ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງທົ່ວກອງທັບ
ເວລາອອກຂ່າວ: 2020-09-25 08:08:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 619 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານກໍ່ສ້າງ ຮາກຖານການເມືອງທົ່ວກອງທັບ ໄລຍະ 5 ປີ (2016-2020) ແລະ ວາງທິດທາງແຜນການ 5 ປີຕໍ່ ໜ້າ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-25 ກັນຍານີ້, ທີ່ສະໂມສອນ
ກົມໃຫຍ່ການເມືອງກອງທັບ, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຕີ ສອນທອງ
ພົມລາວົງ ກໍາມະການຄະນະພັກ ກະຊວງ, ຮອງຫົວໜ້າກົມໃຫຍ່
ການເມືອງກອງທັບ, ມີບັນດາ
ຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ແຂກ
ທີ່ຖືກເຊີນ ພ້ອມດ້ວຍຜູ້ແທນທີ່ ມາຈາກອົງການ, ກົມກອງກໍາ
ລັງຫຼວງ ແລະ ກໍາລັງທ້ອງຖິ່ນ ທົ່ວປະເທດເຂົ້າຮ່ວມ.
ໃນວາລະດໍາເນີນກອງປະຊຸມ ສະຫາຍ ພົນຈັດຕະວາ ບົວໄລ
ພົມມະວົງ ຫົວໜ້າກົມກໍ່ສ້າງ
ຮາກຖານ ກົມໃຫຍ່ການເມືອງ ກອງທັບ ໄດ້ລາຍງານໝາກຜົນ ຂອງການຈັດຕັ້ງປະຕິບັດວຽກ ງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ ທົ່ວ
ກອງທັບ ໃນໄລຍະ 5 ປີ (2016-
2020) ແລະ ວາງທິດທາງ ແຜນການ 5 ປີ (2021-2025) ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍ ດ້ານທີ່ຍາດມາໄດ້ຕະຫຼອດ ໄລຍະ 5 ປີຜ່ານມາ ໂດຍສະເພາະແມ່ນ ວຽກງານສຶກສາອົບຮົມການ ເມືອງແນວຄິດ ໄດ້ເອົາໃຈໃສ່ສຶກ ສາອົບຮົບການເມືອງແນວຄິດ ໃຫ້ອໍານາດການປົກຄອງທ້ອງ ຖິ່ນ, ນໍາເອົາເອກະສານແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດໄປເຜີຍແຜ່, ສຶກ
ສາອົບຮົມໃຫ້ປະຊາຊົນບັນດາ ເຜົ່າ, ວຽກງານປ້ອງກັນຊາດ-
ປ້ອງກັນຄວາມສະຫງົບ ໄດ້ສົມ ທົບກັບກົມການທະຫານທ້ອງ
ຖິ່ນ, ອໍານາດການປົກຄອງທ້ອງ ຖິ່ນປັບປຸງກໍາລັງ ກອງຫຼອນບ້ານ ທາງດ້ານປະລິມານ ແລະ ຄຸນ
ນະພາບ, ຈັດຕັ້ງຫັດແອບສິລະ ປະຍຸດ-ຍຸດທະວິທີ, ສ້າງແຜນ ການປ້ອງກັນບ້ານ ໄດ້ 35 ຄັ້ງ ຈໍານວນພົນເຂົ້າຮ່ວມທັງໝົດ 1.040 ຄົນ, ໄດ້ນໍາພາກໍາລັງ
ກອງຫຼອນເຄື່ອນໄຫວປ້ອງກັນ ເວນຍາມບ້ານ ແລະ ຂອບເຂດຮັບ ຜິດຊອບຂອງຕົນ ໄດ້ 9.101 ຄັ້ງ,
ມີ 255.546 ແຮງງານ, ສ້າງ ບ້ານປ້ອມໝັ້ນໄດ້ 388 ບ້ານ,
ກຸ່ມບ້ານສູ້ຮົບຕິດລຽນໄດ້ 127
ກຸ່ມບ້ານ, ສ້າງຄອບຄົວປ້ອງ ກັນຊາດເຂັ້ມແຂງ ໄດ້ 135.300
ຄອບຄົວ, ສ້າງບ້ານປ້ອງກັນຊາດ ເຂັ້ມແຂງ ໄດ້ 1.930 ບ້ານ ໃນ
ຂອບເຂດທົ່ວປະເທດ; ວຽກງານ ເສດຖະກິດ, ວັດທະນະທໍາ-ສັງ
ຄົມ ໄດ້ເປັນເຈົ້າການລົງກະຕຸກ ຊຸກຍູ້ປະຊາຊົນບັນດາເຜົ່າຫັນ ການຜະລິດແບບປະຖົມປະຖານ ອາໄສທໍາມະຊາດແບບກຸ້ມຢູ່ກຸ້ມ ກິນມາຜະລິດເປັນສິນຄ້າດ້ວຍ ການຈັດຕັ້ງເປັນກຸ່ມຜະລິດ ເຊັ່ນ: ກຸ່ມຫັດຖະກໍາ, ກຸ່ມປູກຝັງ, ກຸ່ມ ລ້ຽງສັດ ໄດ້ 253 ກຸ່ມ, ມີ 9.038 ຄອບຄົວ ແລະ ບໍລິການອື່ນໆ, ໂດຍລວມແລ້ວເຫັນວ່າປະຊາຊົນ
ມີຄວາມຕື່ນຕົວຫັນປ່ຽນເທື່ອ ລະກ້າວ, ອັນໄດ້ປະກອບສ່ວນ ເຮັດໃຫ້ເສດຖະກິດຢູ່ຊົນນະບົດ ໄດ້ກໍ່ຕົວຂຶ້ນຢູ່ຫຼາຍບໍລິເວນ ເຊັ່ນ: ຊຸກຍູ້ປະຊາຊົນທໍາການຜະລິດ ແກ້ໄຂຊີວິດການເປັນຢູ່ ເປັນຕົ້ນ ຈຸດສຸມບ້ານກໍ່ ເມືອງໄຊສະຖານ ແຂວງໄຊຍະບູລີ, ຈຸດສຸມ ສົມບູນ ເມືອງພູວົງ ແຂວງອັດຕະປື, 21 ບ້ານຈຸດສຸມ ແຂວງໄຊສົມບູນ ດ້ວຍການລ້ຽງສັດ. ໃນເມື່ອກ່ອນ
ຈຸດສຸມດັ່ງກ່າວປະຊາຊົນແມ່ນ ທຸກຍາກຂາດເຂີນ ພາຍຫຼັງໄດ້ ຮັບການພັດທະນາຊີວິດການເປັນ ຢູ່ຂອງເຂົາເຈົ້າແມ່ນດີຂ້ຶນກວ່າ
ເກົ່າ. ຄຽງຄູ່ກັນນັ້ນ, ຍັງໄດ້ເອົາ ໃຈໃສ່ຕໍ່ການປັບປຸງລະບົບການ ເມືອງຢູ່ຮາກຖານ ໄດ້ສົມທົບ ກັບທ້ອງຖິ່ນປັບປຸງລະບົບການ ເມືອງຢູ່ຮາກຖານບ້ານຄື: ໜ່ວຍ ພັກ, ອໍານາດການປົກຄອງ, 5 ໜ່ວຍງານຂອງບ້ານໃຫ້ເຂັ້ມແຂງ
ແລະ ໜັກແໜ້ນ, ພວກເຮົາໄດ້ເປີດ ຊຸດອົບຮົມພາລະບົດບາດ, ສິດ, ໜ້າທີ່, ແບບແຜນວິທີເຮັດວຽກ, ກົດໝາຍຂັ້ນຕົ້ນໃຫ້ອໍານາດການ ປົກຄອງບ້ານ, 5 ໜ່ວຍງານຂອງ ບ້ານໄດ້ 3 ຊຸດ, ມີຜູ້ເຂົ້າຮ່ວມ 185 ຄົນ, ແນໃສ່ເຮັດໃຫ້ອໍານາດ ການປົກຄອງບ້ານມີຄວາມໜັກ ແໜ້ນເຂັ້ມແຂງກວ່າເກົ່າຮັບປະ
ກັນການຄຸ້ມຄອງລັດ, ຄຸ້ມຄອງ ສັງຄົມຢູ່ຮາກຖານບ້ານ, ຂະ
ຫຍາຍມະຫາຊົນກ້າວໜ້າເຂົ້າພັກ
ໄດ້ 1.062 ຄົນ, ສ້າງໜ່ວຍພັກ ແຂງ - ຮູ້ນໍາພາຮອບດ້ານ ໄດ້ 943
ໜ່ວຍ, ສູ້ຊົນສ້າງບ້ານພັດທະ
ນາ ໄດ້ 1.179 ບ້ານໃນຂອບເຂດ
ຮັບຜິດຊອບຂອງກົມກອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















