ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈັດກິດຈະກຳແຂ່ງຂັນກີລາດອກປີກໄກ່ສະເຫຼີມສະຫຼອງ ວັນສ້າງຕັ້ງສູນກາງແນວລາວສ້າງຊາດ ຄົບຮອບ 70 ປີ
ເວລາອອກຂ່າວ: 2020-08-18 11:07:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໃນວັນທີ 14-15 ສິງຫາ 2020 ນີ້, ກົມໃຫຍ່ການເມືອງກອງ ທັບ ຮ່ວມກັບສູນກາງເເນວລາວ ສ້າງຊາດຈັດກິດຈະກຳເເຂ່ງຂັນກີ ລາດອກປີກໄກ່ມິດຕະພາບຂຶ້ນ ທີ່ສະໂມສອນດອກປີກໄກ່ກອງທັບ ( ຫຼັກ 5) ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສູນກາງເເນວລາວ ສ້າງ ຊາດຄົບຮອບ70 ປີ ເເລະ ທັງ ເປັນການເເຂ່ງຂັນຊີງຂັນທ່ານ ປະທານສູນກາງເເນວລາວສ້າງ ຊາດ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະ ພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ທ່ານ ຈັນທະວົງ ແສນອາມາດ ມົນຕີ ຮອງປະທານສູນກາງ ເເນວລາວສ້າງຊາດ, ພະນັກງານ ຫຼັກແຫຼ່ງ, ກຳມະການ, ນັກກີລາ, ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ກອງເຊຍທັງສອງພາກສ່ວນເຂົ້າຮ່ວມຢ່າງຟົດຟື້ນ. ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຮອງຫົວໜ້າກົມ ໂຄສະນາອົບຮົມ ກົມໃຫຍ່ການ ເມືອງກອງທັບ ໄດ້ກ່າວຈຸດປະ ສົງຂອງການແຂ່ງຂັນກີລາດອກ ປີກໄກ່ມິດຕະພາບຄັ້ງນີ້ແມ່ນ ເປັນກິດຈະກຳໜຶ່ງທີ່ປິ່ນອ້ອມ ແລະ ປະກອບສ່ວນເຂົ້າໃນຂະ ບວນການສະເຫຼີມສະຫຼອງວັນ ສ້າງຕັ້ງສູນກາງແນວລາວສ້າງ ຊາດຄົບຮອບ 70 ປີ. ພ້ອມນີ້ກໍ ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງກົມໃຫຍ່ການເມືອງ ກອງທັບກັບສູນກາງແນວລາວ ສ້າງຊາດ ແລະ ທັງເປັນການ ອອກກຳລັງກາຍເພື່ອສຸຂະພາບ ໃຫ້ມີຄວາມແຂງເເຮງ, ເສີມສ້າງ ມິດຕະພາບ, ຄວາມຊຳນິຊຳນານ, ໄຫວພິກ ໃນການຫຼິ້ນກີລາສາ ມັກຄີກັນລະຫວ່າງນັກກີລາດ້ວຍ ກັນ ແລະ ມີການພົວພັນເຊິ່ງກັນ ແລະ ກັນເປັນຢ່າງດີ. ພ້ອມ ດຽວ ກັນນີ້ ເປັນການເເຂ່ງຂັນກີລາ ດອກປີກໄກ່ຊີງຂັນລາງວັນທ່ານ ປະທານສູນກາງແນວລາວສ້າງ ຊາດ. ສໍາລັບຜົນການແຂ່ງຂັນປະເພດ ຄູ່ອາວຸໂສຊາຍທົ່ວໄປທີ 1 ຄູ່ ຂອງ ທ່ານ ສະໄໝຈັນ, ທີ 2 ຄູ່ຂອງ ທ່ານ ວົງສະຫວັດ ແລະ ທີ 3 ຄູ່ ຂອງທ່ານ ນະພາ; ປະ ເພດ ຄູ່ຊາຍທົ່ວໄປ ທີ 1 ຄູ່ຂອງທ່ານ ວິລະສັກ, ທີ 2 ຄູ່ຂອງທ່ານ ສົມ ໃຈ ແລະ ທີ 3 ຄູ່ຂອງທ່ານໂຈ່; ປະເພດຄູ່ຍິງທົ່ວໄປ ທີ 1 ຄູ່ ຂອງທ່ານ ນາງ ເມ, ທີ 2 ຄູ່ຂອງ ທ່ານ ນາງ ເເສງເພັດ ແລະ ທີ 3 ຄູ່ຂອງທ່ານ ນາງ ນ້ອຍ, ປະ ເພດຄູ່ປະສົມຊາຍ-ຍິງທົ່ວໄປ ທີ1 ຄູ່ຂອງທ່ານ ແກ້ວສຸວັນ, ທີ 2 ຄູ່ ຂອງທ່ານ ອານຸພາບ ແລະ ທີ 3 ຄູ່ຂອງທ່ານ ສັງທອງ. ພ້ອມນີ້ ກໍໄດ້ມອບຫຼຽນ ແລະ ຂັນລາງວັນ ໃຫ້ແຕ່ລະປະເພດກີລາຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ