ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບັນດາກ້ອນກຳລັງສວນສະໜາມ ໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 70 ປີ ມີຄວາມຈົບງາມ ແລະ ເອກະພາບສູງ
ເວລາອອກຂ່າວ: 2018-12-14 10:38:46 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 9230 | ຄວາມນິຍົມ:



ພາຍຫຼັງເຝິກແອບຢ່າງຂະ ຫຍັນຂັນແຂ່ງ ພາຍໃຕ້ການຊີ້ນຳ ຂອງຄະນະນຳກະຊວງປ້ອງກັນ ປະເທດ, ອະນຸກຳມະການຄູເຝິກ ແລະ ພະນັກງານ-ນັກຮົບທີ່ເຂົ້າ ຮ່ວມ ເຊິ່ງຕ່າງກໍມີຄວາມຕັດສິນ ໃຈສູງ ແລະ ເຮັດສຳເລັດໜ້າທີ່ ການເມືອງຂອງຕົນເຮັດໃຫ້ການ ເຝິກແອບເຂົ້າສູ່ຄວາມເຂັ້ມແຂງ ມີຄວາມຈົບງາມ ແລະ ເປັນເອ ກະພາບສູງ. ພັນເອກ ບຸນເຕົ້າ ທອງມະນີລາ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ ເສນາທິການກອງທັບ, ອະນຸກຳ ມະການຊີ້ນຳການສວນສະໜາມ ໃຫ້ຮູ້ວ່າ: ພາຍຫຼັງດຳເນີນການ ເຝິກແອບຢ່າງເຄັ່ງຮ້ອນມາໃນ ໄລຍະໜຶ່ງຜ່ານມານັ້ນ, ການເຝິກ ແອບໄດ້ເຂົ້າສູ່ຄວາມເປັນລະ ບຽບແບບແຜນ, ມີຄວາມຈົບ ງາມ ແລະ ມີຄວາມເປັນເອກະ ພາບສູງ, ເຊິ່ງສາມາດຮັບປະກັນ ໄດ້ໃນການສະແດງສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບ ປະ ຊາຊົນລາວຄົບຮອບ 70 ປີ. ໃນວັນທີ 20 ມັງກອນ 2019 ທີ່ຈະມາເຖິງນີ້, ອະນຸກຳມະການ ຊີ້ນຳການສວນສະໜາມໃຫ້ຮູ້ ວ່າ: ເຂົ້າຮ່ວມການເຝິກແອບ ແລະ ການສະແດງຕົວຈິງມີບັນ ດາກ້ອນຂອງກົມກອງເຫຼົ່າຮົບ ເປັນຕົ້ນແມ່ນກ້ອນທຸງໄຊກອງ ທັບປະຊາຊົນລາວ, ກ້ອນກອງ ທັບລາວອິດສະຫລະ, ກ້ອນກອງ ທັບປົດປ່ອຍປະຊາຊົນລາວ, ກ້ອນກອງກຳລັງໄຟເພດຍິງ 369, ກ້ອນນາຍທະຫານບົກ, ນາຍທະຫານອາກາດ, ກ້ອນກຳ ລັງທະຫານຊາຍແດນ, ກ້ອນທະ ຫານຮາບ, ກ້ອນກຳລັງສືບຂ່າວ ຕີພິເສດ, ກ້ອນເຫຼົ່າຮົບລົດຕັງ- ຍານເກາະ, ກ້ອນເຫຼົ່າຮົບປືນ ໃຫຍ່ໜ້າດິນ, ກ້ອງເຫຼົ່າຮົບປ້ອງ ກັນອາກາດ, ກ້ອນເຫຼົ່າຮົບສື່ ສານ, ກ້ອນເຫຼົ່າຮົບຊ່າງແສງ, ເຫຼົ່າຮົບເສນາຮັກ, ກ້ອນກຳລັງ ທະຫານທ້ອງຖິ່ນ, ກ້ອນກອງ ຫຼ້ອນ, ກຳລັງປ້ອງກັນຕົວ ແລະ ກ້ອນແກວົງ. ຖັດຈາກນັ້ນແມ່ນ ລາຍການສະແດງຂອງກອງສິ ລະປະກອນກອງທັບ ແລະ ເຫຼົ່າ ຮົບສືບຂ່າວ-ຕີພິເສດ ນອກນັ້ນ ຍັງມີຂະບວນພະຫະນະເຫຼົ່າຮົບ ຕ່າງໆ, ເຊິ່ງຈະເລີ່ມປະສານ ທຸກໆກຳລັງ, ທັງກຳລັງຄົນ ແລະ ພາຫະນະ, ທັງທາງບົກ ແລະ ທາງອາກາດ, ທັງໝົດນັ້ນແມ່ນ ເພື່ອໃຫ້ການສະເຫຼີມສະ ຫຼອງວັນ ສ້າງຕັ້ງກອງທັບຄົບ ຮອບ 70 ປີນີ້, ຍິ່ງໃຫຍ່, ຄຶກຄື້ນ ແລະ ມີ ຄວາມໝາຍຢ່າງເລິກເຊິ່ງ, ສະ ແດງໃຫ້ເຫັນເຖິງການເຕີບໃຫຍ່ ເຂັ້ມແຂງມີຜົນງານ ແລະ ໄຊຊະ ນະທີ່ຍິ່ງໃຫຍ່ໃນພາລະກິດຕໍ່ສູ້ ກູ້ຊາດກໍຄືພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ, ຕະຫຼອດໄລຍະ 70 ປີຜ່ານມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ