ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການ ທະຫານແຂວງຊຽງຂວາງ ປະກາດສ້າງຕັ້ງພະແນກກົດໝາຍ
ເວລາອອກຂ່າວ: 2018-12-11 09:02:25 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:



ໃນວັນທີ 4 ທັນວາ 2018 ນີ້, ກອງບັນຊາການທະຫານ ແຂວງຊຽງຂວາງໄດ້ຈັດຕັ້ງພິທີ ປະກາດສ້າງຕັ້ງພະແນກກົດ ໝາຍຂຶ້ນ ໂດຍການເປັນກຽດ ເຂົ້າຮ່ວມຂອງ ພັນເອກ ກັນ ທອງ ສຸກເລືອງຄຳ ຫົວໜ້າກົມ ກົດໝາຍກອງທັບ, ມີ ພັນເອກ ຂັນທອງ ວົງອຳຄາ ກຳມະການ ພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຊຽງຂວາງ, ມີບັນດາສະຫາຍ ຄະນະພັກ-ຄະນະບັນຊາອົງ ການ 5 ຫ້ອງກອງບັນຊາການ ແລະ ພະນັກງານຫຼັກແຫຼ່ງໃນ ກອງບັນຊາການເຂົ້າຮ່ວມ. ໃນພິທີ ພັນຕີ ວາດສະໜາ ສີ ສຸຫວາດ ຮອງຫົວໜ້າ ພະແນກ ແຜນການສັງລວມ ກົມກົດໝາຍ ຫ້ອງວ່າການກະຊວງປ້ອງກັນ ປະເທດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງພະແນກ ກົດໝາຍຂຶ້ນກັບກອງບັນຊາ ການທະຫານແຂວງຊຽງຂວາງ ໂດຍອີງໃສ່ທິດທາງແຜນການ ປັບປຸງກໍ່ສ້າງກຳລັງປະກອບອາ ວຸດກອງທັບປະຊາຊົນລາວໃນ ແຕ່ລະໄລຍະໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງຮອບດ້ານ, ຄວາມ ຮຽກຮ້ອງຕ້ອງການຂອງສະ ພາບການ ແລະ ໜ້າທີ່ການ ເມືອງຂອງກອງທັບໃນໄລຍະ ໃໝ່ ເວົ້າລວມ, ເວົ້າສະເພາະ ແມ່ນຄວາມຈຳເປັນໃນການປັບ ປຸງວຽກງານກົດໝາຍ ແລະ ຍຸ ຕິທຳໃນກອງທັບໄດ້ເຄື່ອນໄຫວ ເຮັດໜ້າທີ່ຕາມພາລະບົດບາດ, ສິດໜ້າທີ່ຂອງຕົນ, ຂະຫຍາຍ ວຽກງານດັ່ງກ່າວໃຫ້ກ້ວາງ ຂວາງ, ທົ່ວເຖິງ ແລະ ເຂັ້ມ ແຂງ. ກະຊວງປ້ອງກັນປະເທດ ຕົກລົງສ້າງຕັ້ງພະແນກກົດໝາຍ ຢູ່ກອງບັນຊາການທະຫານ ແຂວງຊຽງຂວາງຂຶ້ນ ໂດຍພາຍ ໃຕ້ການນຳພາ-ບັນຊາໂດຍກົງ-ຮອບດ້ານຂອງຫ້ອງການບໍລິ ຫານ ກອງບັນຊາການທະຫານ ແຂວງຊຽງຂວາງ, ແລະ ຂໍ້ຕົກ ລົງຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍການແຕ່ງຕັ້ງ ຂັ້ນພະແນກການທີ່ຂຶ້ນກັບກອງ ບັນຊາການທະຫານແຂວງຊຽງ ຂວາງ ໂດຍອີງຕາມກົດໝາຍ ນາຍທະຫານກອງທັບປະຊາຊົນ ລາວ ໝວດທີ IV ມາດຕາ 21 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ, ກົມໃຫຍ່ການ ເມືອງກອງທັບຕົກລົງ, ແຕ່ງຕັ້ງ ພັນໂທ ສີພອນ ດວງມະນີ ເປັນ ຫົວໜ້າພະແນກກົດໝາຍ, ພັນຕີ ທອງລອນ ສອນມະນີລາ ເປັນ ຮອງພະແນກກົດໝາຍ. ໃນໂອກາດດັ່ງກ່າວນີ້ ພັນເອກ ກັນທອງ ສຸກເລືອງຄໍາ ໄດ້ເນັ້ນ ໜັກໃຫ້ຜູ້ທີ່ຮັບຜິດຊອບວຽກ ງານກົດໝາຍທຸກຄົນ ເວົ້າລວມ, ເວົ້າສະເພາະຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນເອົາໃຈໃສ່ເຮັດສຳ ເລັດໜ້າທີ່ວຽກງານວິຊາສະ ເພາະຂອງຕົນດ້ວຍຄວາມຮັບ ຜິດຊອບສູງ. ໂດຍ: ແສງມະນີ ພາພັນເດດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ