ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານກອງພັນ 635 ສຳເລັດກອງປະຊຸມໃຫຍ່ຄັ້ງທີ 1 ຂອງຕົນ
ເວລາອອກຂ່າວ: 2018-12-10 10:44:38 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ໃນວັນທີ 29 ພະຈິກ 2018 ນີ້ຢູ່ກອງພັນ 635 ໄດ້ຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ I ຂອງ ຕົນຂຶ້ນ ໂດຍການເປັນປະທານ ຂອງ ພັນເອກ ບຸນທັນ ມາບຸດ ສະດີ ເລຂາຄະນະພັກ ຫົວໜ້າ ການເມືອງກອງພົນທີ 5, ມີຄະ ນະພັກ, ສະມາຊິກພັກສົມບູນ-ສຳຮອງ ພ້ອມແຂກຖືກເຊີນເຂົ້າ ຮ່ວມ. ພັນຕີ ບຸນລໍ້າ ເຜີຍຄຳສີງ ເລຂາຄະນະພັກຮາກຖານກອງ ພັນ 635 ກໍໄດ້ຂຶ້ນຜ່ານບົດ ລາຍງານການເມືອງຂອງຄະນະ ພັກຮາກຖານ, ຜ່ານການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຂອງຄະນະພັກໃນການຊີ້ນຳ-ນຳພາ ຂອງຄະນະພັກຮາກຖານໃນຊຸມ ປີຜ່ານມາໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະ ພັກກະຊວງປ້ອງກັນປະເທດ ວາງອອກ, ມາຈັດຕັ້ງເປັນແຜນ ງານອັນລະອຽດເປັນຕົ້ນແມ່ນ ວຽກງານການສຶກສາອົບຮົມ ການເມືອງແນວຄິດ, ເປັນບັນຫາ ສຳຄັນເຂົ້າໃນການກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມເຊື່ອໜັ້ນຕໍ່ການນຳພາ ຂອງພັກ ຕິດພັນກັບວຽກງານ ດັ່ງກ່າວຄະນະພັກໄດ້ຊີ້ນຳພະ ນັກງານລົງກໍ່ສ້າງຮາກຖານ ການເມືອງກຳສະພາບຮອບ ດ້ານຂອບເຂດກົມກອງ, ເພື່ອ ຮັບປະກັນໃຫ້ມີຄວາມປອດໄພ 100%. ນອກຈາກນັ້ນກໍຍັງ ໄດ້ຖືສຳຄັນວຽກງານການກໍ່ ສ້າງພັກ ເພື່ອສ້າງໃຫ້ສະມາຊິກ ພັກມີຄຸນທາດການເມືອງໜັກ ແໜ້ນ ແລະ ມີຄວາມເຂັ້ມແຂງ ທາງດ້ານການຈັດຕັ້ງຕິດພັນ ກັບການກໍ່ສ້າງພັກຕາມ 5 ຫຼັກ ການ 3 ທິດນຳຂອງພັກໂດຍຖື ເອົາຄຸນະພາບເປັນກົກ, ເອົາໃຈ ໃສ່ເພີ່ມທະວີບົດບາດການນຳພາ ຂອງພັກສ້າງໃຫ້ພັກເປັນແກ່ນ ນຳໃນທຸກຂົງເຂດວຽກງານ ໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຂອງກົມກອງ, ນອກຈາກ ນັ້ນຄະນະພັກຍັງໄດ້ເອົາໃຈໃສ່ຊີ້ ນຳສະມາຊິກ, ພະນັກງານ-ນັກ ຮົບສ້າງເສດຖະກິດແກ້ໄຂຊີວິດ ການເປັນຢູ່ຕາມທິດນຳເພິ່ງຕົນ ເອງ ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ໃນນີ້ກົມກອງໄດ້ປູກເຂົ້ານາປີ ເກັບກູ້ 9.136 ກິໂລ, ເປັນເງິນ 44.343.000 ກີບ, ປູກພືດຜັກ ຊະນິດຕ່າງໆ ຕາມລະດູການໄດ້ 2.290 ກິໂລ, ເປັນເງິນ 9 ລ້ານ ກີບ, ລ້ຽງເປັດໄກ່ ຈຳນວນ 340 ໂຕ, ຄິດໄລ່ເປັນເງິນ 3.400.000 ກີບ, ລ້ຽງໜູ 7 ໂຕ, ເປັນເງິນ 3.400.000 ກີບ, ລ້ຽງງົວ 3 ໂຕ, ເປັນເງິນ 6.900.000 ກີບ ແລະ ລ້ຽງ ປາ, ລ້ຽງກົບໄດ້ 153 ກິໂລ, ເປັນເງິນ 2.300.000 ກີບ. ນອກຈາກນັ້ນກໍຍັງໄດ້ຈາກການ ບໍລິການອື່ນໆ ລວມເປັນເງິນ 46.820.000 ກີບ ຈາກນັ້ນໃນ ກອງປະຊຸມຍັງໄດ້ປ່ອນບັດຄັດ ເລືອກເອົາຄະນະພັກຊຸດໃໝ່ໄດ້ ຕາມລະດັບຄາດໜາຍ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ