ອົງການກາແດງແຂວງຄຳມ່ວນ ສະຫຼຸບວຽກງານການປຸກລະດົມຂົນຂວາຍ ຜູ້ບໍລິຈາກເລືອດປະຈຳປີ 2019 6 ເດືອນຕົ້ນປີ 2020
ເວລາອອກຂ່າວ: 2020-08-05 10:06:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 320 | ຄວາມນິຍົມ: ![]()
ໃນວັນທີ 24 ກໍລະກົດ ທີ່ຜ່ານມາ, ອົງການກາແດງ ແຂວງຄຳມ່ວນໄດ້ຈັດກອງ ປະຊຸມສະຫຼຸບວຽກງານການ ປຸກລະດົມຂົນຂວາຍຜູ້ບໍລິຈາກ ເລືອດປະຈຳປີ 2019-6 ເດືອນ ຕົ້ນປີ 2020 ແລະ ວາງແຜນ ການຮ່ວມກັບກອງບັນຊາການ ທະຫານແຂວງຄຳມ່ວນ ແລະ ກອງພັນໃຫຍ່ 401, ກອງປະ ຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະ ໂມສອນກອງບັນຊາການທະ ຫານແຂວງຄຳມ່ວນ, ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະ ຫາຍ ພັນເອກ ຄຳສາຍ ເພັດ ນວນສີ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ຄຳມ່ວນ, ສະຫາຍ ສາຍສະ ໝອນ ສົມໜຸກຄຳຈັນ ຫົວໜ້າ ອົງການກາແດງແຂວງຄຳມ່ວນ, ມີບັນດາສະຫາຍຕາງໜ້າຄະນະ ພັກ-ຄະນະບັນຊາທີ່ມາຈາກກອງ ພັນໃຫຍ່ 401, ກອງພັນ 123, ກອງພັນ 107, ກອງພັນ 108, ພະແນກການອ້ອມຂ້າງແຂວງ, ຄະນະພັກ-ຄະນະບັນຊາກອງບັນ ຊາການທະຫານເມືອງ, ກອງ ພັນ, ກອງຮ້ອຍ, ໂຮງຮຽນ, ໂຮງ ໝໍເຂົ້າຮ່ວມ.
ສະຫາຍ ດຣ ວິລິດ ພະສະ ຫວັດ ຮອງຫົວໜ້າອົງການ ກາແດງແຂວງຄຳມ່ວນໄດ້ ຂຶ້ນຜ່ານບົດສະຫຼຸບປະຈຳປີ 2019-6 ເດືອນຕົ້ນປີ 2020 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ, ສິ່ງທ້າທາຍ ແລະ ບົດ ຮຽນທີ່ຖອດຖອນໄດ້ໃນໄລຍະ ຜ່ານມາໄດ້ຮັບການເອົາໃຈ ໃສ່ຈາກອຳນາດການປົກຄອງ ຂັ້ນແຂວງ, ຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານ ແຂວງຄຳມ່ວນ, ກອງພັນໃຫຍ່ 401, ກອງພັນ, ກອງຮ້ອຍ, ນອກຈາກນີ້, ບາງກົມກອງຍັງ ມີນະໂຍບາຍທີ່ດີໃຫ້ແກ່ບັນດາ ນາຍ ແລະ ພົນທະຫານທີ່ສະໝັກ ໃຈປະກອບສ່ວນບໍລິຈາກເລືອດ ຂອງຕົນ ເພື່ອຊ່ວຍເຫຼືອສັງຄົມ. ຜ່ານມາສູນເລືອດແຂວງຄຳ ມ່ວນໄດ້ເຄື່ອນໄຫວຢ່າງຕັ້ງ ໜ້າດ້ວຍຄວາມຮັບຜິດຊອບ ສູງ, ໄດ້ມີການຈັດກອງປະຊຸມ ຮ່ວມສະຫຼຸບວຽກງານເລືອດກັບ ບັນດາພາກສ່ວນຕ່າງໆ, ມີ ການຂະຫຍາຍບ່ອນເກັບຮັກ ສາເລືອດໄປສູ່ເມືອງເຊັ່ນ: ເມືອງຍົມມະລາດ ແລະ ໄດ້ ຮັບການອົບຮົມ: ຄົນເຈັບໄດ້ ເຂົ້າສູ່ການບໍລິການແບບມະນຸດ ສະທຳ, ຄົນເຈັບໄດ້ຮັບການຊ່ວຍ ເຫຼືອຢ່າງທັນເວລາ ເຊິ່ງໄດ້ຮັບ ການເອົາໃຈໃສ່ຈາກຄະນະອຳ ນວຍການໂຮງໝໍແຂວງ ແລະ ມີການຈັດກິດຈະກຳຮັບບໍລິ ຈາກເລືອດແບບເປີດກວ້າງ. ອົງການກາແດງແຂວງຄຳ ມ່ວນພ້ອມທີມງານ ໄດ້ເຄື່ອນ ໄຫວຮັບບໍລິຈາກເລືອດຕົວຈິງ ທັງໝົດ 269 ຄັ້ງ, ມີຜູ້ເຂົ້າ ຮ່ວມຮັບຟັງທັງໝົດ 31.699 ຄົນ, ຍິງ 14.443 ຄົນ, ມີຜູ້ສະ
ໝັກໃຈບໍລິຈາກທັງໝົດ 3.747 ຄົນ, ຍິງ 918 ຄົນ, ໄດ້ຮັບເລືອດ
ທັງໝົດ 3.376 ຖົງ, ບໍລິຈາກ ໃນສູນ 316 ຖົງ. ນອກຈາກນີ້, ອົງການກາແດງແຂວງຄຳມ່ວນ ໄດ້ມອບໃບອຸປະກາລະຄຸນໃຫ້ ບັນດາກົມກອງລວມໝູ່ຈຳນວນ 23 ໃບ.
ໂອກາດດັ່ງກ່າວ ສະຫາຍ ພັນ ເອກ ຄຳສາຍ ເພັດນວນສີ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາກົມກອງທີ່ເຫັນໄດ້ ຄວາມໝາຍ, ຄວາມສຳຄັນຂອງ ວຽກງານດັ່ງກ່າວ ແລະ ປະ ກອບສ່ວນບໍລິຈາກເລືອດຂອງ ຕົນເພື່ອຊ່ວຍເຫຼືອສັງຄົມກໍຄື ຊ່ວຍເຫຼືອເພື່ອນມະນຸດດ້ວຍ ກັນ ພ້ອມນີ້ຍັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາແຕ່ລະ ກົມກອງຈົ່ງເອົາໃຈໃສ່ໂຄສະ ນາປຸກລະດົມທາງດ້ານຈິດໃຈ ຂອງນາຍ ແລະ ພົນທະຫານໃຫ້ ມີຄວາມເອື້ອເຟື້ອເພື່ອແຜ່ໃນ ການບໍລິຈາກເລືອດເພື່ອຊ່ວຍ ເຫຼືອສັງຄົມໃນຄັ້ງຕໍ່ໄປ ເພື່ອເຮັດ ໃຫ້ທິດທາງແຜນການໃນຕໍ່ໜ້າ ໄດ້ຮັບຜົນຕາມລະດັບຄາດໝາຍ ທີ່ວາງໄວ້.
ໂດຍ : ລາກີ ພົມມີສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















