນ 260 ແທ່ງ ແລະ 12 ຖົງນ້ອຍ, ຢາໄອສ໌ 362 ຫໍ່ ແລະ 25 ຫຼອດ ນ້ອຍ, ເຄຕາມິນຈໍານວນ 11 ຖົງນ້ອຍ, ຢາເສບຕິດທີ່ບໍ່ມີເຈົ້າ ກໍາປະກອບມີ: ຢາບ້າຈໍານວນ 4.982.845 ເມັດ, ຢາໄອສ໌ ຈໍານວນ 643 ຫໍ່ ແລະ 01 ຖົງນ້ອຍ, ເຮໂລອີນ 04 ແທ່ງ, ຝຸ່ນແປ້ງສີຂາວ ຈໍານວນ 400 ເປົາ, ນໍ້າໜັກ 10 ໂຕນ.ລວມທັງໝົດຢາບ້າ ຈໍານວນ: 11.561.975 ເມັດ, ເຮໂລອິນ 264 ແທ່ງ, ຢາໄອສ 1,005 ຫໍ່ ແລະ ເຄຕາມີນ 11 ຖົງນ້ອຍ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ