ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານການແພດກອງທັບ ເຜີຍແຜ່ການຈັດຕັ້ງປະຕິບັດ 2 ຫຼັກສູດການຮຽນ-ການສອນ
ເວລາອອກຂ່າວ: 2020-08-07 19:15:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 331 | ຄວາມນິຍົມ:



ວິທະຍາຄານການແພດກອງ ທັບ ເປີດກອງປະຊຸມເຜີຍແຜ່ການ ຈັດຕັ້ງປະຕິບັດຫຼັກສູດພະຍາບານ ຊັ້ນສູງລະບົບ 3 ປີ ແລະ ຫຼັກສູດ ການແພດທະຫານສາຂາຈັດຕັ້ງ ແລະ ບັນຊາເສນາຮັກລະບົບບໍາ ລຸງ 5 ເດືອນ ໂດຍການເຂົ້າຮ່ວມ ເປັນປະທານຂອງສະຫາຍ ພົນ ຈັດຕະວາ ດຣ ບົວສິງ ອິນທະວົງ ກຳມະການຄະນະພັກກົມໃຫຍ່ຫົວ ໜ້າກົມເສນາຮັກ ກົມໃຫຍ່ພະລາ ທິການກອງທັບ ມີຄະນະພັກ-ຄະ ນະບັນຊາ ແຂກຖືກເຊີນ, ບັນດາ ຄູ-ອາຈານເຂົ້າຮ່ວມ. ສະຫາຍ ພັນໂທ ປທ ຈັນທະ ພອນ ພົມຫາວົງ ຮອງອໍານວຍ ການ, ຫົວໜ້າຫ້ອງແຜນການອົບ ຮົມວິທະຍາຄານການແພດກອງ ທັບ ໄດ້ຂຶ້ນຜ່ານເນື້ອໃນ 2 ຫຼັກສູດ ໂດຍຫຍໍ້ວ່າ: ສໍາລັບຫຼັກສູດພະ ຍາບານຊັ້ນສູງລະບົບ 3 ປີ ເຊິ່ງ ໄດ້ເລີ່ມເປີດຮຽນແຕ່ສົກ 2020 ເປັນຕົ້ນໄປການຈັດຕັ້ງການ ຮຽນ-ສອນແມ່ນໄດ້ຈັດຕັ້ງຮຽນ ເຕັມເວລາ ໃນນັ້ນລວມມີ 3 ສົກ ຮຽນແບ່ງອອກເປັນ 2 ພາກຮຽນ ແຕ່ລະພາກຮຽນ ແມ່ນຈະໄດ້ຮຽນ ຢູ່ 20 ອາທິດ, ເນື້ອໃນໂຄງສ້າງຫຼັກສູດແມ່ນໄດ້ກໍານົດໝວດວິ ຊາຮຽນ ທັງໝົດ 3 ໝວດວິຊາຄື: ວິຊາຄວາມຮູ້ທົ່ວໄປ ມີ 8 ໜ່ວຍ ກິດ, ພື້ນຖານວິຊາສະເພາະ 36 ໜ່ວຍກິດ ແລະ ໝວດວິຊາສະ ເພາະ 57 ໜ່ວຍກິດ. ສໍາລັບຫຼັກ ສູດການແພດທະຫານສາຂາຈັດ ຕັ້ງ ແລະ ບັນຊາເສນາຮັກ ລະບົບ ບໍາລຸງ 5 ເດືອນ, ໃນຫຼັກສູດບໍາ ລຸງແມ່ນ ໄດ້ຮັບການເພີ່ມເຕີມ ເພື່ອຍົກສູງຄວາມຮູ້ທີ່ໄດ້ຮຽນ ມາຢູ່ຂັ້ນຕ່າງໆ, ໄດ້ຮຽນຮູ້ເຕັກ ນິກແກ້ໄຂສຸກເສີນ, ຄວາມຮູ້ ດ້ານການແພດທະຫານ, ແລະ ອື່ນໆເຊິ່ງຫຼັກສູດການຮຽນດັ່ງ ກ່າວປະກອບມີ ວິຊາຮຽນພື້ນ ຖານລວມມີ 5 ບົດ , ວິຊາສະ ເພາະເຕັກນິກ ລວມມີ 20 ບົດ, ວິຊາການແພດທະຫານ ມີ 8 ບົດ, ທັງນີ້ກໍເພື່ອແນ່ໃສ່ສ້າງໃຫ້ນັກ ສຶກສາມີຄວາມຮູ້ຄວາມສາມາດ ທາງດ້ານວິຊາການກ່ຽວກັບ ການພະຍາບານໃຫ້ທຽບເທົ່າກັບ ຄວາມກ້າວໜ້າວິຊາຊີບການພະ ຍາບານຂອງປະຊາຄົມອາຊຽນ. ພ້ອມນີ້ຍັງເປັນການປະກອບ ຄວາມຮູ້ຄວາມສາມາດໃຫ້ແກ່ພະ ນັກງານ-ແພດໝໍ-ພະຍາບານ ກົມເສນາຮັກ, ທີ່ເຮັດໜ້າທີ່ບັນຊາ ໂຮງໝໍຮັບປະກັນການບັນຊາປິ່ນ ປົວຄົນເຈັບໃຫ້ທັນການ ແລະ ມີ ປະສິດທິພາບ. ໃນກອງປະຊຸມວິຊາການຄູ-ອາຈານຍັງ ໄດ້ພ້ອມກັນປະກອບຄໍາເຫັນໃສ່ໂຄງການຫຼັກສູດດັ່ງກ່າວໃຫ້ມີເນື້ອໃນສົມບູນຂຶ້ນຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ