ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ກອງພົນທີ 2 ປະກາດການຈັດຕັ້ງຂັ້ນກອງພັນໃຫຍ່ ແລະ ປະກາດເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2020-09-24 08:32:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ:



ໃນວັນທີ 22 ກັນຍາ 2020 ນີ້, ກອງພົນທີ 2 ໄດ້ປະກາດການ ຈັດຕັ້ງ ແລະ ປະກາດເລື່ອນຊັ້ນ ໃຫ້ນາຍທະຫານ, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ວົງເພັດ ເພັງພານິດ ຫົວໜ້າຫ້ອງ ການເມືອງກອງພົນທີ 2, ມີຄະ ນະຫ້ອງ, ພະແນກການຄະນະ ພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານຜູ້ທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນຍືນ ວິ ໄລພັນ ຫົວໜ້າພະແນກພະນັກ ງານຫ້ອງການເມືອງກອງພົນ ທີ 2 ໄດ້ຂຶ້ນຜ່ານຂໍ້ຕົງລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງຄະນະພັກ-ຄະນະ ບັນຊາກອງພັນໃຫຍ່ 202 ກອງ ພົນທີ 2 ໂດຍອີງຕາມກົດໝາຍ ນາຍທະຫານກອງທັບປະຊາຊົນ ລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ IV ມາດຕາ 26 ວ່າ ດ້ວຍການແຕ່ງຕັ້ງຍົກຍ້າຍນາຍ ທະຫານອີງຕາມທິດທາງກ່ຽວ ກັບການບູລະນະການຈັດຕັ້ງນຳ ພາ-ບັນຊາໃນກຳລັງປະກອບ ອາວຸດໃຫ້ເຂັ້ມແຂງໜັກແໜ້ນ ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດອີງຕາມໜັງສືສະ ເໜີຂອງກອງພົນທີ 2 ອີງຕາມ ການສະເໜີຂອງກົມໃຫຍ່ການ ເມືອງກອງທັບ ກະຊວງປ້ອງກັນ ປະເທດຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ສົມດີ ໄຊຍະລາດ ເປັນຫົວ ໜ້າທະຫານກອງພັນໃຫຍ່ 202, ສະຫາຍ ພັນໂທ ບຸນຈັນ ມະນີ ສອນ ເປັນຮອງຫົວໜ້າການທະ ຫານກອງພັນໃຫຍ່ 202 ທັງເປັນ ຫົວໜ້າພະແນກເສນາທິການ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ປ້ອມ ບ່າວ ຄູນຫຼ້າ ເປັນຫົວໜ້າການ ທະຫານກອງພັນທີ 2, ສະຫາຍ ພັນຕີ ສີທອງ ຄອນພະຈິດ ເປັນ ຮອງຫົວໜ້າການທະຫານກອງ ພັນທີ 2. ພ້ອມນີ້, ຍັງໄດ້ປະກາດ ເລື່ອນຊັ້ນ-ປະດັບຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 42 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 78 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 19 ສະຫາຍ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ