ພິທີເຊັນສັນຍາໂຄງການກໍ່ສ້າງລະບົບນ້ຳລິນ ແລະ ດຶງຕາຂ່າຍໄຟຟ້າເຂົ້າກອງຮ້ອຍທະຫານຊາຍແດນ 121 ແຂວງບໍ່ແກ້ວ
ເວລາອອກຂ່າວ: 2020-09-28 08:06:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 449 | ຄວາມນິຍົມ: ![]()
ໃນວັນທີ 24 ກັນຍາ 2020 ນີ້, ທີ່ສູນປະສານງານ ລາວ-ຈີນ
ບ້ານມອມ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ຈັດພິທີເຊັນສັນຍາໂຄງ ການກໍ່ສ້າງລະບົບນຳ້ລິນ ແລະ
ດຶງຕາຂ່າຍໄຟຟ້າເຂົ້າກອງຮ້ອຍ ທະຫານຊາຍແດນ 121 ປະຈໍາບ້ານດອນມູນ ເມືອງເມິງ ແຂວງ
ບໍ່ແກ້ວ, ມີ ສະຫາຍ ພົນຕີ ຢວນ ຢ່າພິງ ຫົວໜ້າກອງບັນຊາການ ຕຳຫຼວດລາດຕະເວນທາງນຳ້ ແຂວງຢວນນານ ສປ ຈີນ ແລະ ສະຫາຍ ພັນເອກ ວິດອນ ພຸດດາ ວົງ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງບໍ່ ແກ້ວ ແລະ ພະແນກການທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ໂອກາດນີ້, ແຕ່ລະພາກສ່ວນ
ກໍໄດ້ພ້ອມກັນມີຄຳຄິດຄຳເຫັນ ເພື່ອຄວາມເປັນເອກະພາບໃນ ການຮ່ວມມືປະສານງານຕໍ່ກັບ
ໂຄງການກໍ່ສ້າງດັ່ງກ່າວໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍ, ໂດຍສະເພາະແມ່ນຜູ້ໃຫ້ທຶນຊ່ວຍ
ເຫຼືອໂຄງການກໍ່ສ້າງ, ເຈົ້າຂອງ
ໂຄງການ ແລະ ຜູ້ຮັບເໝົາ ໃຫ້ມີ
ຄວາມໂປ່ງໃສ, ຮັບປະກັນການ ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ໃຫ້ມີຜົນສຳເລັດຕາມສັນຍາທີ່ໄດ້ ກຳນົດໄວ້ ເຊິ່ງໂຄງການກໍ່ສ້າງ ດັ່ງກ່າວປະກອບມີ: ການຕິດຕັ້ງ
ໝໍ້ແບ່ງໄຟຟ້າ 1 ໜ່ວຍ, ຕາຂ່າຍ
ໄຟຟ້າ 22 ກິໂລວັດ ຄວາມຍາວ
3.8 ກິໂລແມັດ, ກໍ່ສ້າງຕາຂ່າຍ ໄຟຟ້າ 0.4 ກິໂລວັດ, ຄວາມຍາວ
0.38 ກິໂລແມັດ, ຕິດຕັ້ງໄຟຟ້າ ໃນອາຄານ ຈຳນວນ 7 ຫຼັງ ແລະ ກໍ່ສ້າງລະບົບນ້ຳລິນຖາວອນ ຄວາມຍາວ 5.4 ກິໂລແມັດ. ຄິດ
ເປັນມູນຄ່າຈຳນວນລວມທັງໝົດ
1 ຕື້ກ່ວາກີບ. ໂດຍແມ່ນທຶນການ ຊ່ວຍເຫຼືອຈາກກອງບັນຊາການ ຕຳຫຼວດລາດຕະເວນທາງນຳ້ ແຂວງຢວນນານ ສປ ຈີນ ແລະ ນໍາໃຊ້ບໍລິສັດຮວຍຍີນກໍ່ສ້າງ ແລະ
ຕິດຕັ້ງໄຟຟ້າຈຳກັດຜູ້ດຽວ ເປັນ ຜູ້ຮັບເໝົາກໍ່ສ້າງ, ເຊິ່ງກໍານົດເວ ລາໃນການກໍ່ສ້າງທັງໝົດ 6 ເດືອນ
ໃຫ້ສໍາເລັດຕາມແຜນການ ແລະ
ມອບໃຫ້ພະແນກກໍ່ສ້າງ-ຄຸ້ມຄອງ
ຊັບສິນຫ້ອງພະລາທິການກອງ
ບັນຊາການທະຫານແຂວງບໍ່
ແກ້ວ ເປັນຜູ້ຕິດຕາມກວດກາລາຍ ງານຄະນະພັກ-ຄະນະບັນຊາ
ໃຫ້ເປັນປົກກະຕິໂຄງການກໍ່ສ້າງ
ລະບົບນ້ຳລິນ ແລະ ດຶງໄຟຟ້າກໍ
ແມ່ນໂຄງການໜຶ່ງທີ່ນອນຢູ່ໃນ ພື້ນຖານໂຄງລ່າງຂອງກອງບັນ ຊາການທະຫານແຂວງບໍ່ແກ້ວ ກໍຄືກອງຮ້ອຍທະຫານຊາຍແດນ 121 ໃນການພັດທະນາ ແລະ ປັບ
ປຸງກໍ່ສ້າງລະບົບຄ້າຍຄູຂອງກົມ ກອງໃຫ້ມີຄວາມແໜ້ນໜາຖາ
ວອນ ແລະ ຫັນເຂົ້າສູ່ລະບຽບ ແບບແຜນທັນສະໄໝ.
ໂດຍ: ວໍລະສິດ ພິດສະຫາຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















