ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງການຕ່າງປະເທດ ປາຖະກະຖາມູນເຊື້ອວັນການທູດລາວ ຄົບຮອບ 75 ປີ
ເວລາອອກຂ່າວ: 2020-10-10 11:26:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:



ໃນວັນທີ 9 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິ ທີປາຖະກະຖາມູນເຊື້ອວັນສ້າງ ຕັ້ງການທູດລາວ ຄົບຮອບ 75 ປີ (12 ຕຸລາ 1945 - 12 ຕຸລາ 2020 ) ເຊິ່ງໃຫ້ກຽດປາຖະກະ ຖາໂດຍ ທ່ານ ສົມສະຫວາດ ເລັ່ງ ສະຫວັດ, ທີ່ປຶກສາຄະນະບໍລິຫານ ງານສູນກາງພັກ, ອະດີດກຳມະ ການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການ ຕ່າງປະເທດ, ເຂົ້າຮ່ວມຮັບຟັງປາ ຖະກະຖາໃນຄັ້ງນີ້ມີ ທ່ານ ສະເຫຼີມໄຊ ກົມມະ ສິດ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະ ມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາຄະນະພັກກະ ຊວງ, ຄະນະກົມ, ນັກການທູດ ອາວຸໂສບຳນານ ແລະ ພະນັກ ງານກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງການປາຖະກະຖາຄັ້ງ ນີ້ ແມ່ນເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງບັນ ພະບູລຸດຂອງພວກເຮົາ ກໍຄືຫວນ ຄືນປະຫວັດສາດ ຂອງຊາດລາວ ທີ່ປະຊາຊົນລາວເຮົາມີຄວາມ ເອກອ້າງທະນົງໃຈ ຕໍ່ມູນເຊື້ອຮັກ ຊາດ, ສາມັກຄີ ແລະ ອົງອາດກ້າ ຫານ, ເພື່ອປົກປັກຮັກສາປິຕຸພູມ ອັນແສນຮັກ ແລະ ຫວງແຫນຂອງ ຕົນ ທັງເປັນການສະເຫຼີມສະຫຼອງ ແລະ ຍ້ອງຍໍຜົນງານການເຄື່ອນ ໄຫວວຽກງານການຕ່າງປະເທດ ກໍຄືການຈັດຕັ້ງປະຕີບັດນະໂຍ ບາຍການຕ່າງປະເທດຂອງລາວ ຕະຫຼອດໄລຍະ 75 ປີ ທີ່ຜ່ານມາ. ນອກຈາກນັ້ນ, ກໍເປັນໂອກາດອັນ ດີສຳລັບນັກການທູດຜູ້ໜຸ່ມນ້ອຍ ທີ່ຈະໄດ້ຮຽນຮູ້ ແລະ ເຊື່ອມຊຶມນະ ໂຍບາຍການຕ່າງປະເທດຂອງ ລາວເຮົາໃນແຕ່ລະໄລຍະ ເພື່ອນຳ ໃຊ້ເຂົ້າໃນການເຄື່ອນໄຫວວຽກ ງານການຕ່າງປະເທດໃຫ້ຄ່ອງ ແຄ້ວ ແລະ ສອດຄ່ອງກັບແນວ ທາງໃນການພັດທະນາເສດຖະ ກິດ - ສັງຄົມ ຂອງພັກ ແລະ ລັດ. ທ່ານ ສົມສະຫວາດ ເລັ່ງສະ ຫວັດ ໄດ້ຍົກໃຫ້ເຫັນເຖິງປະຫວັດ ຄວາມເປັນມາຂອງວັນການທູດ ລາວ (12 ຕຸລາ 1945 ແລະ ຕີ ລາຄາການເຄື່ອນໄຫວວຽກງານ ຕ່າງປະເທດ ຕະຫຼອດໄລຍະ 75 ປີຜ່ານມາ ຜົນງານທີ່ຍາດມາໄດ້ ນັ້ນ ແມ່ນຍ້ອນແນວທາງອັນຖືກ ຕ້ອງສອດຄ່ອງຂອງພັກເຮົາ, ຍ້ອນການຊີ້ນຳໆພາທີ່ໃກ້ຊິດ ໂດຍກົງຮອບດ້ານຂອງກົມການ ເມືອງສູນກາງພັກໃນແຕ່ລະ ຍຸກສະໄໝ ແລະ ໂດຍການຮ່ວມ ແຮງຮ່ວມໃຈຂອງພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະ ຊາຊົນລາວບັນດາເຜົ່າທີ່ຢູ່ພາຍ ໃນ ແລະ ລວມທັງຄົນລາວຢູ່ ຕ່າງປະເທດ. ຜ່ານການເຄື່ອນໄຫວການ ຕ່າງປະເທດ ແລະ ການທູດນັ້ນ ພວກເຮົາສາມາດຍາດແຍ່ງ ຄວາມເຂົ້າໃຈ ແລະ ການສະໜັບ ສະໜູນຈາກເພື່ອນມິດສາກົນ ເຮັດໃຫ້ ສປປ ລາວ ມີຖານະບົດ ບາດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ອັນໄດ້ສ້າງເງື່ອນ ໄຂທີ່ເອື້ອອຳນວຍໃຫ້ແກ່ການ ປະຕິບັດຕາມແນວທາງນະໂຍ ບາຍການຕ່າງປະເທດສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືບົນພື້ນຖານຕ່າງ ຝ່າຍຕ່າງມີຜົນປະໂຫຍດ ສປປ ລາວ ໄດ້ເປີດກວ້າງການພົວ ພັນຮ່ວມມືກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ຕ່າງໆ, ເຊິ່ງມາຮອດປັດຈຸບັນ ສປປ ລາວ ໄດ້ສ້າງສາຍພົວ ພັນການທູດກັບ 143 ປະເທດ, ມີສຳນັກງານຕາງໜ້າການ ທູດຢູ່ຕ່າງປະເທດ 40 ແຫ່ງ, ໃນນີ້ມີສະຖານເອກອັກຄະລັດ ຖະທູດ 26 ແຫ່ງ, ສຳນັກງານ ຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ, ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 17 ແຫ່ງ, ກົງສຸນກິດຕະມະສັກຂອງ ຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ, ມີດ່ານສາກົນ 28 ແຫ່ງ, ໄດ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ຂົວມິດຕະພາບ 5 ແຫ່ງ (ລາວ-ໄທ 4 ແຫ່ງ, ລາວ-ມຽນມາ 1 ແຫ່ງ), ມີການພົວ ພັນກັບພັກການເມືອງຕ່າງໆໃນ ໂລກເກືອບ 140 ພັກ, ໄດ້ສ້າງ ຕັ້ງສະມາຄົມມິດຕະພາບກັບ 18 ປະເທດ, ໄດ້ເຊັນສັນຍາຍົກເວັ້ນວີ ຊາ ສຳລັບຜູ້ຖືໜັງສືຜ່ານແດນ ການທູດ ແລະ ລັດຖະການ ກັບ 37 ປະເທດ, ຍົກເວັ້ນວີຊາສອງ ຝ່າຍສຳລັບຜູ້ຖືໜັງສືຜ່ານແດນ ທຳມະດາກັບ 11 ປະເທດ (9 ປະເທດສະມາຊິກອາຊຽນ, ຣັດ ເຊຍ ແລະ ມົງໂກລີ) ແລະ ຍົກ ເວັ້ນວີຊາຝ່າຍດຽວ ສຳລັບຜູ້ຖື ໜັງສືຜ່ານແດນທຳມະດາໃຫ້ກັບ 4 ປະເທດ (ສ ເກົາຫຼີ, ຍີ່ປຸ່ນ, ສະຫະພັນທະລັດ ສະວິດ, ລຸກຊຳ ບວກ). ໃນຕອນທ້າຍ ທ່ານສົມສະ ຫວາດ ເລັ່ງສະຫວັດ ຍັງໄດ້ຊີ້ນຳ ແລະ ໄດ້ເນັ້ນວ່າຢາກເປັນນັກ ການທູດທີ່ດີຕ້ອງກຳໄດ້ທິດສະດີ ມາກ-ເລນິນ, ຕ້ອງເດັດດ່ຽວ ໜຽວແໜ້ນຕໍ່ແນວທາງນະໂຍ ບາຍຂອງພັກ ແລະ ລັດເຮົາ ກໍ ຄືການສ້າງສາພັດທະນາປະ ເທດຊາດຕາມທິດສັງຄົມນິຍົມ, ຕ້ອງກຳແໜ້ນແນວທາງນະ ໂຍບາຍການຕ່າງປະເທດຂອງ ພັກ-ລັດເຮົາ ຕ້ອງເປັນຄົນທີ່ມີ ນຳ້ໃຈຮັກຊາດ, ຈົງຮັກພັກດີຕໍ່ ປະເທດ ແລະ ຖືຜົນປະໂຫຍດຂອງ ປະຊາຊົນ, ຮູ້ຈຳແນກມິດ ແລະ ສັດຕູ ໄດ້ຢ່າງຈະແຈ້ງ ແລະ ກ້າ ປະເຊີນໜ້າກັບສະຖານະການທີ່ ຫຍຸ້ງຍາກ ແລະ ຕ້ອງມີສະຕິຕື່ນ ຕົວສູງ ຕໍ່ກົນອຸບາຍຫັນປ່ຽນ ໂດຍ ສັນຕິຂອງກຸ່ມຄົນບໍ່ດີ ກໍຄືອິດທິກຳ ລັງປໍລະປັກ ເພື່ອປົກປັກຮັກສາ ລະບອບການເມືອງຂອງພວກ ເຮົາໄວ້ໃຫ້ໝັ້ນຄົງ, ນັກການທູດ ຕ້ອງເປັນຄົນທີ່ມີຄວາມຮູ້ກວ້າງ ຂວາງ, ມີຄວາມຊຳນິຊຳນານ ດ້ານການເມືອງ ກໍຄືການພົວ ພັນສາກົນ, ມີຄວາມຮູ້ດ້ານເສດ ຖະກິດ, ກົດໝາຍ, ພາສາຕ່າງ ປະເທດ, ມີຄວາມຮູ້ດ້ານວັດທະ ນະທຳ, ສາສະໜາ, ເຕັກໂນໂລຊີ ໃນຂະນະດຽວກັນ, ນັກການທູດ ຕ້ອງເປັນນັກເຈລະຈາ ແລະ ນັກ ໂຄສະນາທີ່ມີຄວາມສາມາດ ແລະ ຄ່ອງແຄ້ວ ເພື່ອສາມາດຍາດແຍ່ງ ເອົາຜົນປະໂຫຍດມາໃຫ້ແກ່ປະ ເທດຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ