
ພະແນກອຸດສາຫະກຳ ແລະ ການຄ້າແຂວງ ມອບເຄື່ອງໃຊ້ຫ້ອງການໃຫ້ທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2020-09-23 08:23:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:
ໃນວັນທີ 13 ສິງຫາ 2020 ນີ້, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ນຳເອົາ ເຄື່ອງໃຊ້ຫ້ອງການມອບໃຫ້ຄະ ນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ, ເຊິ່ງປະກອບມີ: ຄອມພິວເຕີ 01 ຊຸດ, ປີ້ນເຕີ 01 ໜ່ວຍ ລວມມູນຄ່າ 6 ລ້ານກີບ, ເພື່ອນຳໃຊ້ເຂົ້າໃນ ວຽກງານການເຄື່ອນໄຫວພາຍ ໃນກົມກອງ ກ່າວມອບໂດຍ ສະຫາຍ ນາງ ພວງພັນ ພູມສະ
ຫວັນ ຫົວໜ້າພະແນກອຸດສາຫະ ກຳ ແລະ ການຄ້າ ແຂວງບໍ່ແກ້ວ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ວິດອນ ພຸດດາວົງ ຄະນະປະຈຳພັກແຂວງ ເລຂາ
ຄະນະພັກ ຫົວໜ້າການທະ
ຫານກອງບັນຊາການທະຫານ
ແຂວງບໍ່ແກ້ວ, ມີຄະນະພັກ-ຄະ
ນະບັນຊາ ພ້ອມດ້ວຍພະນັກ
ງານ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພະຍານ.
ໂອກາດນີ້, ສະຫາຍ ພັນເອກ
ວິດອນ ພຸດດາວົງ ໄດ້ສະແດງ ຄວາມຂອບໃຈຕໍ່ພະແນກ ອຸດສາ ຫະກຳ ແລະ ແຂວງບໍ່ແກ້ວ ທີ່ເຫັນໄດ້ຄວາມຈຳເປັນຂອງ ວຽກງານພາຍໃນກົມກອງ ເຊິ່ງ ໄດ້ນຳເອົາເຄື່ອງດັ່ງກ່າວມາມອບ ໃຫ້ກອງບັນຊາການທະຫານ ແຂວງບໍ່ແກ້ວ ໃນຄັ້ງນີ້. ພ້ອມທັງ, ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານລວມຂອງກົມກອງໃຫ້ມີປະໂຫຍດສູງສຸດ.
ໂດຍ: ສົມໄຊ ສີລາຈັນ
ພາບ: ສຸດທິແດນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ