ປະກາດແຕ່ງຕັ້ງຮອງຫົວໜ້າກົມຂົນສົ່ງ
ເວລາອອກຂ່າວ: 2020-09-24 08:23:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 578 | ຄວາມນິຍົມ: ![]()
ໃນວັນທີ 21 ກັນຍາ 2020 ນີ້, ຢູ່ທີ່ຫ້ອງປະຊຸມກົມຂົນສົ່ງ, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງພິທີປະກາດແຕ່ງຕັ້ງ ຮອງຫົວໜ້າກົມຂົນສົ່ງ, ກົມ ໃຫຍ່ພະລາທິການການກອງທັບ ຂຶ້ນຢ່າງເປັນທາງການ ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າ ຫ້ອງ, ພ້ອມດ້ວຍພະນັກງານ ພາຍໃນກົມຂົນສົ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ໄພວັນ ໄຊພູ ບານ ຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່ພະລາທິການກອງ ທັບໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ ການອະນຸຍາດໃຫ້ນາຍທະຫານ ຢູ່ກົມໃຫຍ່ພະລາທິການກອງທັບ ພັກການເພື່ອຮັບເບ້ຍບຳນານ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ( ສະ ບັບປັບປຸງ) ພາກທີ III ໝວດທີ 1 ມາດຕາ 33 ວ່າດ້ວຍ ອາຍຸ ກະສຽນຮັບເບ້ຍບຳນານຂອງ ນາຍທະຫານ, ກະຊວງປ້ອງກັນ ປະເທດຕົກລົງອະນຸຍາດໃຫ້ສະ ຫາຍພັນເອກ ຄຳແດງ ໝັ້ນມີໄຊ ຮອງຫົວໜ້າກົມຂົນສົ່ງ, ກົມໃຫຍ່ ພະລາທິການກອງທັບ ພັກການ ເພື່ອກຽມຮັບເບ້ຍບຳນານ ແລະ ຂໍ້ຕົກລົງແຕ່ງຕັ້ງຮອງຫົວໜ້າ ກົມຂົນສົ່ງກົມໃຫຍ່ພະລາທິການ ກອງທັບ, ອີງໃສ່ກົດໝາຍນາຍ ທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍນາຍທະ ຫານ, ອີງຕາມທິດທາງກ່ຽວກັບ ການປັບປຸງບູລະນະກົງຈັກການ ຈັດຕັ້ງນຳພາ-ບັນຊາໃນກຳລັງ ປະກອບອາວຸດໃຫ້ເຂັ້ມແຂງ, ໜັກ ແໜ້ນຮອບດ້ານເພື່ອເຮັດສຳເລັດ ໜ້າທີ່ປົກປັກຮັກສາ ແລະ ສ້າງ ສາປະເທດຊາດ, ດັ່ງນັ້ນກະຊວງ ປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ວົງນະຄອນ ພົມ ມະຈັກ ເປັນຮອງຫົວໜ້າກົມຂົນ ສົ່ງ, ກົມໃຫຍ່ພະລາທິການກອງ ທັບ.
ໂອກາດເຂົ້າຮ່ວມພິທີ ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ໄດ້ໂອ້ລົມຕໍ່ພະນັກງານທີ່ອາຍຸ ເຖິງກະສຽນພັກການກຽມຮັບ
ເບ້ຍບຳນານເຊິ່ງໄດ້ຊົມເຊີຍຕໍ່
ຜົນງານການປະກອບສ່ວນວຽກ ງານໃນກອງທັບ ເວົ້າລວມ,
ເວົ້າສະເພາະ ກົມໃຫຍ່ພະລາທິ
ການກອງທັບໄດ້ມີຜົນສຳເລັດ
ຫຼາຍດ້ານຢ່າງຕັ້ງໜ້າ, ພ້ອມ
ທັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບ
ໜ້າທີ່ໃໝ່ຈົ່ງຍົກສູງຄວາມຮູ້
ຄວາມສາມາດໃນການຊີ້ນຳ,
ນຳພາ-ບັນຊາໃຫ້ມີຄວາມເຂັ້ມ ແຂງ, ໜັກແໜ້ນ ແລະ ມີຄວາມ
ຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ຕັ້ງໜ້າ ເຝິກຝົນຫຼໍ່ຫຼອມຕົນເອງທາງ ດ້ານຄຸນທາດການເມືອງ, ຄຸນສົມ ບັດສິນທຳປະຕິວັດໃຫ້ເລິກເຊິ່ງ, ເພີ່ມທະວີຄວາມສາມັກຄີພາຍ ໃນໃຫ້ແໜ້ນແຟ້ນ, ພາຍນອກ ໃຫ້ກວ້າງຂວາງ,ຍົກສູງບົດບາດ ການນຳພາຂອງພັກ, ມີການປຶກ ສາຫາລືເປັນໝູ່ຄະນະ, ມີຄວາມ ເປັນເອກະພາບທຸກວຽກງານ, ລວມ ສູນປະຊາທິປະໄຕ ສືບຕໍ່ເຮັດ ວຽກສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ເຂັ້ມແຂງຕິດ ພັນກັບຂະບວນການຕ່າງໆ ເພື່ອ ຈັດຕັ້ງນຳພາກົມກອງໃຫ້ມີໃບ ໜ້າອັນໃໝ່.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















