ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ພະແນກ ຂົວ-ທາງ ກົມຊ່າງແສງ ປິດບັ້ນອົບຮົມ ວິຊາສະເພາະກໍ່ສ້າງຂົວ-ທາງ ຊຸດທີ 1 ປະຈຳປີ 2020
ເວລາອອກຂ່າວ: 2020-09-25 08:24:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ວັນ 11 ກັນຍາ 2020 ນີ້, ພະແນກ ຂົວ-ທາງ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ປິດບັ້ນອົບຮົມວິຊາສະເພາະ ກໍ່ສ້າງ ຂົວ-ທາງ ຊຸດທີ 1 ປະຈຳ ປີ 2020, ພາຍຫຼັງທີ່ໄດ້ອົບຮົມ- ຫັດແອບມາເປັນເວລາ 5 ວັນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ປອ ສີພອນໄຊ ຄຳທອງ ເຫວີນ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ບັນ ດາພະແນກການ ແລະ ນັກເຝິກ ອົບຮົມ ຈຳນວນ 59 ສະຫາຍ ເຂົ້າຮ່ວມ. ສະຫາຍ ພັນໂທ ວິຄອນ ໄຊຍະວົງ ຮອງຫົວໜ້າພະແນກ ຂົວ-ທາງ ກົມຊ່າງແສງ ກົມໃຫຍ່ ເສນາທິການກອງທັບ ໄດ້ຜ່ານບົດສະຫຼຸບຜົນການເຝິກອົບຮົມ ເຊິ່ງມີເນື້ອໃນອົບຮົມ ຈຳນວນ 3 ພາກ ແລະ ແບ່ງອອກມີ 11 ວິຊາຮຽນ ຄື: ພາກທີ 1 ຄວາມຮູ້ ພື້ນຖານຂອງການນຳໃຊ້ແຜນ ທີ່, ການສຳຫຼວດ-ອອກແບບ ຂົວ, ການສຳຫຼວດປັກຫຼັກໝາຍ ກໍ່ສ້າງ, ການກວດກາແບບ, ການເກັບກຳບໍລິມາດກໍ່ສ້າງ, ພາກທີ 2 ປະກອບມີ ມາດຖານ ການອອກແບບທາງ, ມາດຖານ ການອອກແບບຂົວ, ມາດຖານ ເຕັກນິກກໍ່ສ້າງທາງ ແລະ ຂົວ, ຂັ້ນຕອນໃນການນຳໃຊ້ລາ ຄາຫົວໜ່ວຍ ສະບັບປັບປຸງ ໃໝ່ຂອງກະຊວງໂຍທາທິການ ແລະ ຂົນສົງ ພາກທີ 3 ຄວາມ ຮູ້ທົ່ວໄປກ່ຽວກັບການສ້າງ ແລະ ປະກອບເອກະສານທີ່ກ່ຽວຂ້ອງກັບວຽກງານ ກໍ່ສ້າງ ຂົວ-ທາງ ປກຊ-ປກສ ຜ່ານການອົບຮົມ-ຫັດແອບສາມາດຕີລາຄາຂັ້ນເກັ່ງ 15 ສະຫາຍ ເທົ່າກັບ 25%, ກາງ 44 ສະຫາຍ ເທົ່າກັບ 75%. ກອງປະຊຸມໃນຄັ້ງນີ້, ແມ່ນ ໄດ້ຮັບຟັງການໂອ້ລົມຈາກສະ ຫາຍປະທານ ເຊິ່ງກ່ອນອື່ນໄດ້ ເນັ້ນໜັກ ແລະ ຍ້ອງຍໍບັນດາ ສະຫາຍນັກເຝິກອົບຮົມ ແລະ ວິຊາການ ໃນການຈັດຕັ້ງປະຕິ ບັດຢ່າງພາວະວິໄສ ເຊິ່ງພວກ ເຮົາເຫັນໄດ້ຈຸດດີຕ້ອງເສີມຂະ ຫຍາຍຈຸດອ່ອນ-ຂໍ້ຄົງຄ້າງຂອງ ນັກວິຊາການ ໃນແຕ່ລະດ້ານ ຕ້ອງດັດແປງແກ້ໄຂຕາມໜ້າທີ່ວິ ຊາສະເພາະຂອງຕົນ ພວກເຮົາ ໄດ້ມີຄວາມເປັນເອກະພາບບາງ ບົດຮຽນໃນການເຝິກອົບຮົມໃນ ຄັ້ງນີ້, ກໍຄືວິຊາສະເພາະຂົວ-ທາງ ໃນຊຸມປີຕໍ່ໜ້າ ແລະ ບັນຫາ ທີ່ຈະເປັນອຸປະສັກຕໍ່ວຽກງານ ວິຊາສະເພາະດັ່ງກ່າວພວກເຮົາ ຕ້ອງພ້ອມກັນຕັດສິນໃຈສູງ ເພື່ອສູ້ຊົນຈັດຕັ້ງປະຕິບັດໃຫ້ບັນ ລຸຄາດໝາຍທີ່ວາງໄວ້. ນອກນັ້ນ, ພວກເຮົາຕ້ອງປະກອບສ່ວນ ສ້າງຂະບວນການດ້ານຕ່າງໆ ຂອງກົມຊ່າງແສງ ເພື່ອຂໍ່ານັບ ຮັບຕ້ອນວັນບຸນປະຫວັດສາດ ຕ່າງໆຂອງຊາດ ເວົ້າລວມ, ເວົ້າສະເພາະ ກໍຄືວັນສ້າງຕັ້ງ ເຫຼົ່າຮົບຊ່າງແສງ ຄົບຮອບ 66 ປີ ທີ່ຈະມາເຖິງໃຫ້ເປັນຂະບວນ ການຟົດຟື້ນມ່ວນຊື່ນ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ