ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງອັດຕະປື ປິດຊຸດອົບຮົມການທະຫານໄລຍະສັ້ນ
ເວລາອອກຂ່າວ: 2018-12-14 11:30:47 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ໃນທ້າຍເດືອນ 28 ພະຈິກ 2018 ກອງບັນຊາການທະຫານ ແຂວງອັດຕະປື ໄດ້ປິດຊຸດອົບຮົມ ການທະຫານໄລຍະສັ້ນໃຫ້ກອງ ຮ້ອຍກຳລັງສຳຮອງຂອງເມືອງ ພູວົງແຂວງອັດຕະປື ພາຍໃຕ້ ການເປັນປະທານຂອງ ທ່ານ ພອນສະໄໝ ມຽງລາວັນ, ມີພັນ ເອກ ໂຊກໄຊ ພິມມະລາ ຮອງເລ ຂາຄະນະພັກ, ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງອັດຕະປື ມີຕາງໜ້າຫ້ອງ ການ ປກຊ-ປກສ ແຂວງ, ຈາກ ກອງບັນຊາການທະຫານ 5 ຕົວ ເມືອງ, ນາຍບ້ານ ພ້ອມດ້ວຍ ອ້າຍ-ນ້ອງກຳລັງສຳຮອງເຂົ້າ ຮ່ວມ. ພັນຕີ ບຸນເລັດ ແດງພະຈັນ ຮອງຫົວໜ້າ ພະແນກເສນາທິການ ທະຫານເມືອງພູວົງ ໄດ້ສະຫຼຸບ ຕີລາຄາ ໃນການຈັດຕັ້ງປະຕິບັດ ການອົບຮົມ - ຫັດແອບ ໃຫ້ກຳລັງ ສຳຮອງ ເລີ່ມແຕ່ວັນທີ 22 ພະຈິກ ປີ 2018 ເປັນຕົ້ນມາລວມມີ 2 ພາກໃຫຍ່ພາກການເມືອງ, ມີ ເອກະສານມູນເຊື້ອຂອງຊາດ- ມູນເຊື້ອຂອງກອງທັບ, ເອກະ ສານກົນອຸບາຍຫັນປ່ຽນ ໂດຍ ສັນຕິຂອງສັດຕູ, ສິດ ແລະ ໜ້າທີ່ ຂອງກຳລັງສຳຮອງ, ພາກການ ທະຫານ ມີວິຊາລະບຽບຮູບແຖວ ປະຈຳທີ່, ເຄື່ອນທີ່, ບຸກຄົນ ແລະ ຈຸ , ວິຊາສິລະປະຍຸດ ການປະກອບ ສ້າງ, ວິທີມ້າງ-ປະກອບປືນ, ວິທີເລັງ ແລະ ທຳລາຍເປົ້າໝາຍ, ວິຊາຍຸດທະວິທີ 7 ຈັງຫວະພື້ນຖານ ສູ້ຮົບຂອງບຸກຄົນອາໄສພູມີ ປະເທດ . ຜ່ານການຍິງເປົ້າໝາຍ ດ້ວຍລູກປືນແທ້ຕີລາຄາສະມັດ ທະພາບຄວາມຮັບຮູ້ເຂົ້າໃຈ ຂອງ ອ້າຍ-ນ້ອງໄດ້ 75 % . ເຊິ່ງມີ ນັກຍິງເກັ່ງ 12 ຄົນ , ປານກາງ 14 ຄົນ , ໄດ້ຄາດໝາຍ 42 ຄົນ. ຜ່ານການອົບຮົບຕົວຈິງມາເປັນ ເວລາ 5 ວັນ ເຊິ່ງໄດ້ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນເວລາ ຮ່ຳຮຽນ, ຄະນະຊີ້ນຳໄດ້ເອົາໃຈ ໃສ່ຊີ້ນຳເປັນປະຈຳ, ຕອບສະ ໜອງພາຫະນະຮັບໃຊ້ລະບົບອັດ ຕາພຽງພໍ, ຄູ-ອາຈານ - ນັກເຝິກ ອົບຮົມ ໄດ້ເອົາໃຈໃສ່ສິດສອນ ຮ່ຳຮຽນດ້ວຍຄວາມຮັບຜິດຊອບ ສູງ . ໂອກາດດັ່ງກ່າວປະທານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ນ້ຳໃຈເສຍສະຫຼະຂອງອ້າຍ - ນ້ອງທີ່ເຂົ້າຮ່ວມອົບຮົມຫັດແອບໃນຄັ້ງນີ້ ແລະ ເຊື່ອ ໝັ້ນວ່າກຳລັງສຳຮອງຈະຕ້ອງ ເປັນກຳລັງ ທີ່ແຂງແກ່ນມີຄວາມ ພ້ອມ ຕອບສະໜອງໄດ້ເມື່ອປະ ເທດຊາດມີຄວາມຮຽກຮ້ອງຕ້ອງ ການ, ປະກອບສ່ວນເຮັດສຳເລັດ ໜ້າທີ່ດ້ວຍຄວາມຮັບຜິດຊອບ ສູງ. ໂດຍ : ໄກ່ຕ໋ອກ ຫຼວງອາໄພ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ