
ປັບປຸງວຽກງານພະລາທິການຢູ່ກອງພັນ 617 ກອງພົນທີ 4
ເວລາອອກຂ່າວ: 2020-09-23 08:24:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 158 | ຄວາມນິຍົມ:
ວັນທີ 16 ກັນຍາ 2020
ນີ້, ກອງພົນທີ 4 ໄດ້ປະກາດ ປັບປຸງການຈັດຕັ້ງວຽກງານ ພະລາທິການ ກອງພັນ 617, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ທອງສາ ວໍອິນລະພົມ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4, ມີພະແນກການທີ່ ກ່ຽວຂ້ອງຕະຫຼອດຮອດນາຍ ແລະ ພົນທະຫານພາຍໃນກົມ ກອງດັ່ງກ່າວເຂົ້າຮ່ວມ.
ສະຫາຍ ພັນໂທ ແສງທອງ
ສີທະວົງ ຫົວໜ້າພະແນກພະນັກ ງານກອງພົນທີ 4 ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງກອງພົນທີ 4 ອີງຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ ໝວດທີ III ມາດຕາທີ 10 ແລະ
ໝວດທີ IV ມາດຕາທີ 21 ວ່າດ້ວຍ ການແຕ່ງຕັ້ງ ແລະ
ຍົກຍ້າຍນາຍທະຫານ, ດັ່ງນັ້ນ ກອງພົນທີ 4 ຕົກລົງ ວ່າດ້ວຍ ການສັ່ງຖອນ ສະຫາຍ ພັນໂທ
ນວນຕາ ແສງສຸລິຈັນ ຮອງຫົວ
ໜ້າກອງພັນ ຮັບຜິດຊອບພະ ລາທິການກອງພັນ 617 ໄປຮັບ ໜ້າທີ່ໃໝ່ຢູ່ຫ້ອງການເມືອງ ກອງພົນທີ 4 ແລະ ແຕ່ງຕັ້ງ ສະຫາຍ ພັນຕີ ຄຳໃບ ສິມມະລີ ຮັກສາການຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາ ທິການ ກອງພັນ 617 ເພື່ອສືບ
ຕໍ່ຊີ້ນຳ-ນໍາພາວຽກງານພະລາ ທິການກອງພັນ 617 ແລະ ໃຫ້ ສອດຄ່ອງແທດເໝາະກັບໜ້າທີ່ ວຽກງານຕົວຈິງຂອງກົມກອງ ທັງເປັນການປັບປຸງບູລະນະການ ຈັດຕັ້ງໃຫ້ເຂັ້ມແຂງເຕີບໃຫຍ່ ຂຶ້ນກວ່າເກົ່າ.
ໂອກາດດັ່ງກ່າວນີ້, ສະຫາຍ
ພັນໂທ ທອງສາ ວໍອິນລະພົມ ໄດ້ໂອ້ລົມ ແລະ ຍ້ອງຍໍຊົມ
ເຊີຍຜົນງານທີ່ຍາດໄດ້ໃນໄລ
ຍະຜ່ານມາ ແລະ ຍັງໄດ້ຮຽກ ຮ້ອງຄະນະພັກ-ຄະນະບັນຊາ,
ພະນັກງານທີ່ຖືກແຕ່ງຕັ້ງມອບ ໜາຍໜ້າທີ່ໃໝ່ຈົ່ງຕັ້ງໜ້າ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກ ງານວິຊາສະເພາະຂອງຕົນໃຫ້ ໄດ້ດີ, ສຶກສາອົບຮົມການ
ເມືອງ-ນໍາພາແນວຄິດໃຫ້ບັນດາ ພະນັກງານ-ນັກຮົບພາຍໃນກົມ ກອງເປັນສໍາຄັນ, ມີຄວາມສາມັກ ຄີເປັນປຶກແຜ່ນພາຍໃນກົມກອງ, ພ້ອມກັນເຮັດສໍາເລັດໜ້າທີ່ ວຽກງານ, ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ
ສິນທຳປະຕິວັດ ພ້ອມກັນເອົາໃຈ ໃສ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ປັບ
ປຸງກໍ່ສ້າງກົມກອງ, ສ້າງພະລາ ທິການກັບທີ່ ຕາມຄຳຂວັນ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ພັດທະນາກົມກອງໃຫ້ກາຍ ເປັນກອງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ.
ໂດຍ: ສຸລິວັນ ແສນບຸດຕະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ