ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍສິລະປະ-ວັນນະຄະດີ ສະໝັກຫຼິ້ນກອງພົນທີ 4 ລົງເຄື່ອນໄຫວຮັບໃຊ້ກົມກອງ
ເວລາອອກຂ່າວ: 2018-12-10 10:43:20 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ເພື່ອສ້າງຂະບວນການຂໍ່າ ນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດເວົ້າລວມ,ເວົ້າສະ ເພາະສອງວັນສຳຄັນທາງປະ ຫວັດປະສາດຄື: ວັນຊາດທີ 2 ທັນວາ ຄົບຮອບ 43 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ70 ປີທີ່ຈະມາ ເຖິງໃນມໍ່ໆນີ້. ໃນທ້າຍເດືອນ ພະຈິກ 2018 ໜ່ວຍງານສິລະ ປະ-ວັນນະຄະດີຫ້ອງການ ເມືອງກອງພົນທີ 4 ລົງເຄື່ອນ ໄຫວສະແດງຮັບໃຊ້ກົມກອງ ອ້ອມຂ້າງ, ໃນນັ້ນມີກອງພັນ ໃຫຍ່ 401, ກອງພັນທີ 13, ກອງຮ້ອຍ 154, ກອງພັນທີ 7, ກອງພັນທີ 14 ແລະ ກອງພັນທີ 9, ເຊິ່ງນໍາໂດຍ ພັນໂທ ທອງສາ ວໍອິນລະພົມ ຮອງຫົວໜ້າຫ້ອງ ການເມືອງກອງພົນທີ 4, ມີ ຫົວໜ້າພະແນກໂຄສະນາ, ພ້ອມ ດ້ວຍໜ່ວຍງານສິລະປະ-ວັນນະ ຄະດີສະໜັກຫຼີ້ນ, ເຊິ່ງໃນການ ລົງເຄື່ອນໄຫວສະແດງຮັບໃຊ້ໃນ ຄັ້ງນີ້ແມ່ນໄດ້ຮັບການຕ້ອນຮັບ ຈາກຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກ ຮົບ ແຕ່ລະກົມກອງຢ່າງອົບ ອຸ່ນ. ການລົງເຄື່ອນໄຫວສະແດງ ຂອງໜ່ວຍສິລະປະ-ວັນນະ ຄະດີສະໝັກຫລີ້ນຂອງກອງພົນ ທີ 4 ໃນຄັ້ງນີ້ແມ່ນຈະໄດ້ສືບຕໍ່ ສະແດງຈົນເຖິງກາງເດືອນ ມັງກອນ 2019 ຈຶ່ງຈະສິ້ນສຸດ ລົງ. ເຊິ່ງມີລາຍການສະແດງທັງ ໝົດ 15 ລາຍການ. ເປັນຕົ້ນ ບົດຟ້ອນລວມໝູ່ຍິງ-ຊາຍ, ບົດ ຟ້ອນລວມໝູ່ຍິງ, ບົດລຳ 4 ຈັ່ງ ຫວະຂອງແຂວງສະຫວັນນະ ເຂດ ແລະ ບົດເພງທີ່ສະແດງ ເຖິງມູນເຊື້ອຂອງຊາດ ແລະ ໄຊ ຊະນະຂອງກອງທັບ. ເຊິ່ງແຕ່ ລະລາຍການສະແດງລ້ວນແຕ່ ສ່ອງແສງເຖິງມູນເຊື້ອຂອງ ກອງທັບ ແລະ ຮີດຄອງປະເພ ນີຂອງຊາດລາວ, ທັງນີ້ກໍເພື່ອ ສ້າງຄວາມສາມັກຄີພາຍໃນໝູ່ ຄະນະ ແລະ ສ້າງໄມຕີຈິດມິດ ຕະພາບກັບບັນດາກົມກອງອ້ອມ ຂ້າງ, ອຳນາດການປົກຄອງ ທ້ອງຖິ່ນ, ພໍ່ແມ່ປະຊາຊົນທີ່ມາ ຮັບຊົມ ແລະ ເພື່ອເສີມຂະຫຍາຍ ວຽກງານສິລະປະ-ວັນນະຄະ ດີຂອງກົມກອງໃຫ້ມີຄຸນະພາບ ພຽບພ້ອມດ້ວຍຄວາມສາມາດ ຂອງແຕ່ລະຄົນເພື່ອສ້າງຄວາມ ເຊື່ອໜັ້ນໃຫ້ແກ່ຜູ້ຊົມນັ້ນຄື ເປົ້າຫມາຍຂອງໜ່ວຍສິລະປະ-ວັນນະຄະດີຂອງກົມກອງຢ່າງ ແທ້ຈິງ. ໂດຍ: ສຸລິວັນ ແສນບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ