ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການບໍລິຫານ ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-12-14 11:04:03 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ໃນວັນທີ 12 ທັນວາ 2018 ນີ້, ຫ້ອງການບໍລິຫານກົມ ໃຫຍ່ການເມືອງກອງທັບ ໄດ້ຈັດ ຕັ້ງປາຖະກະຖາຫວນຄືນມູນ ເຊື້ອແຫ່ງການກຳເນີດເຕີບໃຫຍ່ ຂະຫຍາຍຕົວຂອງກອງທັບປະ ຊາຊົນລາວຄົບຮອບ 70 ປີ ໂດຍ ການເປັນປະທານ ແລະ ປາຖະ ກະຖາຂອງພັນໂທ ສິງຄຳ ພິມມະ ວົງສ໌ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ຕະ ຫຼອດ ຮອດພະນັກງານ-ນັກຮົບ ເຂົ້າຮ່ວມ. ພັນໂທ ສິງຄຳ ພິມມະວົງສ໌ ໄດ້ຍົກໃຫ້ເຫັນມູນເຊື້ອການສ້າງ ຕັ້ງ, ສູ້ຮົບມີໄຊ ແລະ ການເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວນັບແຕ່ມື້ສ້າງຕັ້ງ ຈົນຮອດປັດຈຸບັນພາຍໃຕ້ການຊີ້ນຳພາອັນປີຊາສາມາດອັນສະ ຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ກອງທັບປະຊາຊົນ ລາວໄດ້ຜ່ານຜ່າອຸປະສັກນາໆ ປະການ, ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນ ໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດ ປ່ອຍຊາດ, ເຮັດສຳເລັດພາລະກຳ ປະຫວັດ ສາດທີ່ພັກ ແລະ ປະຊາ ຊົນມອບໝາຍໃຫ້ຢ່າງມີໄຊສາ ມາດຕີເອົາຊະນະຈັກກະພັດລ່າ ເມືອງຂຶ້ນຝຣັ່ງ, ຈັກກະພັດອາເມ ຣິກາສາມາດປົດປ່ອຍປະເທດ ຊາດໄດ້ຢ່າງສົມບູນ ແລະ ສະຖາ ປະນາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງ ສະຫງ່າງາມ. ທັງນີ້ກໍເພື່ອແນ ໃສ່ສຶກສາອົບຮົມການເມືອງແນວ ຄິດໃຫ້ນາຍ ແລະ ພົນທະຫານ ໄດ້ຮັບຮູ້ເຊື່ອມຊຶມເຂົ້າໃຈຢ່າງ ເລິກເຊິ່ງຕໍ່ປະຫວັດຄວາມເປັນມາ ແລະ ເຫັນໄດ້ທາດແທ້ມູນເຊື້ອ, ຜົນງານ ແລະ ໄຊຊະນະອັນໃຫຍ່ ຫຼວງທີ່ກອງທັບຍາດມາໄດ້ຕະ ຫຼອດໄລຍະ 70 ປີ . ໂດຍ: ຈ໋ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ