ຮອງຫົວໜ້າກົມກົດໝາຍເຄື່ອນໄຫວເຮັດວຽກຢູ່ກອງພົນທີ 1
ເວລາອອກຂ່າວ: 2020-08-02 12:17:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 286 | ຄວາມນິຍົມ: ![]()
ໃນວັນທີ 17 ກໍລະກົດ 2020
ນີ້, ສະຫາຍພັນເອກ ສີສົມໃຈ ມະ
ໂນລາ ຮອງຫົວໜ້າກົມກົດໝາຍ ກະຊວງງປ້ອງກັນປະເທດ ຄະ ນະໄດ້ເຄື່ອນໄຫວເຮັດວຽກຢູ່ ກອງ ພົນທີ 1, ເຊິ່ງໃຫ້ການຕ້ອນ ຮັບ ໂດຍສະຫາຍພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າ ການເມືອງກອງພົນທີ 1 ພ້ອມ ດ້ວຍຄະນະ.
ໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ໄດ້ຮັບ ການລາຍງານຫຍໍ້ຈາກສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າການທະຫານກອງພົນທີ 1 ກ່ຽວກັບປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງ ເຂັ້ມແຂງຮອບດ້ານຂອງກອງພົນ ທີ 1 ຕະຫຼອດໄລຍະຜ່ານມາ ກໍຄື ໃນປັດຈຸບັນ ເຊິ່ງໄດ້ເຮັດໃຫ້ຂອບ ເຂດກອງກົມຮັບຜິດຊອບມີ ຄວາມສະຫງົບໂດຍພື້ນຖານ.
ສະຫາຍ ພັນ ເອກ ສີສົມໃຈ
ມະໂນລາ ໄດ້ສະແດງຄວາມຍ້ອງ
ຍໍຊົມເຊີຍຕໍ່ຜົນງານ ແລະ ໄຊ
ຊະນະທີ່ກອງພົນທີ 1 ໄດ້ອອກ
ແຮງເຄື່ອນໄຫວ ແລະ ຍາດໄດ້
ຜົນສຳເລັດຫຼາຍດ້ານໃນການ ເຮັດ ໜ້າທີ່ ອັນ ມີກຽດສະຫງ່າງາມ ຂອງຕົນໃນໄລຍະຜ່ານມາ. ໃນ
ໂອກາດດັ່ງກ່າວນີ້ໄດ້ນຳເອົາ ປຶ້ມກົດໝາຍຫຼາຍສະບັບມາ ມອບໃຫ້ກອງພົນທີ 1 ເພື່ອເປັນ ຄູ່ມືໃຫ້ພະນັກງານ, ນັກຮົບ
ໄດ້ສຶກສາຄົ້ນຄວ້າ-ຮ່ຳຮຽນອີກ ດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















