ວພກ ປະກາດປັບປຸງການຈັດຕັ້ງບາງຕຳແໜ່ງ
ເວລາອອກຂ່າວ: 2020-08-05 10:04:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 315 | ຄວາມນິຍົມ: ![]()
ວັນທີ 23 ກໍລະກົດ ທີ່ຜ່ານ ມານີ້, ວິທະຍາຄານພະລາທິການ ກອງທັບ (ວພກ), ໄດ້ຈັດຕັ້ງພິ ທີປະກາດປັບປຸງການຈັດຕັ້ງ ຂັ້ນກອງພັນ, ຄະນະວິຊາຄູ, ຂັ້ນພະແນກ ແລະ ຊ່ວຍວຽກ ຢູ່ບັນດາກົມກອງ, ອົງການ ຕ່າງໆ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນກ້ຽງ ວົງສາລາດ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງ ທັບ, ມີບັນດາຄະນະພັກ-ຄະ ນະບັນຊາ, 6 ຫ້ອງ, 2 ກອງ ພັນ ແລະ ພະນັກງານທີ່ຖືກແຕ່ງ
ຕັ້ງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນຕີ ສຸກທະວີ ສຸລິວົງໄຊ ຮອງຫົວໜ້າພະແນກ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງວິທະຍາຄານພະລາທິການ ກອງທັບ ວ່າດ້ວຍ ການສັບຊ້ອນ ແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຢູ່ວິທະຍາຄານພະລາທິການກອງ ທັບ. ໂດຍອີງຕາມກົດໝາຍ ວ່າ ດ້ວຍ ນາຍທະຫານກອງທັບປະ ຊາຊົນລາວ ( ສະບັບປັບປຸງ ) ພາກທີ II ໝວດທີ IV ມາດຕາ 26 ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ. ອີງຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານໃນສະເພາະໜ້າ ແລະ ຍາວນານ, ວິທະຍາຄານພະລາ ທິການກອງທັບ ໄດ້ຕົກລົງແຕ່ງ ຕັ້ງ: ພັນໂທ ຄໍາໄພ ສຸພາສິດ
ຮຽນຈົບຍຸດທະສາດ-ຍຸດທະ ບັ້ນຮົບປະກອບໜ້າທີ່ເປັນຫົວ ໜ້າການທະຫານກອງພັນທີ I, ພັນໂທ ສົມພັນ ສຸລິເພັດ ຈົບເສ ນາພະລາກອງພັນໃຫຍ່-ກອງ ພົນ ເປັນຫົວໜ້າພະແນກແຜນ ການຫ້ອງຄົ້ນຄວ້າ, ພັນໂທ ສຸກ ກະເສີມ ພົມມີໄຊ ຈົບເສນາພະ ລາກອງພັນໃຫຍ່-ກອງພົນເປັນ ຫົວໜ້າພະແນກຄົ້ນຄວ້າວິທະ ຍາສາດຫ້ອງຄົ້ນຄວ້າ, ພັນໂທ ສີສຸພັນ ຈັນທະປັນຍາ ຈົບເສນາ ພະລາກອງພັນໃຫຍ່-ກອງພົນ ປະກອບໜ້າທີ່ເປັນຫົວໜ້າຄະ ນະວິຊາຄູເຄຫາ, ພັນໂທ ພອນມາ ອິນທະລາພັນ ຈົບເສນາພະລາ ກອງພັນໃຫຍ່-ກອງພົນປະກອບ ໜ້າທີ່ເປັນຫົວໜ້າຄະນະວິຊາຄູ ກະສິກໍາ, ພັນໂທ ບຸນລ້ຽງ ສຸລິວົງ ປະກອບໜ້າທີ່ເປັນຫົວໜ້າພະ ແນກຄຸ້ມຄອງລົດ, ພັນໂທ ນາງ ສຸກສະຫວັນ ອິນທະສານ ຈົບ ການເມືອງຂັ້ນໝວດ-ກອງຮ້ອຍ ປະກອບໜ້າທີ່ເປັນຮອງຫົວໜ້າ ພະແນກຈັດຕັ້ງພັກ, ພັນຕີ ເພັດ ສີ ມະນີວົງ ຈົບເສນາພະລາກອງ ພັນໃຫຍ່-ກອງພົນຈາກ ສສ ຫວຽດນາມ ເປັນຮອງພະແນກ ສັງລວມ, ນອກນີ້, ຍັງໄດ້ແຕ່ງ ຕັ້ງຊ່ວຍວຽກຢູ່ບັນດາຂະແໜງ ການອື່ນໆຕື່ມອີກຈໍານວນໜຶ່ງ.
ໃນການແຕ່ງຕັ້ງ-ຍົກຍ້າຍຄັ້ງ ນີ້ເປັນການປັບປຸງ, ບູລະນະກົງ ຈັກການຈັດຕັ້ງນໍາພາ-ບັນຊາກົມ ກອງຂອງວິທະຍາຄານພະລາທິ ການກອງທັບ ໃຫ້ເຂັ້ມແຂງໜັກ ແໜ້ນຮອບດ້ານ-ທັນສະໄໝ ເພື່ອ ສໍາເລັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ກໍຄືກອງທັບ ໃຫ້ເຂັ້ມແຂງ.
ໂດຍ: ແກ້ວອຸດອນ ລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















