ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພີມຈຳໜ່າຍ ຄົບຮອບ 70 ປີ
ເວລາອອກຂ່າວ: 2020-08-14 19:39:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ:



ກະຊວງ ຖະແຫຼງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ ຈັດພິທີ ໂຮມຊຸມນຸມສະເຫຼີມສະຫຼອງວັນ ສື່ມວນຊົນ ແລະ ການພິມຈໍາໜ່າຍ ວັນທີ 13 ສິງຫາ ຄົບຮອບ 70 ປີ ໃນ ວັນ14.ສິງຫາ2020 ທີ່ຫໍວັດ ທະນະທໍາແຫ່ງຊາດ, ນະຄອນ ຫຼວງວຽງຈັນ. ໂດຍການເປັນປະ ທານຂອງ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ,ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນກຽດເຂົ້າຮ່ວມມີ ທ່ານ ທ່ານ ທອງລຸນ ສີສຸລິດ, ກໍາ ມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ, ພະນັກ ງານບໍນານປະຕິວັດອາວຸໂສ ພ້ອມດ້ວຍພະນັກງານ-ລັດຖະ ກອນອ້ອມຂ້າງກະຊວງ ແລະ ແຂກຮັບເຊີນເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວໄຂພິ ທີຢ່າງເປັນທາງການ ໂດຍຍົກ ໃຫ້ເຫັນຄວາມສໍາຄັນຂອງການ ຈັດງານໃນຄັ້ງນີ້ແມ່ນເຕັມໄປ ດ້ວຍຄວາມຫມາຍສໍາຄັນທາງ ປະຫວັດສາດ ເພາະເປັນການລະ ນຶກ 70 ປີຂອງວຽກງານສື່ມວນ ຊົນ ແລະ ການພິມຈໍາໜ່າຍທີ່ໄດ້ ປະກອບສ່ວນເຂົ້າໃນພາລະກີດ ການຕໍ່ສູ້ສູ້ປົດປ່ອຍປະເທດຊາດ ໃນແຕລະໄລຍະ ນັບແຕ່ວັນທີ 13 ສິງຫາ 1950 ຈົນມາເຖີງປັດຈຸ ບັນນີ້. ຫຼັງຈາກນັ້ນ ທ່ານ ສະຫວັນ ຄອນ ຣາຊມຸນຕີ, ຮອງລັດຖະມົນ ຕີກະຊວງຖະແຫຼງຂ່າວ, ວັດທະ ນະທໍາແລະ ທ່ອງທ່ຽວ ໄດ້ຂຶ້ນລາຍ ງານກ່ຽວກັບມູນເຊື້ອ ແລະ ຜົນ ງານທີ່ພົ້ນເດັ່ນຂອງສື່ມວນຊົນ ແລະ ການພິມຈໍາໜ່າຍາລາວຕະ ຫຼອດໄລຍະ 70 ປີ ຜ່ານມາ. ໃນ ນີ້ ສະເພາະຜົນງານພົ້ນເດັ່ນຕະ ຫຼອດໄລຍະຫຼາຍກ່ວາເຄີ່ງສັດຕະ ວັດຜ່ານມາ ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບ ການພັດທະນາ ແລະ ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆ ມາ, ສະແດງອອກ ຂົງເຂດສື່ມວນຊົນ: ມີສື່ສິ່ງພິມທັງໝົດ 152 ສະບັບ ໜັງສືພິມ 33 ສະບັບ, ໃນນັ້ນໜັງ ສືພິມລາຍວັນ 11 ສະບັບ, ວາລະ ສານ 115 ສະບັບ ແລະ ໃບຂ່າວ 4 ສະບັບ. ສະຖານີວິທະຍຸກະຈາຍ ສຽງ ມີ 82 ສະຖານີ, ໃນນັ້ນ ຢູ່ ສູນກາງ 3 ສະຖານີ ແລະ ທ້ອງ ຖິ່ນ 79 ສະຖານີ ເພີ່ມຂຶ້ນ 12 ສະ ຖານີ ເມື່ອທຽບໃສ່ປີ 2016. ການກະຈາຍສຽງທາງພາກພື້ນ ດິນຂອງລະບົບເອເອັມ ແລະ ເອັຟ ເອັມ ກວມ 90 %ຂອງພື້ນທີ່ທົ່ວ ປະເທດ. ການກະຈາຍຜ່ານດາວ ທຽມ ແລະ ອິນເຕີເນັດກວມ 100% ຂອງພື້ນທີ່ທົ່ວປະເທດ ແລະ ຫຼາຍປະເທດໃນໂລກ ເຊິ່ງ ນອກຈາກການກະຈາຍພາກພາ ສາລາວ, ພາສາຊົນເຜົ່າ ຄື: ພາ ສາມົ້ງ ແລະ ພາສາກຶມມຸ ຍັງໄດ້ກະ ຈາຍສຽງເປັນພາສາຕ່າງປະເທດ ຄື: ຫວຽດນາມ, ອັງກິດ, ຝຣັ່ງ, ຂະແມ ແລະ ໄທ. ສ່ວນສະຖານີ ໂທລະພາບ ມີ 45 ສະຖານີ, ໃນ ນັ້ນ ຢູ່ສູນກາງ 6 ສະ ຖານີ ລວມ ທັງເອກະຊົນ 3 ສະຖານີ, ທ້ອງ ຖິ່ນ 39 ສະຖານີ, ໃນນັ້ນ ມີໂທລະ ພາບດິຈິຕອນ 7 ສະຖານີ ສາມາດ ແຜ່ ພາບທາງພາກພື້ນດິນກວມ 80 ສ່ວນຮ້ອຍຂອງພື້ນທີ່ທົ່ວ ປະເທດ. ນອກນັ້ນ, ຍັງມີສະຖານີ ຖ່າຍທອດໂທລະ ພາບຫວຽດ ນາມ VTV4, ສະຖານີຖ່າຍທອດ ໂທລະພາບ ສປ ຈີນ CCTV4, CCTV News. ສໍາລັບລະບົບ ໂທລະໂຄ່ງ ໄດ້ຕິດຕັ້ງແລ້ວຈໍາ ນວນ 5.918 ຊຸດໃນ 148 ເມືອງ ຢູ່ໃນຂອບເຂດທົ່ວປະເທດ. ສ່ວນ ຂົງເຂດການພິມຈໍາໜ່າຍ: ປັດຈຸ ບັນ, ທົ່ວປະເທດມີໂຮງພິມ 84 ແຫ່ງ ຢູ່ສູນກາງ 7 ແຫ່ງ, ຢູ່ທ້ອງ ຖິ່ນ 77 ແຫ່ງ; ມີສຳນັກພິມ 17 ແຫ່ງ ໃນນີ້ ເປັນຂອງລັດ 2 ແຫ່ງ, ມີບໍລິສັດແປພາສາ 16 ແຫ່ງ, ບໍ ລິສັດອອກແບບໂຄສະນາ 12 ແຫ່ງ, ຮ້ານຈຳໜ່າຍປຶ້ມ ແລະ ສິ່ງ ພິມອື່ນ 16 ແຫ່ງ; ມີຫໍສະໝຸດ 99 ແຫ່ງ ແລະ ອື່ນໆ. ພ້ອມນີ້ ທ່ານ ຍັງໄດ້ຍົກໃຫ້ເຫັນສິ່ງທ້າທາຍ ແລະ ແຜນການໃນຕໍ່ໜ້າຂອງ ວຽກງານສື່ມວນຊົນ ແລະ ການ ພິມຈໍາໜ່າຍລາວຕື່ມອີກ. ໃນພິທີຄັ້ງນີ້ ຍັງໄດ້ຮັບຟັງການ ໂອ້ລົມຈາກ ທ່ານ ທອງລຸນ ສີສຸ ລິດ ເຊິ່ງທ່ານໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ວຽກງານສື່ມວນ ຊົນ ແລະ ການພິມຈໍາໜ່າຍທີ່ມີ ຜົນງານດີເດັ່ນໃນ ການປະກອບ ສ່ວນເຂົ້າໃນການໂຄສະນາຕ້ານ ໄພພິບັດລະດັບຊາດໃນໄລຍະ ຜ່ານມາ ທັງໝົດ 40 ກ່ວາພາກ ສ່ວນ. ນອກຈາກນີ້ ຍັງໄດ້ຈັດ ງານວາງສະແດງຜົນງານການ ເຄື່ອນໄຫວ ກໍຄືຜະລິດຕະພັນດ້ານ ສື່ມວນຊົນ ແລະ ການພິມຈໍາໜ່າຍ ທັງໝົດ 20 ກວ່າ ພາກສ່ວນເຂົ້າ ຮ່ວມວາງ ສະແດງໃນປີນີ້. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ