ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະນາຄານກາງ ປະຈຳພາກໃຕ້ ແລະ ບໍລິສັດມີໄຊປະເສີດກໍ່ສ້າງຂົວທາງ ແລະ ເຄຫາ ມອບລົດໃຫ້ທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2020-10-13 08:25:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ວັນທີ 10 ຕຸລານີ້, ທ່ານ ນວນຕາ ແກ້ວມະນີ ຫົວໜ້າທະ ນາຄານແຫ່ງ ສປປ ລາວ (ທະ ນາຄານກາງ) ປະຈໍາພາກໃຕ້ ແລະ ບໍລິສັດມີໄຊປະເສີດ ກໍ່ສ້າງ ຂົວທາງ ແລະ ເຄຫາ ໄດ້ນໍາເອົາ ລົດ (4 ລໍ້) ຍີ່ຫໍ້ກໍານັນ ຈໍານວນ 2 ຄັນ ມູນຄ່າ 69.000.000 ກີບ ມາມອບໃຫ້ແກ່ກອງບັນຊາ ການທະຫານແຂວງຈໍາປາສັກ. ເພື່ອປະກອບສ່ວນຊຸກຍູ້ການປະ ຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອບ ເຂດຊາຍແດນທີ່ຢູ່ຫ່າງໄກສອກ ຫຼີກ, ທັງເປັນການສ້າງຜົນງານເພື່ອຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງອົງຄະນະ ພັກແຂວງຈໍາປາສັກ ທີ່ຈະໄຂຂຶ້ນ ໃນມໍ່ໆ ນີ້ໃຫ້ມີເນື້ອໃນຄວາມໝາຍ ເລິກເຊິ່ງ. ໂອກາດກ່າວຮັບການຊ່ວຍ ເຫຼືອດັ່ງກ່າວ ທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການ ທະຫານ ກອງບັນຊາການທະ ຫານແຂວງຈໍາປາສັກ, ໄດ້ກ່າວ ສະແດງຄວາມຂອບໃຈມາຍັງ ທະນາຄານ ແຫ່ງ ສປປ ລາວ ປະ ຈໍາພາກໃຕ້ ແລະ ບໍລິສັດມີໄຊ ປະເສີດ ກໍ່ສ້າງຂົວທາງ ແລະ ເຄຫາ ທີ່ເຫັນໄດ້ຄວາມໝາຍສໍາ ຄັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂົງເຂດ ແຂວງຈໍາປາສັກ ຈຶ່ງໄດ້ນໍາເອົາ ລົດມາມອບໃຫ້ຄັ້ງນີ້ ແລະ ໃຫ້ສັນ ຍາວ່າຈະນໍາເອົາລົດດັ່ງກ່າວໄປ ນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ ວຽກງານລວມໃຫ້ເກີດປະໂຫຍດ ສູງສຸດ, ພ້ອມທັງອວຍພອນໃຫ້ 2 ພາກສ່ວນດັ່ງກ່າວຈົ່ງປະສົບຜົນສໍາເລັດໃນການດໍາເນີນທຸລະກິດຕະຫຼອດໄປ. ໂດຍ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ