ໂຮງໝໍສູນກາງ 103 ກອງທັບ ຈັດຕັ້ງບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2020-08-04 09:44:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 312 | ຄວາມນິຍົມ: ![]()
ວັນທີ 30 ກໍລະກົດ 2020 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ສົມທົບກັບສູນເລືອດແຫ່ງຊາດ ຈັດຕັ້ງການບໍລິຈາກເລືອດຊ່ວຍ ເຫຼືອສັງຄົມ ເຊິ່ງໄດ້ຈັດຂຶ້ນທີ່
ສະໂມສອນຂອງກົມກອງ ຕາງ
ໜ້າຄະນະພັກ-ຄະນະອຳນວຍ ການໂຮງໝໍສູນກາງ 103 ໂດຍ
ແມ່ນ ສະຫາຍ ພັນໂທ ດຣ ສະແຫວງໄຊ ດາລາສາດ ຮອງ
ອຳນວຍການ-ຫົວໜ້າຫ້ອງບໍ
ລິຫານສັງລວມການແພດໂຮງ ໝໍສູນກາງ 103 ກອງທັບ ເປັນ
ຫົວໜ້າຄະນະ, ຕາງໜ້າສູນ ເລືອດແຫ່ງຊາດ ນຳໂດຍ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ພ້ອມ ພະນັກງານວິຊາການຈາກສູນ ເລືອດແຫ່ງຊາດ, ມີຄະນະຫ້ອງ, ຄະນະພະແນກຕະຫຼອດຮອດພະ ນັກງານ-ນັກຮົບໃນທົ່ວໂຮງໝໍ ເຂົ້າຮ່ວມ 300 ສະຫາຍ.
ໃນພິທີ ສະຫາຍ ພັນໂທ ດຣ
ສະແຫວງໄຊ ດາລາສາດ ຕາງ
ໜ້າຄະນະພັກ-ຄະນະອຳນວຍ ການໂຮງໝໍສູນກາງ 103 ກອງ
ທັບ, ໄດ້ກ່າວຈຸດປະສົງ ແລະ ໄດ້
ຍົກຄວາມໝາຍ, ຄວາມສຳຄັນ ຂອງການບໍລິຈາກເລືອດຊ່ວຍ ເຫຼືອສັງຄົມໃນຄັ້ງນີ້ ໃຫ້ຮູ້ວ່າ
ເລືອດທີ່ສາມາດຊ່ວຍເຫຼືອ
ເພື່ອນມະນຸດໄດ້ແມ່ນບໍ່ມີບ່ອນ
ຊື້, ບໍ່ມີບ່ອນຂາຍ ແລະ ບໍ່ມີ
ໂຮງງານຜະລິດ ການບໍລິຈາກ ເລືອດຂອງໂຮງໝໍສູນກາງ 103 ກອງທັບ ໄດ້ຈັດຕັ້ງຂຶ້ນ
ເປັນປະຈຳ, ປີໜຶ່ງ 2-3 ຄັ້ງ. ໂດຍໄດ້ຮັບການຮ່ວມມື ແລະ ປະສານສົມທົບກັບສູນເລືອດ ແຫ່ງຊາດ. ຂະບວນການບໍລິຈາກ ເລືອດໃນຄັ້ງນີ້ເຫັນວ່າມີຈຳນວນ ຫຼາຍສະຫາຍໄດ້ເຂົ້າຮ່ວມບໍລິ ຈາກເລືອດດ້ວຍຄວາມສະໝັກໃຈ ທັງໝົດ 45 ສະຫາຍ ເທົ່າກັບ 45 ຖົງ ເປັນຍິງ 18 ສະຫາຍ. ການບໍລິ ຈາກເລືອດໃນຄັ້ງນີ້ແມ່ນການ ປະຕິບັດຕາມແຜນການບໍລິຈາກ ເລືອດປະຈຳປີ ທັງໄດ້ປະກອບ ສ່ວນຊ່ວຍເຫຼືອສັງຄົມຕື່ມອີກ ແລະ ທັງເປັນການຮັບມືກັບພະ ຍາດໄຂ້ເລືອດອອກທີ່ກຳລັງລະບາດໃນປັດຈຸບັນ.
ໃນຕອນທ້າຍ ທ່ານ ດຣ ຈັນທະລາ ສຸກສາຄອນ ໄດ້ຕາງ
ໜ້າສູນເລືອດອົງການກາແດງ
ລາວ ໄດ້ກ່າວຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ພະນັກງານ ແພດໝໍ ນອກຈາກເອົາໃຈໃສ່ດູ
ແລ ຜູ້ບາດເຈັບ ແລະ ເຈັບປ່ວຍ
ແລ້ວຍັງໄດ້ເສຍສະຫຼະບໍລິຈາກ ເລືອດເພື່ອຊ່ວຍເຫຼືອສັງຄົມ
ຕື່ມອີກ ພ້ອມທັງກ່າວອວຍພອນ ແດ່ຄະນະພັກ-ຄະນະອຳນວຍ ການໂຮງໝໍສູນກາງ 103 ກອງ ທັບ ພ້ອມຄະນະ ແລະ ບັນດາສະ ຫາຍທີ່ບໍລິຈາກເລືອດໃນຄັ້ງນີ້ ຕະຫຼອດຮອດນາຍ ແລະ ພົນທະ ຫານທຸກຄົນຈົ່ງມີສຸຂະພາບແຂງ ແຮງ, ເຮັດສໍາເລັດໜ້າທີ່ວຽກ ງານອັນມີກຽດທີ່ພັກ-ລັດ ຂັ້ນ ເທິງມອບໝາຍໃຫ້.
ໂດຍ: ສີຈັນ ເພັດວິໄຊ
ພາບ: ສົມຈິດ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















