ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ - ຣັດເຊຍ ຄົບຮອບ 60 ປີ
ເວລາອອກຂ່າວ: 2020-10-09 10:50:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:



ວັນທີ 7 ຕຸລາ 2020, ໄດ້ ມີພິທີສະເຫຼີມສະຫຼອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດ ລະຫວ່າງ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ສະຫະພັນ ຣັດເຊຍ ຢູ່ທີ່ ໂຮງແຮມ ລາວພລາຊາ ນະ ຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງ ປະເທດລາວ ໃນນາມຕາງໜ້າ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ວະລາດີເມຍ ກາ ລີນິນ, ເອກອັກຄະລັດຖະທູດວິ ສາມັນຜູ້ມີອໍານາດເຕັມ ແຫ່ງ ສະ ຫະພັນ ຣັດເຊຍ ປະຈໍາ ສປປ ລາວ ຕາງໜ້າໃຫ້ລັດຖະບານ ແຫ່ງ ສະຫະພັນ ຣັດເຊຍ; ມີບັນດາ ລັດຖະມົນຕີ, ຮອງລັດຖະມົນຕີເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດປະຈໍາ ສປປ ລາວ ຈໍານວນໜຶ່ງ ແລະ ແຂກຖືກ ເຊີນຈາກພາກສ່ວນຕ່າງໆເຂົ້າ ຮ່ວມຢ່າງພ້ອມພຽງ. ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ວະລາດີເມຍ ກາລີນິນ ໄດ້ກ່າວຄໍາເຫັນສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມືຕະຫຼອດໄລຍະ 60 ປີຜ່ານມາ ລະຫວ່າງ ສອງລັດຖະບານ ປະ ຊາຊົນສອງຊາດ ລາວ-ຣັດເຊຍ. ໃນໄລຍະການພົວພັນຮ່ວມມືລະ ຫວ່າງ ສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ໄດ້ຮັບການ ຮັດແໜ້ນ, ສອງປະເທດມີຄວາມ ເຊື່ອໝັ້ນ, ໄວ້ວາງໃຈ ແລະ ສືບຕໍ່ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ບົນ ພື້ນຖານການເປັນປະເທດຄູ່ຮ່ວມ ຍຸດທະສາດດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ; ໄດ້ມີ ການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນໃນທຸກລະດັບຢ່າງປົກກະຕິ ທັງພາກລັດ ແລະ ເອກະຊົນ. ພ້ອມດຽວກັນນີ້, ການພົວພັນຮ່ວມມືຂອງສອງ ປະເທດ ຍັງສືບຕໍ່ເສີມຂະຫຍາຍ ໃນຫຼາຍດ້ານ ເຊັ່ນ: ດ້ານເສດຖະ ກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການທະຫານ, ການສຶກສາ-ວັດທະນະທຳ, ສາ ທາລະນະສຸກ ແລະ ດ້ານອື່ນໆ, ເຊິ່ງເປັນການປະກອບສ່ວນທີ່ສໍາ ຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວ ນານນັ້ນມີຄວາມໝັ້ນຄົງໜັກ ແໜ້ນ ແລະ ມີໝາກຜົນຕົວຈິງ ຍິ່ງໆຂຶ້ນ. ສອງຝ່າຍ ຍັງໄດ້ສະແດງຄວາມມຸ້ງຫວັງທີ່ຈະສືບຕໍ່ເສີມ ສ້າງ ແລະ ຮັດແໜ້ນສາຍພົວພັນ ຮ່ວມມືອັນດີໃນປັດຈຸບັນລະ ຫວ່າງສອງປະເທດ ໃຫ້ເຕີບໃຫຍ່ ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ໃນ ຕໍ່ໜ້າໂດຍງານລ້ຽງສະເຫຼີມສະ ຫຼອງໃນຄັ້ງນີ້ແມ່ນເຕັມໄປດ້ວຍ ບັນຍາກາດແຫ່ງໄມຕີຈິດມິດຕະ ພາບອັນອົບອຸ່ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ