ໂຮງຮຽນເຫຼົ່າຮົບຊ່າງແສງ ໄຂສົກຮຽນໃໝ່ ຊຸດທີ 29
ເວລາອອກຂ່າວ: 2020-09-24 08:35:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:
ວັນ 15 ກັນຍາ 2020 ນີ້,
ໂຮງຮຽນເຫຼົ່າຮົບຊ່າງແສງໄດ້ ຈັດພິທີໄຂສົກຮຽນໃໝ່ ຊຸດທີ 29
ສົກປີ 2020-2021 ຂຶ້ນໂດຍການ
ເປັນປະທານຂອງ ສະຫາຍ ພັນ
ເອກ ວຽງໄຊ ໄຊສະໝອນ ກຳ
ມະການຄະນະພັກອົງການກົມ
ໃຫຍ່ຫົວໜ້າກົມຊ່າງແສງກົມ ໃຫຍ່ເສນາທິການກອງທັບ.
ສະຫາຍ ພັນໂທ ສີບູນ ທໍາມະ
ວົງ ຮອງອຳນວຍການ ຫົວໜ້າ ພະແນກອົບຮົມໂຮງຮຽນເຫຼົ່າຮົບ ຊ່າງແສງ ໄດ້ຂຶ້ນຜ່ານແຜນການ ເປີດຊຸດຮຽນ ເພື່ອເປັນການຍົກລະດັບຄວາມຮູ້ຂອງພະນັກງານ-ນັກຮົບ ທີ່ຍັງບໍ່ໄດ້ຜ່ານໂຮງຮຽນ ໃນກອງທັບ ເວົ້າລວມ, ເວົ້າສະ
ເພາະແມ່ນບໍ່ໄດ້ຜ່ານວິຊາສະເພາະ ເຫຼົ່າຮົບຊ່າງແສງມາກ່ອນໃຫ້ມີ
ຄວາມຮູ້, ຄວາມສາມາດທີ່ແນ່
ນອນຂັ້ນພື້ນຖານ, ສ້າງພະນັກ ງານວິຊາສະເພາະຊ່າງແສງຮຸ່ນສືບທອດໃຫ້ມີແນວຄິດການເມືອງ ໜັກແໜ້ນ, ມີຄວາມຈົງຮັກພັກດີ ບໍລິສຸດສັດຊື່ຕໍ່ພັກ, ຕໍ່ປະເທດຊາດ ສ້າງໃຫ້ຮູ້ວຽກງານບັນຊາຂັ້ນໝູ່, ໝວດ, ຮູ້ຈັດຕັ້ງປະຕິບັດວຽກ ງານຂັ້ນພື້ນຖານໃຫ້ມີຄວາມຊຳນິ
ຊຳນານກ່ຽວກັບວຽກງານວິຊາ
ສະເພາະຂອງເຫຼົ່າຮົບ ແລະ ຮູ້ຈັກ
ນໍາໃຊ້ເຂົ້າໃນໜ້າທີ່ວຽກງານ ຂອງຕົນ ຮັບປະກັນເຮັດສຳເລັດ ໜ້າທີ່ການເມືອງຂອງກົມກອງ.
ໃນສົກປີ 2020-2021 ນີ້,
ການຮຽນ - ການສອນມີ ສອງລະ ບົບຄື: ລະບົບບຳລຸງ ແລະ ກໍ່ສ້າງ
ໃນນີ້, ລະບົບບຳລຸງໃຊ້ເວລາຮຽນ
ທັງໝົດ 103 ວັນ , ລະບົບກໍ່ສ້າງ ໃຊ້ເວລາຮຽນ ທັງໝົດ 183 ວັນ, ສ່ວນລະບົບບຳລຸງພະນັກງານ
ມີວິຊາຮຽນແບ່ງອອກເປັນ 3
ໝວດຄວາມຮູ້ຄື: ໝວດພື້ນຖານ
ການທະຫານ 27 ວັນ ລວມມີ 5
ວິຊາຮຽນ; ໝວດການເມືອງ-
ພະລາທິການ 10 ວັນ, ລວມມີ 2
ວິຊາຮຽນ, ໝວດຄວາມຮູ້ວິຊາສະ
ເພາະເຫຼົ່າຮົບ 66 ວັນ ລວມມີ
10 ວິຊາຮຽນ. ສ່ວນລະບົບກໍ່
ສ້າງນາຍສິບແບ່ງອອກເປັນ 3
ໝວດຄວາມຮູ້ຄື: ໝວດຄວາມ ຮູ້ທົ່ວໄປ 10 ວັນ, ລວມມີ 2 ວິຊາຮຽນ,ໝວດຄວາມຮູ້ພື້ນຖານວິຊາສະເພາະ 72 ວັນ ລວມມີ 9 ວິຊາຮຽນ, ໝວດຮຽນຊີ້ນໍາ -
ບັນຊາ 10 ວັນ ລວມມີ 9 ວິຊາ
ຮຽນ, ໝວດຮຽນເຕັກນິກພາຫະ ນະກົນຈັກໜັກ 101 ວັນ ລວມມີ 12 ວິຊາຮຽນ.
ໂອກາດດັ່ງກ່າວ ສະຫາຍ ພັນ
ເອກ ວຽງໄຊ ໄຊສະໝອນ ໄດ້ ມີຄຳເຫັນເນັ້ນໃຫ້ຄະນະພັກ-ຄະ ນະອໍານວຍການໂຮງຮຽນເປັນ ເຈົ້າການຊີ້ນໍາ-ນໍາພາປັບປຸງກໍ່ ສ້າງໂຮງຮຽນເຫຼົ່າຮົບຊ່າງແສງ ໂດຍສະເພາະແມ່ນປັບປຸງໂຄງການຫຼັກສູດການຮຽນ-ການ ສອນ, ບຳລຸງຍົກລະດັບຖັນແຖວ ພະນັກງານຄູ-ອາຈານ ເພື່ອຮັບ
ປະກັນກໍ່ສ້າງນາຍທະຫານຊ່າງ ແສງໃຫ້ມີຄຸນນະພາບ, ພະນັກ
ງານຄູ-ອາຈານ ຕ້ອງເປັນເຈົ້າ
ການຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ, ດຸໝັ່ນ
ຄົ້ນຄວ້າເອກະສານຕ່າງໆ ແລະ
ປັບປຸງບັນດາເນື້ອໃນບົດສອນໃຫ້ ແຕ່ລະເປົ້າໝາຍ ໃນສົກຮຽນນີ້ ໃຫ້ຮັບປະກັນໄດ້ຄູສອນດີ-ສອນ ເກັ່ງ, ການສິດສອນຕ້ອງໄດ້ປະ ສານສົມທົບແໜ້ນລະຫວ່າງທິດ ສະດີກັບພາກປະຕິບັດຕົວຈິງ ໄປ
ພ້ອມໆກັນ, ສຳລັບນັກຮຽນຕ້ອງ
ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນໃຫ້
ກາຍເປັນນັກຮຽນດີ-ຮຽນເກັ່ງ, ກໍາແໜ້ນທິດສະດີຫຼັກການເພື່ອນຳໄປຈັດຕັ້ງປະຕິບັດຢູ່ກົມກອງ ໃຫ້ປະກົດຜົນເປັນຈິງ.
ໂດຍ: ເກນ ວິໄລສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ