ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຜູ້ຊ່ວຍທູດຝ່າຍທະຫານອາກາດໄທ
ເວລາອອກຂ່າວ: 2020-09-24 08:27:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 588 | ຄວາມນິຍົມ: ![]()
ໃນວັນທີ 23 ກັນຍາ 2020 ນີ້, ຢູ່ກົມພົວພັນຕ່າງປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບອໍາລາຂອງ ທ່ານ ນາວາ ອາກາດເອກ ກິດຕິພົງ ແກ້ວພາ ຜູ້ຊ່ວຍທູດຝ່າຍທະຫານອາກາດໄທ ປະຈໍາ ສປປ ລາວ ທີ່ໄດ້ສິ້ນ ສຸດການປະຕິບັດໜ້າທີ່ການທູດ ປະຈໍາຢູ່ລາວ.
ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ທ່ານ ນາວາອາກາດເອກ ກິດຕິພົງ ແກ້ວພາ ໄດ້ກ່າວສະ ແດງຄວາມຂອບໃຈຕໍ່ ທ່ານ ພົນ ຕີ ອ່ອນສີ ແສນສຸກ ແລະ ຝາກ ຄວາມຂອບໃຈມາຍັງການນໍາ, ຄະນະນໍາກະຊວງປ້ອງກັນປະ ເທດ ທີ່ໃຫ້ຄວາມຮ່ວມມື ແລະ ຊ່ວຍເຫຼືອ, ປະສານງານດ້ານ ຕ່າງໆ ໃນຕະຫຼອດໄລຍະທີ່ມາ ປະຕິບັດໜ້າທີ່ຜູ້ຊ່ວຍທູດຝ່າຍ ທະຫານອາກາດໄທ ປະຈໍາ ສປປ ລາວ. ເຖິງແມ່ນວ່າຈະພົ້ນ ຈາກຕໍາແໜ່ງກໍຕາມ ພ້ອມຈະ ໃຫ້ການຊ່ວຍເຫຼືອ, ຮ່ວມມືລະ ຫວ່າງກອງທັບອາກາດໄທ ແລະ ກອງທັບລາວໃຫ້ນັບມື້ນັບ ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນວັນດຽວກັນນີ້ ທ່ານ ນາ ວາ ອາກາດເອກ ກິດຕິພົງ ຍັງ ໄດ້ເຂົ້າຢ້ຽມຂໍ່ານັບອໍາລາ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະ ລັງສີ ຫົວໜ້າກົມພົວພັນຕ່າງປະ ເທດຕື່ມອີກ. ໂອກາດດັ່ງກ່າວ ກະຊວງປ້ອງກັນປະເທດ ໄດ້ຕົກ ລົງມອບຫຼຽນກາມິດຕະພາບ ກອງທັບປະຊາຊົນລາວໃຫ້ທ່ານ ນາວາອາກາດເອກ ກິດຕິພົງ ແກ້ວພາ ໂດຍການປະດັບ ຫຼຽນ ດັ່ງກ່າວຂອງ ທ່ານ ພົນ ຈັດຕະ ວາ ແກ່ນຈັນ ນັນທະລັງສີ.
ໂດຍ: ທອງເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















