ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫະພັນແມ່ຍິງກົມໃຫຍ່ເຕັກນິກກອງທັບ ຈັດຕັ້ງປາຖະກະຖາລະນຶກ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ
ເວລາອອກຂ່າວ: 2018-12-13 11:03:38 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ໃນວັນທີ 7 ທັນວາ 2018 ນີ້, ສະຫະພັນແມ່ຍິງກົມໃຫຍ່ເຕັກ ນິກກອງທັບ, ໄດ້ຈັດຕັ້ງພິທີປາ ຖະກະຖາລະນຶກວັນສາກົນຢຸດຕິ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງ ພັນເອກ ນາງ ຄຳພູສິດທິເສນ ຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງ ລາວ, ຫົວໜ້າຫ້ອງການສະຫະ ພັນແມ່ຍິງກອງທັບ, ມີຄະນະ ກົມ, ຄະນະຫ້ອງ, ພະແນກສະ ຫະພັນແມ່ຍິງກົມໃຫຍ່ເຕັກນິກ ກອງທັບ, ມີຄະນະພັກ - ຄະນະ ບັນຊາກົມກອງຮາກຖານ, ສະ ມາຊິກເອື້ອຍນ້ອງສະຫະພັນແມ່ ຍິງພາຍໃນກົມ ແລະ ກົມກອງ ອ້ອມຂ້າງເຂົ້າຮ່ວມຢ່າງພ້ອມ ພຽງ. ພັນເອກ ນາງ ຄຳພູ ສິດ ທິເສນ ໄດ້ບັນຍາຍເນື້ອໃນເອກະ ສານກ່ຽວກັບປະຫວັດຄວາມ ເປັນມາຂອງວັນສາກົນຢຸດຕິ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໄດ້ຍົກຂຶ້ນທຳອິດໃນປະ ເທດອາເມຣິກາລາຕິນ ແລະ ໄດ້ ຄ່ອຍໆແຜ່ຂະຫຍາຍໄປສູ່ປະເທດ ຕ່າງໆ ໃນທົ່ວໂລກໃຫ້ເປັນວັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ໄດ້ຖືກປະກາດຄັ້ງທຳອິດ ໃນກອງປະຊຸມນັກເຄື່ອນໄຫວ ສົ່ງເສີມດ້ານສິດທິແມ່ຍິງໃນຂົງ ເຂດອາເມລິກາລາຕິນ ແລະ ຄາ ຣິບຽນ, ເຊິ່ງຈັດຂຶ້ນທີ່ນະຄອນ ໂບໂກຕາປະເທດໂກລົມເບຍລະ ຫວ່າງວັນທີ 18-21 /1981, ເພື່ອລະນຶກເຖິງວິລະກຳຂອງ ສາມເອື້ອຍນ້ອງຕະກູນມີຣາບານ ຈາກສາທາລະນະລັດໂດມີນີເກນ ທີ່ຖືກລອບຄາດຕະກຳຢ່າງໂຫດ ຮ້າຍປ່າເຖື່ອນໃນປີ 1960 ໃນ ລະບອບຜະເດັດການຂອງ ຣາ ຟາເອລທຣູກີໂລ 1930-1961, ວັນດັ່ງກ່າວໄດ້ຖືກກຳນົດເປັນ ວັນລະນຶກ ແລະ ໄວ້ອາໄລເຖິງ ສາມເອື້ອຍນ້ອງ ຕະກູນ ມີຣາ ບານ ເຊິ່ງທົ່ວໂລກ ໄດ້ຮັບຮູ້ວ່າ ເປັນວັນຕ້ານຄວາມຮຸນແຮງບົນ ພື້ນຖານທາງເພດ. ສຳລັບການ ເຄື່ອນໄຫວຕ້ານຄວາມຮຸນແຮງ ຕໍ່ແມ່ຍິງໃນ ສປປ ລາວ ໃນໄລ ຍະຜ່ານມາບັນດາຂະແໜງການ, ອົງການ ແລະ ທ້ອງຖິ່ນຕ່າງໆ ໄດ້ອອກແຮງເຄື່ອນໄຫວຕ້ານ ຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ ລາວ ໂດຍສ້າງນິຕິກຳທີ່ຈຳເປັນ ແລະ ຂະບວນການຍຸຕິທຳເພື່ອ ປົກປ້ອງ ແລະ ໃຫ້ການຊ່ວຍເຫຼືອ ແມ່ຍິງຜູ້ຖືກເຄາະຮ້າຍຈາກ ຄວາມຮຸນແຮງ ແລະ ການຄ້າ ມະນຸດເພື່ອຊ່ວຍເຫຼືອແມ່ຍິງຖືກ ເຄາະຮ້າຍຈາກການຂູດຮີດທາງ ເພດ, ຄະນະນຳບັນດາຂະແໜງ ການ, ອົງການ ແລະ ທ້ອງຖິ່ນ ຕ່າງໆ ໄດ້ເປີດຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະ ນາໃນຂອບເຂດທົ່ວປະເທດເພື່ອ ສ້າງຄອບຄົວ, ບ້ານ ແລະ ເມືອງ ພັດທະນາຕິດພັນກັນການປະຕິ ບັດສິດສະເໜີພາບ ຍິງ-ຊາຍ ແລະ ປາສະຈາກການໃຊ້ຄວາມ ຮຸນແຮງໃນຄອບຄົວ, ໂດຍສະ ເພາະແມ່ຍິງ ແລະ ເດັກອັນໄດ້ ສ້າງບາດລ້ຽວໃໝ່ໃນການແກ້ ໄຂທັດສະນະຄະຕິຄວາມຮັບຮູ້ ແລະ ການເຊື່ອຖືງົມງວາຍແບບ ຄອງເດີມທີ່ລ້າສະໄໝຕໍ່ບັນຫາ ຄວາມສະເໜີພາບຍິງ-ຊາຍ ແລະ ຄວາມຮຸນແຮງໃນຄອບຄົວ, ພ້ອມກັນນີ້ກໍໄດ້ຈັດຕັ້ງປະຕິບັດ ການຮ່ວມມືໃນວຽກງານປົກ ປ້ອງສິດ ແລະ ຜົນປະໂຫຍດ ຂອງແມ່ຍິງ ແລະ ເດັກໃນຂອບ ເຂດການຮ່ວມມືອາຊຽນກໍຄືໃນ ຂົງເຂດອາຊີ ແລະ ປາຊີຟິກ, ການສົ່ງເສີມວຽກງານຄວາມ ກ້າວໜ້າຂອງແມ່ຍິງແນໃສ່ການ ບັນລຸເປົ້າໝາຍດ້ານການພັດທະ ນາ, ສົ່ງເສີມການພັດທະນາແລະ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງແມ່ຍິງ ແລະ ເດັກນ້ອຍ. ໂດຍ: ຄຳສຸກ ວິໄລວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ