ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍພາກສ່ວນຊຸກຍູ້ກີລາການທະຫານລົດຕັງ-ຍານເກາະ
ເວລາອອກຂ່າວ: 2020-10-13 08:26:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ວັນທີ 8 ຕຸລານີ້, ຢູ່ກົມ ລົດຕັງ-ຍານເກາະກົມໃຫຍ່ເສນາ ທິການກອງທັບ, ໄດ້ມີຫຼາຍພາກ ສ່ວນບໍລິສັດຫ້າງຮ້ານນຳເອົາວັດ ຖຸປັດໄຈ ມາມອບໃຫ້ກົມລົດຕັງ-ຍານເກາະ ເພື່ອຊຸກຍູ້ອຸປະຖໍາທີມ ນັກກີລາການທະຫານເຫຼົ່າຮົບລົດຕັງ-ຍານເກາະ ກອງທັບປະ ຊາຊົນລາວ ໃນນັ້ນ, ມີບໍລິສັດເອັສ ວີກຣຸບ ຈໍາກັດ SV GROUP ມອບວັດຖຸປັດໄຈເປັນເງິນ ມູນຄ່າ 204.720.000 ກີບ, ບໍລິ ສັດ ເອເຊຍ ລົງທຶນພັດ ທະນາ ກໍ່ສ້າງ ຈໍາກັດ AIDC ມອບ ເງິນ 203.000.000 ກີບ, ບໍລິ ສັດຈະເລີນເຊກອງ ພະລັງງານ ຈໍາກັດ CSC ມອບເງິນ 50.000.000 ກີບ, ບໍລິສັດ ພົງຊັບທະວີ ຈຳກັດ ມອບເງິນ 40.000.000 ລ້ານ, ບໍລິສັດ ແອັດແລນຕິກ ALANTIC ມອບເງິນ 33.000.000 ກີບ, ບໍລິສັດ ລາຊາໂຊກ ຈຳກັດຜູ້ດຽວ ມອບເງິນ 33.000.000 ກີບ, ຮ້າຍຂາຍຢາງລົດ ໂອເຄສະປີດ 02 OK SPEED 02 ອຸປະ ຖໍາເຄື່ອງນຸ່ງສໍາລັບນັກກີລາມູນ ຄ່າ 1.200 000 ກີບ. ໂອກາດນີ້, ທ່ານ ໄຊສົງຄາມ ວໍລະຈິດ ປະທານບໍລິສັດ ເອັສວີ ກຣຸບ ຈໍາກັດ ໄດ້ຕາງໜ້າໃຫ້ແຕ່ລະພາກສ່ວນກ່າວຄຳເຫັນວ່າ: ໂດຍເຫັນໄດ້ຄວາມຫມາຍສໍາຄັນ ຂອງວຽກງານປ້ອງກັນຊາດ ໂດຍສະເພາະແມ່ນເຫຼົ່າຮົບລົດ ຕັງ-ຍານເກາະ ກອງທັບປະຊາ ຊົນລາວ ທີ່ໄດ້ເຂົ້າຮ່ວມການ ແຂ່ງຂັນກີລາການທະຫານລົດ ຕັງນາໆຊາດ ທີ່ປະເທດສະຫະ ພັນຣັດເຊຍ ໃນໄລຍະຕົ້ນເດືອນ ສິງຫາ 2020 ຜ່ານມາ ແລະ ຄັ້ງ ນີ້ເປັນຄັ້ງທີ 4 ທີ່ທີມກີລາການ ທະຫານເຫຼົ່າຮົບລົດຕັງ-ຍານ ເກາະກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມ, ສາມາດຍາດໄດ້ ອັນດັບ 2 ຂອງສາຍ B ແລະ ຈັດຢູ່ໃນອັນດັບທີ 5 ຂອງການ ແຂ່ງຂັນ, ເຊິ່ງເປັນການປະ ກອບສ່ວນສ້າງຊື່ສຽງຍົກສູງ ບົດບາດຂອງກອງທັບປະຊາ ຊົນລາວ ກ້າວໄປສູ່ໃນລະດັບສາ ກົນ, ພາກພື້ນ ແລະ ໃນໂລກ, ດັ່ງນັ້ນ, ຈຶ່ງໄດ້ພ້ອມກັນນຳເອົາ ວັດຖຸປັດໄຈດັ່ງກ່າວນໍາມາມອບ ເພື່ອປະກອບສ່ວນຍ້ອງຍໍສັນ ລະເສີນ ແລະ ຊຸກຍູ້ໃຫ້ກໍາລັງໃຈ ທີມກີລາເຫຼົ່າຮົບລົດຕັງ-ຍານ ເກາະ ທີ່ສາມາດຍາດໄດ້ຜົນງານ ໂດດເດັ່ນໃນຜ່ານມາ. ຈາກນັ້ນ, ທ່ານ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ຫົວໜ້າ ກົມລົດຕັງ-ຍານເກາະ ໄດ້ຕາງ ໜ້າກ່າວຮັບເຄື່ອງດັ່ງກ່າວ, ພ້ອມ ທັງສະແດງຄວາມ ຂອບໃຈ ເປັນ ຢ່າງສູງມາຍັງ ແຕ່ລະພາກສ່ວນທີ່ໄດ້ໃຫ້ການຊຸກຍູ້ອຸປະຖຳວັດຖຸ ປັດໄຈ ແກ່ທີມກີລາການທະຫານ ເຫຼົ່າຮົບລົດຕັງ-ຍານເກາະກອງ ທັບປະຊາຊົນລາວ ໂດຍຕະ ຫຼອດມາ, ເຊິ່ງບັນດາຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ, ສ່ວນໜຶ່ງກໍຍ້ອນການຮ່ວມມືສະ ໜັບສະໜູນຂອງພາກສ່ວນ ຕ່າງໆ ກໍຄືປະຊາຊົນລາວໃນທົ່ວ ປະເທດ ແລະ ອວຍພອນໃຫ້ບັນ ດາບໍລິສັດຫ້າງຮ້ານຕ່າງໆ ຈົ່ງ ມີຄວາມຜາສຸກໃນສ່ວນຕົວ ແລະ ຄອບຄົວ, ປະສົບຜົນສໍາເລັດໃນການດໍາເນີນທຸລະກິດ ແລະ ກິດຈະການຕ່າງໆ, ຈົ່ງສືບ ຕໍ່ປະກອບສ່ວນຊຸກຍູ້ໃຫ້ແກ່ກອງ ທັບ ກໍຄືປະກອບສ່ວນເຂົ້າໃນການ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລຢ່າງ ບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ