ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

3 ວິທະຍາຄານກອງທັບສຳເລັດກອງປະຊຸມສ່ອງແສງຮ່ວມກັບຄະນະວິຊາການ ສປ ຈີນ
ເວລາອອກຂ່າວ: 2018-12-14 11:36:28 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ທ້າຍເດືອນພະຈິກ 2018 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງ ກອງປະຊຸມສ່ອງແສງຮ່ວມກັບ ຄະນະວິຊາການ ຈາກ ວິທະຍາ ຄານກົມມະດຳ ແລະ ວິທະຍາ ຄານພະລາທິການກອງທັບ, ໂດຍ ການເປັນປະທານ ຂອງ ພັນເອກ ປອ ແກ້ວສຸວັນ ອິນທະວົງສາ, ຫົວໜ້າການທະຫານ ວປກ. ມີ ຜູ້ ຕາງໜ້າຈາກກົມພົວພັນຕ່າງປະ ເທດ, ກົມພະນັກງານ, ກົມໂຮງ ຮຽນ, ກົມອົບຮົມ-ກໍ່ສ້າງ ວປກ, ກົມອົບຮົມ ວກ, ພ້ອມດ້ວຍພະ ນັກງານວິຊາການຈຳນວນໜຶ່ງ ເຂົ້າຮ່ວມ. ໂອກາດນີ້, ແຕ່ລະພາກສ່ວນ ສະເໜີສະພາບຈຸດພິເສດໂດຍ ລວມ ທາງດ້ານການຮຽນ-ການ ສອນຂອງ ຄະນະວິຊາການຍຸດ ທະບັ້ນຮົບ-ຍຸດທະສາດ ໃນຕະ ຫຼອດໄລຍະ 3 ເດືອນທີ່ຜ່ານມາ. ເຊິ່ງວ່າກ່ອນອື່ນຄະນະວິຊາການ ຈີນ ກໍໄດ້ກ່າວສະແດງຄວາມ ຂອບອົກຂອບໃຈມາຍັງຝ່າຍ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ ແລະ ອຳນວຍຄວາມສະ ດວກໃນທຸກໆດ້ານ. ຕໍ່ການມາ ຮັບໜ້າທີ່ໃນຄັ້ງນີ້. ຄະນະວິຊາ ການຈີນທັງ 3 ວິທະຍາຄານໄດ້ ຂຶ້ນຫ້ອງສິດສອນໃນໄລຍະ 3 ເດືອນຜ່ານມາລວມທັງໝົດ 383 ຊົ່ວໂມງ, ເຂົ້າຮ່ວມກອງປະຊຸມ ສະຫຼຸບຖອດຖອນບົດຮຽນໃນ ການສ້າງບົດອຸປະມາຫັດແອບ, ແປ-ຮຽບຮຽງເອກະສານ ແລະ ສ້າງແຜນຕາຕະລາງຂຶ້ນຫ້ອງ ສິດສອນຂອງຫ້ອງຍຸດທະບັ້ນ ຮົບ-ຍຸດທະສາດ ແລະ ຫ້ອງ ກອງພັນນ້ອຍການທະຫານ. ທັງ ນີ້ຍັງໄດ້ສະເໜີແຜນການໃນຕໍ່ ໜ້າໂດຍຈະໄດ້ສືບຕໍ່ເພີ່ມທະວີ ການປະສານງານລະຫວ່າງວິ ຊາການຈີນ ກັບ ຄູ-ອາຈານ ຝ່າຍລາວ, ສືບຕໍ່ຄຸ້ມຄອງການ ສອນ-ການຮຽນໃຫ້ຖືກຕາມ ແຜນການ, ສືບຕໍ່ຕິດຕາມການ ຊີ້ນຳນັກສືກສາຂຶ້ນຫ້ອງໃຫ້ເປັນ ປົກກະຕິ ແລະ ມີຄຸນະພາບສູງ, ຈັດຕັ້ງສະຫຼຸບພາກຮຽນການ ຮຽນ-ການສອນ,ກັບຄະນະວິຊາ ການຈີນ, ຄູ-ອາຈານຝ່າຍລາວ, ຄະນະຮັບຜິດຊອບ, ນັກສຶກສາ ແລະ ກົມອົບຮົມ-ກໍ່ສ້າງ ແລະ ກະກຽມເນື້ອໃນຜົນງານຂອງ ແຕ່ລະວິຊາການທີ່ຈະໝົດວາ ລະໃນການປະຕິບັດໜ້າທີ່ວຽກ ງານເພື່ອສະເໜີຍ້ອງຍໍຜົນງານ. ພາບ-ຂ່າວ:ດາວວີນ ໂສພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ