ໜ່ວຍຊາວໜຸ່ມຫ້ອງພະລາທິການທະຫານເເຂວງໄຊສົມບູນ ເປີດບັ້ນເເຂ່ງຂັນ 4 ບຸກ
ເວລາອອກຂ່າວ: 2020-08-05 10:08:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 318 | ຄວາມນິຍົມ: ![]()
ວັນທີ 30 ກໍລະກົດ 2020
ນີ້, ໜ່ວຍຊາວໜຸ່ມຫ້ອງພະລາ ທິການທະຫານແຂວງໄຊສົມບູນ ໄດ້ເປີດບັ້ນແຂ່ງຂັນ 4 ບຸກຢູ່ ພາຍໃນໜ່ວຍຂຶ້ນ ຢູ່ທີ່ສະໂມ
ສອນກອງບັນຊາການທະຫານ ເເຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຄຳອ້ຽງ
ສີປະເສີດ ຮອງຫົວໜ້າຫ້ອງ
ພະລາທິການ ທັງເປັນຜູ້ຊີ້ນຳ ວຽກງານຊາວໜ່ວຍ, ມີສະຫາຍ ພັນໂທ ບຸນເພັງ ທຳມະວົງ ຫົວໜ້າ ພະເເນກຊາວໜຸ່ມກອງບັນຊາ ການທະຫານເເຂວງ ພ້ອມຄະ
ນະໜ່ວຍ ແລະ ບັນດາສາມະ ຊິກຊາວໜຸ່ມຫ້ອງພະລາທິການ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ຮ້ອຍເອກ ບົວລີນ ເເກ້ວມີໄຊ ຮອງຫົວໜ້າເລຂາ ຊາວໜຸ່ມຫ້ອງພະລາທິການໄດ້ ຂຶ້ນຜ່ານຂໍ້ເເຂ່ງຂັນ 4 ບຸກໃຫ້ ສາມະຊິກຊາວໜຸ່ມພາຍໃນໜ່ວຍ ຊາວໜຸ່ມໄດ້ຮັບຮູ້ຢ່າງທົ່ວເຖິງ ເເລະ ໄດ້ວາງຂໍ້ເເຂ່ງຂັນ 4 ບຸກ, ເຊິ່ງໄດ້ວາງແຜນວຽກ 4 ບຸກ ໃຫ້ຊາວໜຸ່ມພາຍໃນໜ່ວຍເເຂ່ງ ຂັນກັນ ແລະ ວຽກງານທີ່ຂັ້ນ ເທິງມອບໝາຍໃຫ້ບຸກບືນສ້າງ ຕົນເອງໃຫ້ກາຍເປັນຊາວໜຸ່ມທີ່ດີເດັ່ນເປັນເເຂນຂວາຂອງພັກ, ເປັນກຳລັງເເຮງຂອງຊາດ ພ້ອມ ນັ້ນ, ຍັງໄດ້ປະກາດເເຕ່ງຕັ້ງຫົວ ໜ້າຈຸ ເເລະ ມອບໃບຍ້ອງຍໍໃຫ້ ສະມາຊິກຜູ້ທີ່ເຄື່ອນໄຫວເຮັດ ໜ້າທີ່ວຽກງານດີຄົນເດັ່ນປະ ຕິບັດໄດ້ຂໍ້ເເຂ່ງຂັນ 4 ບຸກທີ່ ໜ່ວຍຊາວໜຸ່ມວາງໄວ້.
ໂອກາດນີ້, ສະຫາຍ ພັນໂທ
ຄຳອ້ຽງ ສີປະເສີດ ຍັງໄດ້ໃຫ້ ກຽດໂອ້ລົມສະແດງຄວາມ
ຍ້ອງຍໍຊົມເຊີຍທີ່ຄະນະໜ່ວຍ ຊາວໜຸ່ມ ເເລະ ສາມະຊິກໄດ້ ເຮັດສຳເລັດວຽກງານທີ່ຕົນ
ເອງຮັບຜິດຊອບຈົນກາຍເປັນ
ບຸກຄົນດີເດັ່ນຂອງໜ່ວຍຊາວ
ໜຸ່ມໂດຍສະເພາະເເມ່ນເເນໃສ່
ຂໍ້ເເຂ່ງຂັນ 4 ບຸກຂອງຊາວ
ໜຸ່ມທີ່ໄດ້ວາງອອກສ້າງຕົນ
ເອງໃຫ້ກາຍເປັນຊາວໜຸ່ມທີ່ ເຂັ້ມເເຂງສາມາດສ້າງລາຍຮັບ ໃຫ້ກົມກອງ, ພາຍໃນໜ່ວຍ, ບຸກຄົນ, ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນ ຕິຂອງສັດຕູ, ຫຼີກເວັ້ນຈາກຢາ ເສບຕິດ ສ້າງໜ່ວຍຊາວໜຸ່ມໃຫ້ເຂັ້ມເເຂງກາຍເປັນໜ່ວຍຊາວ ໜຸ່ມທີ່ປອດໃສນັບມື້ນັບເຂັ້ມເເຂງ ຮອບດ້ານ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















