ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ສຳເລັດການຄັດເລືອກນາງສາວລາວ ປະຈຳປີ 2018
ເວລາອອກຂ່າວ: 2018-12-11 10:08:34 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 414 | ຄວາມນິຍົມ:



ວັນທີ 7 ທັນວາ 2018 ບໍລິສັດຄົມປັນຍາ ເອັນເຕີເທັນ ເມັນ ຈໍາກັດ ຮ່ວມກັບ ສູນກາງ ຊາວຫນຸ່ມປະຊາຊົນປະຕິວັດ ລາວ ໄດ້ຈັດການຄັດເລືອກນາງ ສາວລາວ 2018 ຮອບສຸດທ້າຍ ຢູ່ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ເປັນ ກຽດເຂົ້າຮ່ວມໂດຍທ່ານ ອາລຸນ ໄຊ ສູນນະລາດ ເລຂາຄະນະບໍລິ ຫານງານ ສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ, ທ່ານ ຄົມ ປັນຍາ ເພັງວິໄລ ຜູ້ອໍານວຍການ ບໍລິສັດ ຄົມປັນຍາ ເອັນເຕີເທັນ ເມັນ ຈຳກັດ ທັງເປັນຜູ້ອໍານວຍ ການໂຄງການປະກວດນາງ ສາວລາວ 2018, ທ່ານ ຄໍາ ລາວັນ ຈັນທະລາວັນ ຮອງລັດ ຖະມົນຕີ ຮອງຫົວໜ້າຫ້ອງວ່າ ການສໍານັກງານນາຍົກລັດຖະ ມົນຕີ, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບົວລານ ສິລິ ປັນຍາ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກີລາບັນດາ ຄະນະກຳມະການຕັດສີນບັນດາ ນາງສາວຜູ້ເຂົ້າປະກວດທັງໝົດ 40 ຄົນ, ພາກສ່ວນກ່ຽວຂ້ອງ ແລະ ຜູ້ຊົມຜູ້ເຊຍເຂົ້າຮ່ວມຢ່າງ ຫລວງຫລາຍ. ການຈັດການຄັດເລືອກນາງ ສາວລາວຂຶ້ນໃນຄັ້ງນີ້ ກໍເພື່ອເປີດ ໂອກາດໃຫ້ແກ່ຊາວໜຸ່ມແມ່ຍິງ ໄດ້ສະແດງຄວາມຮູ້ຄວາມສາ ມາດ ແລະ ຄວາມງົດງາມ ຂອງແມ່ຍິງລາວທັງເປັນການ ໂຄສະນາວັດທະນະທໍາອັນດີ ງາມຂອງລາວ, ສະແດງໃຫ້ ເຫັນເຖິງກິລິຍາມາລະຍາດ ຂອງແມ່ຍິງລາວ, ວັດທະນະ ທໍາຂອງລາວເຮົາທີ່ມີມາແຕ່ ບູຮານນະການຄື: ງົດງາມທັງ ກາຍທັງຈິດໃຈ, ມາລະຍາດວາດ ຊົງ, ຄວາມອ່ອນນ້ອມຖ່ອມຕົນ, ຄວາມເອື້ອເຟື້ອເຜື່ອແຜ່,ຄວາມ ດຸໝັ່ນອົດທົນ, ມີຄວາມຮູ້ຄວາມ ສາມາດອອກສູ່ສາຍຕາຊາວ ໂລກເຊິ່ງຜູ້ຊະນະການປະກວດ ໃນຄັ້ງນີ້ ໄດ້ຮັບມົງກຸດອັນຊົງ ກຽດ ແລະ ລາງວັນຢ່າງຫລວງ ຫລາຍ ແລະ ອັນດັບຮອງລົງ ມາໄດ້ຮັບລາງວັນຖັດໆກັນລົງ ມາຕາມລໍາດັບ. ຜູ້ຊະນະໃນການປະກວດໃນ ຄັ້ງນີ້ ໄດ້ແກ່ໝາຍເລກ ML35 ນາງ ສຸດທິດາ ອະນຸສິນ ຕົວ ແທນຈາກ ແຂວງສະຫວັນນະ ເຂດ, ຮອງອັນດັບ 1 ML 14 ນາງ ກິ່ງຄໍາ ນິດສະຫວັນ ຕົວ ແທນຈາກແຂວງຫຼວງພະບາງ, ຮອງອັນດັບ 2 ML 38 ນາງ ແກ້ວມຸກດາ ພີມພັກດີ ຕົວແທນ ຈາກ ແຂວງຈໍາປາສັກ, ຮອງ ອັນດັບ 3 ML 40 ນາງມະ ນີດາ ແໜ້ນຮວງມາລາ ຕົວແທນ ຈາກ ແຂວງສະຫວັນນະເຂດ ແລະ ຮອງອັນດັບ 4 ML39 ນາງ ເມທານີ ຫຼວງປະເສີດ ຕົວ ແທນ ຈາກນະຄອນຫຼວງວຽງ ຈັນ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ