ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສ້າງບັນຍາກາດຟົດຟື້ນ ມ່ວນຊື່ນ ຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ
ເວລາອອກຂ່າວ: 2018-12-12 08:44:22 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ທ້າຍເດືອນພະຈິກຜ່ານມາ ນີ້, ທ່ານ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ນໍາທີມນັກກີລາ ຂອງຕົນລົງເຄື່ອນໄຫວສ້າງຂະ ບວນການແຂ່ງຂັນກີລາມິດຕະ ພາບກັບກອງພົນທີ 1 ເຊິ່ງໃຫ້ ການຕ້ອນຮັບຂອງພັນເອກ ແສງ ຍືນ ລັດສະໝີ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ1 ພ້ອມຄະນະ. ການແຂ່ງຂັນກີລາໃນຄັ້ງນີ້ ແມ່ນເພື່ອສ້າງບັນຍາກາດໃຫ້ຟົດ ຟື້ນມ່ວນຊື່ນຂໍ່ານັບຮັບຕ້ອນວັນ ຊາດ2 ທັນວາ ຄົບຮອບ 43 ປີ ແລະ ຢູ່ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງ ປະກອບອາວຸດ ແລະ ທົ່ວປວງ ຊົນລາວທັງຊາດພວມອອກ ແຮງແຂ່ງຂັນສ້າງຜົນງານສ້າງ ຂະບວນການຂໍ່ານັບຮັບຕ້ອນ ແລະ ກຽມສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ການແຂ່ງຂັນ ກີລາໃນຄັ້ງນີ້ນອກຈາກຈະເປັນ ການສ້າງບັນຍາກາດໃຫ້ເບີກ ບານມ່ວນຊື່ນແລ້ວກີລາແມ່ນ ມີຄວາມສໍາຄັນໃນການເສີມ ສ້າງກໍາລັງແຮງກາຍ ແລະ ຈິດ ໃຈ, ສ້າງໄດ້ຄວາມສາມັກຄີເປັນ ປຶກແຜ່ນ, ຜູກແໜ້ນໄມຕີຈິດ ມິດ ຕະພາບທີ່ເປັນມູນເຊື້ອຂັ້ນເທິງ ກັບຂັ້ນລຸ່ມ, ລະຫວ່າງກົມກອງ ກັບກົມກອງໃຫ້ນັບມື້ເຕີບໃຫຍ່ ຂະຫຍາຍຕົວຂຶ້ນເລື້ອຍໆ, ສ້າງ ໃຫ້ກົມກອງມີຄວາມເຂັ້ມແຂງ, ພະນັກງານ-ນັກຮົບມີສຸຂະພາບ ແຂງແຮງເພື່ອກໍາລັງໃຈຟົດຟື້ນ ປະຕິວັດ, ມີຄວາມບຸກບືນ, ຫ້າວ ຫັນເຮັດສໍາເລັດໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງຕົນ ໃນສະພາບການອັນໃໝ່. ເຊິ່ງກີ ລາທີ່ນຳມາແຂ່ງຂັນຄັ້ງນີ້ປະ ກອບມີກີລາບານສົ່ງຍິງ-ຊາຍ ແລະ ເປຕັງອາວຸໂສ. ໂອກາດດັ່ງ ກ່າວຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບຍັງໄດ້ນໍາເອົາວັດ ຖຸປັດໄຈເປັນເງິນ 15.000.000 ກີບ, ເປຕັງ 2 ຊຸດ ແລະ ບານສົ່ງ 2 ຊຸດ ແລະ ເຄື່ອງກີລາມອບໃຫ້ທີມ ກີລາກອງພົນຕື່ມອີກ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ