ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳຂັ້ນສູງພັກ-ລັດເດີນທາງໄປວາງພວງມາລາໄຫວ້ອາໄລ ອະດີດເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ
ເວລາອອກຂ່າວ: 2020-08-18 11:12:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ຂປລ. ໃນຕອນເຊົ້າຂອງວັນ ທີ 14 ສິງຫາ 2020 ນີ້, ຄະນະ ຜູ້ແທນຂັ້ນສູງພັກ-ລັດ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ກໍາມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປວາງພວງ ມາລາໄຫວ້ອາໄລ ສະຫາຍ ເລ ຂາຟຽວ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ເຊິ່ງໄດ້ ເຖິງແກ່ມໍລະນະກໍາ ເມື່ອວັນທີ 7 ສິງຫາ 2020 ຜ່ານມາ. ພາຍຫຼັງພິທີໄຫວ້ອາໄລທາງ ການ ແລ້ວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວ ສ້າງຊາດຂຽນຄວາມຮູ້ສຶກລົງ ໃນປື້ມໄຫວ້ອາໄລ ເຊິ່ງມີເນື້ອໃນ ວ່າ: ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດມີ ຄວາມໂສກເສົ້າເສຍດາຍເປັນ ຢ່າງຍິ່ງ ເມື່ອໄດ້ຮັບຂ່າວການ ຈາກໄປຂອງສະຫາຍເລຂາຟ່ຽວ ອະດີດເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກກອມມູ ນິດຫວຽດນາມຢ່າງບໍ່ມີວັນ ຫວນກັບມາ. ການຈາກໄປຂອງ ສະຫາຍ ເປັນການສູນເສຍອັນ ໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ສູນເສຍ ນັກປະຕິວັດຜູ້ອົງອາດກ້າຫານ, ຜູ້ນຳທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງ. ຕະຫຼອດໄລຍະຫຼາຍທົດ ສະວັດທີ່ຜ່ານມາ ສະຫາຍ ເລ ຂາຟ່ຽວ ໄດ້ປະກອບສ່ວນຢ່າງ ໃຫຍ່ຫຼວງເຂົ້າໃນພາລະກິດສ້າງ ສາພັດທະນາ ແລະ ປົກປັກຮັກ ສາປະເທດຊາດເຮັດໃຫ້ປະເທດ ຊາດຫວຽດນາມ ມີການພັດ ທະນາຢ່າງບໍ່ຢຸດຢັ້ງ. ການຈາກ ໄປຂອງສະຫາຍຍັງເປັນການ ສູນເສຍເພື່ອນຮ່ວມຮົບປະຕິວັດຜູ້ ອາດຫານ, ສູນເສຍສະຫາຍທີ່ສະ ໜິດສະໜົມ ແລະ ໃກ້ຊິດທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ. ສະຫາຍເປັນຜູ້ໜຶ່ງທີ່ປະກອບ ສ່ວນສຳຄັນເຂົ້າໃນການເສີມ ຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງປະເທດລາວ ແລະ ຫວຽດນາມຕະຫຼອດມາ. ໂອກາດດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະ ນະ ຍັງໄດ້ເຂົ້າພົບປະກັບສະຫາຍ ຫງວຽນ ຊວນ ຟຸກ ກໍາມະການກົມ ການເມືອງສູນກາງພັກ, ນາຍົກ ລັດຖະມົນຕີແຫ່ງ ສສ ຫວຽດ ນາມ. ໃນການພົບປະຄັ້ງນີ້, ສະ ຫາຍ ທອງລຸນ ສີສຸລິດ ໄດ້ກ່າວ ສະແດງຄວາມອາໄລອາວອນ ຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາ ຄວາມທຸກໂສກມາຍັງຄະນະບໍ ລິຫານງານສູນກາງພັກກອມມູ ນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດ ຊາດຫວຽດນາມ ກໍຄືຄອບຄົວ, ຍາດຕິພີ່ນ້ອງຂອງສະຫາຍ ເລ ຂາຟ່ຽວ. ພ້ອມກັນນັ້ນ, ຕາງໜ້າ ໃຫ້ພັກ, ລັດຖະບານລາວ ສະແດງ ຄວາມເຫັນໃຈຕໍ່ສະຫາຍຫວຽດ ນາມ ທີ່ໄດ້ຮັບຜົນກະທົບຈາກການ ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ແລະ ເຊື່ອໝັ້ນວ່າດ້ວຍ ການເອົາໃຈໃສ່ຢ່າງໃກ້ຊິດຈາກ ການນຳພັກ-ລັດ ໃນການໃຊ້ມາດ ຕະການທີ່ເຂັ້ມງວດ, ທັນການ ຂອງ ສສ ຫວຽດນາມຈະສາ ມາດຄວບຄຸມພະຍາດດັ່ງກ່າວ ນີ້ໄດ້ໃນໄວໆນີ້ ແລະ ສະແດງ ຄວາມຊົມເຊີຍຕໍ່ ສສ ຫວຽດນາມ, ໃນສະພາບການທີ່ມີຄວາມຫຍຸ້ງ ຍາກ ພ້ອມຜົນກະທົບຈາກການ ແຜ່ລະບາດຂອງພະຍາດໂຄ ວິດ-19, ແຕ່ກໍໄດ້ເຮັດໜ້າທີ່ເປັນ ປະທານອາຊຽນຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນສຳເລັດສູງ. ໃນການພົບປະຄັ້ງນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການພົ້ນເດັ່ນ ແລະ ແລກ ປ່ຽນຄໍາຄິດເຫັນກ່ຽວກັບການ ຮ່ວມມືສອງຝ່າຍ, ບັນຫາທີ່ພົ້ນ ເດັ່ນທີ່ຕ່າງຝ່າຍໃຫ້ຄວາມສົນ ໃຈໂດຍສະເພາະໄດ້ແຈ້ງໃຫ້ ກັນຊາບກ່ຽວກັບສະພາບການ ແຜ່ລະບາດ, ການປ້ອງກັນແລະ ສະກັດກັ້ນພະຍາດໂຄວິດ-19 ແລະ ສອງຝ່າຍເຫັນດີສືບຕໍ່ເພີ່ມ ທະວີຮ່ວມມືກັນຊຸກຍູ້ການຈັດ ຕັ້ງປະຕິບັດບັນດາຂໍ້ຕົກລົງ ຕ່າງໆ ຂອງການນໍາຂັ້ນສູງຂອງ ສອງພັກ-ລັດ ໂດຍສະເພາະການ ຮ່ວມມືດ້ານເສດຖະກິດທີ່ໄດ້ປຶກສາຫາລືກັນໃນໂອກາດພົບປະຢູ່ນະຄອນດານັງ ໃນເດືອນກໍລະກົດ ແລ້ວນີ້ ແລະ ໃນອາທິດຜ່ານມາ ສອງຄະນະກໍາມາທິການຮ່ວມມື ສອງປະເທດ ໄດ້ມີກອງປະ ຊຸມກາງສະໄໝທາງໄກຮ່ວມ ກັນແລ້ວ ເພື່ອຜັນຂະຫຍາຍຜົນ ການຕົກລົງໃຫ້ເປັນຮູບປະທຳ ແລະ ນໍາເອົາໝາກຜົນຕົວຈິງມາສູ່ສອງຝ່າຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ