ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ບຸນຍັງ ວໍລະຈິດ ສົນທະນາທາງໄກ ກັບ ສະຫາຍ ຫງວຽນ ຟູ ຈ້ອງ
ເວລາອອກຂ່າວ: 2020-08-14 19:41:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 430 | ຄວາມນິຍົມ:



ໃນວັນທີ 13 ສິງຫາ 2020 ສະຫາຍ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາ ທາງໄກ ກັບ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະ ບໍລະຫານງານສູນກາງພັກ ກອມ ມູນິດຫວຽດນາມ, ປະທານປະ ເທດແຫ່ງ ສສ ຫວຽດນາມ. ໃນການສົນທະນາຄັ້ງນີ້, ສະ ຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງ ຄວາມປິຕິຊົມຊຶ່ນທີ່ໄດ້ມີໂອກາດ ສົນທະນາທາງໄກກັບສະຫາຍ ຫງວຽນ ຟູ ຈ້ອງ ແລະ ຖືໂອກາດ ດັ່ງກ່າວແດງຄວາມເສົ້າໂສກ ເສຍໃຈ ແລະ ອາໄລອາວອນຢ່າງ ສຸດຊຶ້ງຮ່ວມກັບ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການຈາກໄປຂອງ ສະຫາຍ ເລ ຂາຟຽວ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ. ການ ຈາກໄປຂອງສະຫາຍ ເລຂາ ຟຽວ ເປັນການສູນເສຍທີ່ໃຫຍ່ຫຼວງ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ສູນເສຍ ຜູ້ນຳປະຕິວັດ ທີ່ກ້າແກ່ນ, ເດັດ ດ່ຽວໜຽວແໜ້ນຂອງປະຊາຊົນ ຫວຽດນາມ. ສະຫາຍ ບຸນຍັງ ວໍລະຈິດ ຍັງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນ ໃຫຍ່ຫຼວງ, ຮອບດ້ານ ທີ່ປະຊາຊົນ ຫວຽດນາມ ອ້າຍນ້ອງ ຍາດມາ ໄດ້ໄລຍະຜ່ານມາກໍ່ຄືຕີລາຄາ ຜົນສຳເລັດໃນການຮັບມື, ສະກັດ ກັ້ນ ແລະ ຄວບຄຸມການແຜ່ລະ ບາດ ຂອງພະຍາດ ໂຄວິດ-19 ໃນຮອບທີ 1 ຜ່ານມາ ແລະ ສະ ແດງຄວາມເຊື່ອໝັ້ນວ່າພັກ, ລັດ ຖະບານ ຫວຽດນາມ ຈະສືບຕໍ່ ຍາດໄດ້ໄຊຊະນະໃນການຕ້ານ, ຄວບຄຸມພະຍາດດັ່ງກ່າວທີ່ພວມ ລະບາດຮອບສອງ ຢູ່ ຫວຽດ ນາມ, ສະແດງຄວາມຊົມເຊີຍ ຕໍ່ ຜົນສຳເລັດຂອງ ສສ ຫວຽດນາມ ໃນການເປັນປະທານອາຊຽນ ໃນປີ 2020 ນີ້ ແລະ ຍັງໄດ້ອວຍ ພອນໃຫ້ປະຊາຊົນ ຫວຽດນາມ ອ້າຍນ້ອງ ພາຍໃຕ້ການນຳພາ ຂອງພັກກອມມູນິດຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນພາລະ ກິດແຫ່ງການປ່ຽນແປງໃໝ່, ສືບ ຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ ຂອງ ຄັ້ງທີ 12 ຂອງພັກວາງ ອອກໃຫ້ປະກົດເປັນຈິງ ເພື່ອກ້າວ ໄປສູ່ການດຳເນີນກອງປະຊຸມ ໃຫຍ່ຄັ້ງທີ 13 ຂອງພັກໃນຕໍ່ໜ້າ. ສະຫາຍ ບຸນຍັງ ວໍລະຈິດ ຍັງ ໄດ້ສະແດງຄວາມຂອບໃຈ ທີ່ ຫວຽດນາມ ໄດ້ບິແບ່ງບົດຮຽນ ແລະ ໃຫ້ການຊ່ວຍເຫຼືອລາວ ເພື່ອຮັບມືກັບການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢ່າງທັນ ການເຊິ່ງເປັນການປະກອບສ່ວນ ຊ່ວຍເຫຼືອ ສປປ ລາວ ໃນການສະ ກັດກັ້ນຕ້ານການແຜ່ລະບາດຂອງ ເຊື້ອພະຍາດ ໂຄວິດ-19 ຢ່າງມີ ປະສິດທິຜົນໃນໄລຍະຜ່ານມາ. ສະຫາຍ ຫງວຽນ ຟູ ຈ້ອງ ໄດ້ຕີລາຄາສູງຕໍ່ການສົນທະນາ ທາງໄກກັບສະຫາຍ ບຸນຍັງ ວໍລະ ຈິດ ໃນຄັ້ງນີ້ ໂດຍໄດ້ສະແດງ ຄວາມຂອບໃຈມາຍັງພັກ, ລັດ ຖະບານ, ສະພາແຫ່ງຊາດ, ສູນ ກາງແນວລາວສ້າງຊາດ ແລະ ອົງການຕ່າງໆ ທີ່ໄດ້ສົ່ງໂທລະ ເລກແບ່ງເບົາຄວາມທຸກໂສກຕໍ່ ການຈາກໄປຂອງສະຫາຍ ເລຂາ ຟຽວ, ອະດີດເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ທັງ ຈະມີຄະນະຜູ້ແທນຂັ້ນສູງພັກ-ລັດ ລາວໄປໄຫວ້ອາໄລຕື່ມອີກ, ເຊິ່ງເປັນການສະແດງໃຫ້ເຫັນ ເຖິງມູນເຊື້ອສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ. ສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ປະຊາຊົນລາວ ຍາດມາໄດ້ໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ບັນດາເຜົ່າຈະສືບຕໍ່ຍາດໄດ້ຜົນ ສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ, ປະຕິບັດສຳເລັດບັນດາເປົ້າໝາຍທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ວາງອອກ, ກ້າວສູ່ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກຢ່າງມີໄຊ. ໃນໂອກາດນີ້, ສະຫາຍ ຫງວຽນ ຟູ ຈ້ອງ ໄດ້ສະແດງຄວາມຂອບ ໃຈຕໍ່ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ສະພາບການຕ້ານ ແລະ ສະກັດ ກັ້ນເຊື້ອພະຍາດ ໂຄວິດ -19 ຢູ່ ສສ ຫວຽດນາມ ໃນປັດຈຸບັນ, ສະແດງຄວາມຂອບໃຈຕໍ່ຝ່າຍ ລາວ ໃນການປະສານສົມທົບກັບ ຫວຽດນາມ ໃນກອບການຮ່ວມມື ອາຊຽນ ເພື່ອຍາດເອົາໝາກຜົນອັນຕັ້ງໜ້າຂອງແຕ່ລະປະເທດ; ສະເໜີໃຫ້ສອງປະເທດ ສືບຕໍ່ຮວ່ມມືຢ່າງແໜ້ນແຟ້ນ, ຮ່ວມຈິດຮ່ວມໃຈ ຄຽງບ່າຄຽງ ໄຫຼ່ກັນ ເອົາຊະນະໃນການຕ້ານ ເຊື້ອພະຍາດ ໂຄວິດ-19 ເພື່ອ ເຮັດໃຫ້ສອງປະເທດມີຄວາມ ສະຫງົບສຸກສືບຕໍ່ພັດທະນາເສດ ຖະກິດ-ສັງຄົມ ແລະ ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນສອງ ປະເທດໃຫ້ດີຂຶ້ນເລື້ອຍໆ. ສະຫາຍ ຫງວຽນ ຟູ ຈ້ອງ ແລະ ສະຫາຍ ບຸນຍັງ ວໍລະຈິດ ໄດ້ແຈ້ງ ໃຫ້ກັນຊາບກ່ຽວກັບສະພາບ ການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ແລກປ່ຽນຄວາມ ຄິດຄວາມເຫັນກ່ຽວກັບການພົວ ພັນຮ່ວມມືລະຫວ່າງສອງປະ ເທດ, ແລກປ່ຽນສະພາບການ ໃນຂົງເຂດ ແລະ ສາກົນທີ່ຕ່າງ ຝ່າຍມີຄວາມສົນໃຈ, ໄດ້ຕີລາຄາ ສູງເຖິງການພົວພັນຮ່ວມມືລະ ຫວ່າງສອງພັກ, ສອງລັດໃນໄລ ຍະຜ່ານມາ ທີ່ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວໃນທຸກຂົງເຂດ ວຽກງານ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ ແລະ ການພັດທະນາເສດຖະກິດສັງຄົມຢູ່ແຕ່ລະປະ ເທດ, ພ້ອມທັງຢືນຢັນຈະພ້ອມ ກັນສືບຕໍ່ປົກປັກຮັກສາ ແລະ ເພີ່ມ ພູນຄູນສ້າງສາຍພົວພັນມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການພົວພັນຮ່ວມມື ຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມໃຫ້ຈະເລີນ ງອກງາມ ແລະ ຍືນຍົງຄົງຢູ່ຕະ ຫຼອດໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ