ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ຊຽງຂວາງ ຈັດງານເທສະການ ບຸນເຂົ້າໄກ່ນ້ອຍປະຈຳປີ 2018
ເວລາອອກຂ່າວ: 2018-12-11 10:10:03 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 404 | ຄວາມນິຍົມ:



ແຂວງຊຽງຂວາງຈັດງານ ເທສະການບຸນເຂົ້າໄກ່ນ້ອຍປະ ຈຳປີ 2018 ຄັ້ງທີ 5 ຂຶ້ນໃນ ຕອນເຊົ້າວັນທີ 5 ທັນວາ ຢູ່ທີ່ ເດີ່ນແຂວງ ໂດຍການເປັນປະ ທານຂອງທ່ານ ບຸນຕົ້ນ ຈັນ ທະພອນ ເຈົ້າແຂວງໆຊຽງ ຂວາງ, ທ່ານບັນດິດ ສຈ ບໍ່ວຽງ ຄຳ ວົງດາລາ ລັດຖະມົນຕີກະ ຊວງວິທະຍາສາດ ແລະ ເຕັກ ໂນໂລຊີ, ມີຮອງລັດຖະມົນຕີ, ການນຳແຂວງພະນັກງານຫຼັກ ແຫຼ່ງຕະຫລອດຮອດພໍ່ແມ່ປະ ຊາຊົນຊາວຊຽງຂວາງເຂົ້າ ຮ່ວມ. ເທສະການບຸນເຂົ້າໄກ່ ນ້ອຍປີນີ້ໄດ້ຮັບການສະໜັບສະ ໜູນຈາກບໍລິສັດເບຍລາວຈຳ ກັດ, ກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ, ບໍລິສັດ, ຫ້າງຮ້ານງານເທສະ ການໄດ້ຊົມກ້ອນກຳລັງຈາກບັນ ດາເມືອງຂອງແຂວງ ເຊິ່ງແຕກ ຕ່າງຈາກທຸກປີ ປີນີ້ແຕ່ລະກ້ອນ ກຳລັງໄດ້ສະແດງໃຫ້ເຫັນການ ຜະລິດເຂົ້າໄກ່ນ້ອຍ, ການຊົມ ໃຊ້, ຫັດຖະກຳ, ແຫຼ່ງທ່ອງທ່ຽວ ແລະ ວັດທະນະທຳແຕ່ລະທ້ອງ ຖິ່ນນອກນີ້ຍັງມີກ້ອນກຳລັງຊາວ ໜຸ່ມນັກສຶກສາ ຜູ້ມີເຫື່ອແຮງ ໃນການອອກແຮງງານຜະລິດ ເຂົ້າໄກ່ນ້ອຍ. ທ່ານ ເຈົ້າແຂວງໆຊຽງຂວາງ ໄດ້ກ່າວວ່າ: ງານເທສະການບຸນ ເຂົ້າໄກ່ນ້ອຍປີນີ້ຕິດພັນກັບການ ຈັດຕັ້ງປະຕິບັດກິດຈະກຳປີທ່ອງ ທ່ຽວລາວ, ຕັ້ງໜ້າປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງ ພັກເຂົ້າສູ່ຊີວິດຕົວຈິງ, ມະຕິກອງ ປະຊຸມໃຫຍ່ຄັ້ງທີ VII ຂອງອົງ ຄະນະພັກແຂວງ, ກະກຽມເປັນ ເຈົ້າພາບຈັດງານມະຫະກຳ ກີລາແຫ່ງຊາດຄັ້ງທີ 11, ກຽມ ຄວາມພ້ອມໃນການຮັບເອົາທົ່ງ ໄຫຫີນ 11 ແຫ່ງເຂົ້າເປັນມໍລະ ດົກໂລກແຫ່ງທີ 3 ຂອງ ສປປ ລາວ ແລະ ການສະເຫຼີມ ສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ການສະເຫຼີມ ສະຫຼອງສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ, ສ້າງຜົນງານ ຮັບຕ້ອນວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 70 ປີ ແລະ ວັນສຳຄັນອື່ນໆຂອງຊາດ ພ້ອມດຽວກັນນັ້ນ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດ ຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມອບໃບ ຢັ້ງຢືນຈົດທະບຽນຖິ່ນກຳເນີດ ເຂົ້າໄກ່ນ້ອຍ ກ່າວຮັບ ໂດຍທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆ ຊຽງຂວາງເທສະການຄັ້ງນີ້ຄະ ນະຜູ້ແທນ ແລະ ພໍ່ແມ່ປະຊາຊົນ ກໍໄດ້ພ້ອມກັນສູ່ຂວັນເຂົ້າໄດ້ຊີມ ກິນອາຫານພື້ນເມືອງຂອງຊາວ ຊຽງຂວາງທີ່ເປັນເອກະລັກສະ ເພາະແຂວງຊຽງຂວາງ ອີກ ດ້ວຍ. ໂດຍ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ