ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິທະຍາຄານເຕັກນິກການທະຫານ ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2020-10-10 11:21:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ວັນທີ 8 ຕຸລາ 2020 ນີ້, ວິ ທະຍາຄານເຕັກນິກການທະຫານ ໄດ້ຈັດຕັ້ງສະຫຼຸບການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈຳປີ 2019-2020 ແລະ ທິດທາງ 2020-2021 ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກ, ຫົວ ໜ້າການເມືອງວິທະຍາຄານເຕັກ ນິກການທະຫານ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາ, ພະນັກງານສະມາ ຊິກພັກເຂົ້າຮ່ວມ. ສະຫາຍ ພັນໂທ ຄຳເຜີຍ ທຳ ມະນີວົງ ກຳມະການຄະນະພັກ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານເຕັກນິກການທະ ຫານ ຂຶ້ນຜ່ານບົດສະຫຼຸບການ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈຳປີ 2019- 2020 ຜ່ານມາ, ເຊິ່ງຄະນະ ພັກໄດ້ຖືເອົາການກໍ່ສ້າງໜ່ວຍ ພັກຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ ເອົາ ໃຈໃສ່ສຶກສາອົບຮົມການເມືອງ- ນຳພາແນວຄິດ ດ້ວຍຫຼາຍຮູບ ການຢ່າງຕໍ່ເນື່ອງ ເຮັດໃຫ້ພະນັກ ງານສະມາຊິກພັກ-ນັກຮົບ, ມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທຳປະຕິວັດ, ດ້ານການ ຈັດຕັ້ງພັກ ຄະນະພັກໄດ້ຍຶດໝັ້ນ ຕາມ 5 ຫຼັກການ 3 ທິດນຳ ໃນ ການກໍ່ສ້າງພັກຢ່າງເຂັ້ມງວດ, ປັບປຸງການຈັດຕັ້ງພັກ ຢ່າງເປັນ ລະບົບ ແລະ ມີຄວາມເຂັ້ມແຂງໜັກແໜ້ນ ປັດຈຸບັນທົ່ວອົງຄະນະ ພັກວິທະຍາຄານ ມີ 2 ຄະນະພັກ ຮາກຖານ ມີ 11 ໜ່ວຍພັກ ໃນນີ້ 7 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກ ຖານ, ມີສະມາຊິກພັກທັງໝົດ 363 ສະຫາຍ ໃນປີຜ່ານມາສາ ມາດຂະຫຍາຍມະຫາຊົນຜູ້ກ້າວ ໜ້າເຂົ້າເປັນສະມາຊິກໄດ້ 36 ສະ ຫາຍ ເລື່ອນສະມາຊິກພັກສຳຮອງ ຂຶ້ນສົມບູນໄດ້ 15 ສະຫາຍ ໃນ ສົກ 2019-2020 ມີສະມາຊິກ ພັກແຂງ 325 ສະຫາຍ, ກາງ 35 ສະຫາຍ, ອ່ອນ 2 ສະຫາຍ. ພ້ອມກັນນັ້ນ ກໍໄດ້ສຸມໃສ່ວຽກ ງານເຮັດໃຫ້ສະພາບມີຄວາມສະ ຫງົບໄດ້ໂດຍຈັດຕັ້ງລະບົບປະຈຳ ການ ກຽມພ້ອມສູ່ຮົບຢູ່ແຕ່ລະຂັ້ນ ຢ່າງເຂັ້ມງວດ ເຮັດໃຫ້ກົມກອງມີ ຄວາມສະຫງົບ 100% ເອົາໃຈ ໃສ່ຄຸ້ມຄອງກຳແໜ້ນຖັນແຖວພະ ນັກງານ ຊັບຊ້ອນມອບໝາຍໜ້າ ທີ່ແທດເໝາະກັບວິຊາສະເພາະ ແລະ ຄວາມຮູ້ຄວາມສາມາດຂອງ ແຕ່ລະສະຫາຍ, ດ້ານວຽກງານ ຮັບປະກັນຊີວິດການເປັນຢູ່ ຄະນະ ພັກ-ຄະນະບັນຊາໄດ້ຊີ້ນຳ-ນຳ ພາ, ການຮັບ-ເບີກຈ່າຍເຄື່ອງປະ ຈຳປີ, ເງິນເດືອນ, ນໍ້າມັນເຊື້ອໄຟ ເປັນປົກກະຕິ ປຸກລະດົມໃຫ້ແຕ່ ລະກົມກອງເອົາໃຈໃສ່ປູກຝັງ-ລ້ຽງສັດ ຕາມຄວາມສາມາດ ເພື່ອສະໜອງເຂົ້າເຮືອນຄົວລວມ ໃຫ້ໄດ້ຢ່າງຕໍ່ເນື່ອງຜ່ານການຈັດ ຕັ້ງປະຕິບັດເນື້ອໃນການກໍ່ສ້າງ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ເຂົ້າສູ່ວຽກງານຕົວຈິງຢ່າງມີຈຸດ ສຸມນັ້ນ ຈິ່ງເຮັດໃຫ້ອົງຄະນະພັກ ສາມາດຕີລາຄາໜ່ວຍພັກ ປອດ ໃສ ເຂັ້ມແຂງ ໜັກແໜ້ນ ປະຈຳ ປີ2019-2020 ຈຳນວນ 8 ໜ່ວຍພັກ. ໂອກາດນີ້ກໍໄດ້ມອບ ໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ ແລະ ສໍ່າພັດມື້ ຮັບຮອງເອົາຂໍ້ແຂ່ງຂັນປະຈຳປີ 2020-2021 ອີກດ້ວຍ. ໂດຍ: ຄຳຜິວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ