ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງສາລະວັນ ຈັດຕັ້ງຍ້ອງຍໍຜົນງານກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ
ເວລາອອກຂ່າວ: 2020-08-07 09:30:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ວັນທີ 5 ສິງຫາ 2020 ນີ້, ກອງບັນຊາການທະຫານ ແຂວງ ສາລະວັນ ໄດ້ຈັດຕັ້ງຍ້ອງຍໍຜົນ ງານກົມກອງລວມໝູ່ ແລະ ບຸກຄົນດີເດັ່ນຕິດພັນກັບວຽກງານກອບກູ້ໄພພິບັດ ປະຈຳປີ 2019 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງ ສອນ ອິນປານພິມ ກຳມະການຄະ ນະພັກກະຊວງ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ, ມີສະ ຫາຍ ພົນຈັດຕະວາ ພູວຽງ ຫຼ່ຽມ ມະວົງສາ ຄະນະປະຈຳພັກແຂວງ ອະດີດເລຂາຄະນະພັກ, ອະດີດຫົວໜ້າການທະຫານກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກ-ຄະນະບັນຊາ, ຄະນະຊີ້ນຳໂຄງການ, ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ ອ້ອມຂ້າງ, ຫົວໜ້າພະແນກ-ຮອງ ພະແນກ, ກອງພັນ, ກອງຮ້ອຍເອ ກະລາດ ແລະ ກອງບັນຊາການ ທະຫານເມືອງ ເຂົ້າຮ່ວມ. ສະຫາຍ ພັນໂທ ບົວໄລ ພົງສະ ຫວັດ ຄະນະພັກຮາກຖານ ຮອງ ຫົວໜ້າຫ້ອງເສນາທິການທະ ຫານແຂວງສາລະວັນ ໄດ້ຂຶ້ນ ຜ່ານບົດສະຫຼຸບການກອບກູ້ໄພ ພິບັດທີ່ເກີດຂຶ້ນທາງທຳມະ ຊາດຢູ່ແຂວງສາລະວັນ ໃນລະ ຫວ່າງເດືອນ 9 ປີ 2019 ເຊິ່ງ ຜ່ານການຈັດຕັ້ງປະຕິບັດສາ ມາດສັງລວມໄດ້ດ້ານດີ, ດ້ານ ອ່ອນ ແລະ ຄົງຄ້າງ, ດ້ານດີເຫັນ ວ່າກອງບັນຊາການທະຫານ ແຂວງສາລະວັນ ໄດ້ສຸມທຸກກຳ ລັງ, ພາຫະນະ ແລະ ງົບປະມານ ເຂົ້າໃນການກອບກູ້ຊ່ວຍເຫຼືອໄພ ພິບັດດ້ວຍຄວາມຮັບຜິດຊອບສູງ ສົມທົບກັບການຊ່ວຍເຫຼືອຈາກພາກລັດຖະບານ, ກະຊວງປ້ອງ ກັນປະເທດ, ກົມກອງທະຫານ ຫຼວງທັງກຳລັງພາຫະນະ ແລະ ການແພດຕ່າງໆ. ໃນນັ້ນ, ໄດ້ນຳ ໃຊ້ກຳລັງທັງໝົດ 1 ພັນກວ່າສະ ຫາຍ, ນຳໃຊ້ພາຫະນະລົດ ແລະ ເຮືອລຳລຽງ ທັງໝົດ 337 ຖ້ຽວ ຄັນ. ພ້ອມກັນນີ້, ຍັງສາມາດຮັກ ສາໄດ້ຄວາມສະຫງົບ, ຄວາມ ປອດໄພຊີວິດ ແລະ ສຸຂະພາບຂອງ ອ້າຍນ້ອງທີ່ເຂົ້າກອບກູ້ຊ່ວຍເຫຼືອ ໄດ້ 100%. ຈາກນັ້ນ, ສະຫາຍ ພັນຕີ ພູວຽງ ໄຊຍະວົງສາ ຫົວ ໜ້າພະແນກນະໂຍບາຍ ຫ້ອງ ການເມືອງທະຫານແຂວງສາ ລະວັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າ ດ້ວຍ ການມອບຫຼຽນໄຊພິລາດ ອາດຫານ ຊັ້ນ II, III ແລະ ມອບ ໃບຍ້ອງຍໍກະຊວງປ້ອງກັນປະ ເທດ, ໃບຍ້ອງຍໍກົມໃຫຍ່ການ ເມືອງກອງທັບ ແລະ ໃບຍ້ອງຍໍ ກອງບັນຊາການທະຫານແຂວງ ຕິດພັນກັບວຽກງານກອບກູ້ໄພ ພິບັດປະຈຳປີ 2019 ໃນນັ້ນຍ້ອງ ຍໍໃຫ້ກົມກອງລວມໝູ່ ແລະ ບຸກ ຄົນດີເດັ່ນຢູ່ກອງບັນຊາການ ທະຫານແຂວງສາລະວັນ ມີ 3 ຂັ້ນ ຄື: ຫຼຽນໄຊພິລາດອາດຫານ ຊັ້ນ II ມີ 2 ກົມກອງ, ຫຼຽນໄຊພິ ລາດອາດຫານ ຊັ້ນ III ໃຫ້ບຸກຄົນ ດີເດັ່ນ 192 ສະຫາຍ, ໃບຍ້ອງ ຍໍ ກະຊວງປ້ອງກັນປະເທດໃຫ້ບຸກ ຄົນມີ 269 ສະຫາຍ, ໃບຍ້ອງຍໍ ກົມໃຫຍ່ການເມືອງກອງທັບໃຫ້ ບຸກຄົນມີ 353 ສະຫາຍ ແລະ ໃບ ຍ້ອງຍໍກອງບັນຊາການທະຫານ ແຂວງ ໃຫ້ແກ່ບຸກຄົນມີ 295 ສະຫາຍ. ເຊິ່ງໃຫ້ກຽດຜັດປ່ຽນ ກັນຂຶ້ນມອບຫຼຽນໄຊ ແລະ ມອບ ໃບຍ້ອງຍໍປະເພດຕ່າງໆ ຂອງ ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ແລະ ຄະນະພັກກອງ ບັນຊາການຂຶ້ນມອບຢ່າງສົມກຽດ. ໂດຍ: ຖາວອນ ສຸວັນນະພິມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ