ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຢ້ຽມຢາມຣາຊະອານາຈັກໄທ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ, ໄທ-ລາວຄັ້ງທີ 25
ເວລາອອກຂ່າວ: 2018-12-10 09:05:27 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 861 | ຄວາມນິຍົມ:



ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະ ຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສໍາ ເລັດການເດີນທາງຢ້ຽມຢາມມິດ ຕະພາບ ແລະ ເຂົ້າຮ່ວມກອງ ປະຊຸມຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 25 ຢູ່ຣາຊະອາ ນາຈັກໄທ ໃນລະຫວ່າງວັນທີ 6-7 ທັນວາ 2018 ນີ້. ພິທີຕ້ອນຮັບຢ່າງເປັນທາງ ການໄດ້ຈັດຂຶ້ນຢູ່ທີ່ກະຊວງກະ ລາໂຫມ ແຫ່ງ ຣາຊະອານາຈັກ ໄທ ໃຫ້ການຕ້ອນຮັບທ່ານພົນ ໂທ ຈັນສະໝອນ ຈັນຍາລາດ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະໂດຍແມ່ນ ທ່ານພົນເອກ ປຣະວິດ ວົງສຸວັນ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງກະລາໂຫມ ແຫ່ງ ຣາຊະ ອານາຈັກໄທ ພ້ອມດ້ວຍນາຍທະ ຫານຂັ້ນສູງກອງທັບໄທ ໃຫ້ການ ຕ້ອນຮັບ. ຈາກນັ້ນຄະນະຜູ້ ແທນກໍໄດ້ພົບປະສອງຝ່າຍ, ຝ່າຍລາວນໍາໂດຍ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ແລະ ຝ່າຍໄທນໍາໂດຍ ທ່ານ ພົນເອກ ປຣະວິດ ວົງສຸວັນ, ການພົບປະ ສອງຝ່າຍຄັ້ງນີ້, ກ່ອນອື່ນທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພົນເອກ ປຣະວິດ ວົງສຸວັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບ ອຸ່ນ ແລະ ສົມກຽດ,ໃນການເດີນ ທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ຣາຊະອານາຈັກໄທໃນ ຄັ້ງນີ້. ທ່ານພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວອີກວ່າ: ຍາມໃດກອງທັບປະຊາຊົນລາວ ກໍຕີລາຄາສູງ ແລະ ຢຶດໝັ້ນຕໍ່ ການພົວພັນຮ່ວມມືອັນດີງາມ ກັບປະເທດໃກ້ຄຽງ ໂດຍສະ ເພາະ ຕໍ່ກອງທັບໄທ ບົນຈິດໃຈ ບ້ານໃກ້ເຮືອນຄຽງທີ່ດີ, ລາວ- ໄທມີຊາຍແດນຕິດຈອດກັນທາງ ບົກ ແລະ ທາງນໍ້າບໍ່ສາມາດຈະ ຍ້າຍຊາຍແດນອອກຈາກກັນໄດ້ ນີ້ເປັນກົດເກນທາງດ້ານທໍາມະ ຊາດໄດ້ສ້າງໃຫ້ພວກເຮົາ, ກອງ ທັບປະຊາຊົນລາວພ້ອມຈະສືບຕໍ່ ສົ່ງເສີມນໍາໃຊ້ກົນໄກຄະນະກຳ ມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປລາວ-ໄທ, ໄທ-ລາວ ໃນ ການແກ້ໄຂບັນຫາຕ່າງໆ ແລະ ການຮ່ວມມືໃຫ້ຫຼາຍຂື້ນ. ເພື່ອ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນທັງສອງປະເທດ ໃຫ້ ນັບມື້ນັບຫລາຍຂຶ້ນ. ພ້ອມກັນນີ້ ກໍຈະໄດ້ຮ່ວມມືກັນແກ້ໄຂບັນ ຫາຢາເສບຕິດຕາມຊາຍແດນ ລາວ-ໄທ,ໄທ-ລາວ ໂດຍໃຫ້ມີ ການແຕ່ງຕັ້ງຄະນະປະຕິບັດ ງານຂອງຝ່າຍລາວ ແລະ ຝ່າຍ ໄທແຕ່ຢູ່ພາຍໃຕ້ຄວາມຮັບຜິດ ຊອບຂອງຄະນະອານຸກຳມະການ ສອງຝ່າຍ, ກອງທັບປະຊາຊົນ ລາວຍິນດີທີ່ມີການພົບປະຫາລື ໃນລະດັບຕ່າງໆເຊັ່ນ: ກົມໃຫຍ່ ເສນາທິການກອງທັບປະຊາຊົນ ລາວກັບກອງບັນຊາການທະ ຫານສູງສຸດ ແລະ ກອງທັບບົກ ໄທ, ກົມສູ້ຮົບກັບບັນດາແມ່ທັບ ພາກ ເພື່ອສົ່ງເສີມສາຍພົວພັນ, ເພີ່ມຄວາມເຂົ້າໃຈ, ຄວາມໄວ້ ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເປີດກວ້າງການຮ່ວມມືສ້າງໃຫ້ ມີຜົນປະໂຫຍດຮ່ວມກັນຫຼາຍຂຶ້ນກວ່າເກົ່າ. ການພົບປະສອງຝ່າຍ ຍັງໄດ້ສະແດງຄວາມຍີນດີ ແລະ ຕີລາຄາສູງທີ່ເຫັນວ່າສາຍພົວ ພັນອັນດີງາມລະຫວ່າງລາວ-ໄທ ໄດ້ມີການເພີ່ມພູນຄູນສ້າງ ໃຫ້ນັບມື້ແຕກດອກອອກຜົນ ຍິ່ງຂຶ້ນ. ພາຍຫຼັງສຳເລັດພິທີພົບປະ ສອງຝ່າຍແລ້ວທ່ານພົນໂທ ຈັນ ສະໝອນ ຈັນຍາລາດ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ປະທານຄະນະ ກໍາມະການຮ່ວມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປລາວ-ໄທ, ພ້ອມດ້ວຍ ຄະນະກໍໄດ້ເຂົ້າຮ່ວມກອງປະ ຊຸມຄະນະກໍາມະການຮ່ວມມືຮັກ ສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ ໄທ-ລາວຄັ້ງທີ 25. ຝ່າຍໄທ ນຳ ໂດຍ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນ ຕີລັດຖະມົນຕີວ່າການກະຊວງ ກະລາໂຫມ ແຫ່ງ ຣາຊະອານະ ຈັກໄທ, ປະທານຄະນະກຳມະ ການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປໄທ-ລາວ, ໃນກອງປະຊຸມ ທ່ານພົນໂທ ຈັນສະໝອນ ຈັນຍາ ລາດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ກອງທັບປະຊາຊົນລາວ ຂໍສະແດງຄວາມຂອບໃຈມາຍັງ ພະບໍຣົມ ວົງສານຸວົງ, ລັດຖະ ບານ ແລະ ປະຊາຊົນໄທທີ່ໄດ້ໃຫ້ ການຊ່ວຍເຫລືອທາງດ້ານເຈົ້າ ໜ້າທີ່ກູ້ໄພ,ເຈົ້າໜ້າທີ່ການແພດ, ພາຫະນະ, ວັດຖຸ-ອຸປະກອນຮັບ ໃຊ້ ແລະ ດ້ານການເງິນຈໍານວນ ໜຶ່ງໃນກໍລະນີຄູກັນນໍ້າເຂື່ອນ ເຊປ່ຽນ-ເຊນໍ້ານ້ອຍ ແຕກຢູ່ ແຂວງອັດຕະປື ແລະ ເກີດອຸທົກ ກະໄພຫຼາຍພື້ນທີ່ຂອງລາວ, ເຊິ່ງ ໃນໄລຍະຜ່ານມາ ການພົວພັນ ຮ່ວມມືລະຫວ່າງສອງປະເທດ ລາວ-ໄທ ໄດ້ຮັບການພັດທະນາ ໃນຫລາຍຂົງເຂດດີຂຶ້ນເປັນ ລໍາດັບ ແລະ ມີຜົນສໍາເລັດຢ່າງ ເປັນຮູບປະທໍາໃນຫລາຍດ້ານ ໂດຍສະເພາະແມ່ນການປະຕິບັດ ດ້ານຄວາມໝັ້ນຄົງຊາຍແດນ ລາວ-ໄທ, ໄທ-ລາວ ອັນໄດ້ເຮັດ ໃຫ້ຊາຍແດນກາຍເປັນຊາຍ ແດນແຫ່ງສັນຕິພາບ, ມິດຕະ ພາບ. ພ້ອມ ນັ້ນກອງປະຊຸມຄະ ນະກໍາມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນທົ່ວໄປ ລາວ-ໄທ,ໄທ- ລາວຄັ້ງທີ 25 ນີ້ຍັງໄດ້ປຶກສາ ຫາລືກັນຫລາຍ ບັນຫາຢ່າງ ກົງໄປ-ກົງມາ ແລະ ບັນລຸຕາມ ຈຸດປະສົງ, ເປົ້າໝາຍ, ພ້ອມທັງ ໄດ້ລົງນາມໃນບົດບັນທຶກຮ່ວມ ກັນໃຫ້ກຽດລົງນາມບົດບັນທຶກ ຄັ້ງນີ້ຝ່າຍລາວໂດຍ ແມ່ນທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ປະ ທານຄະນະກໍາມະການຮ່ວມ ມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ຝ່າຍໄທໂດຍແມ່ນ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີວ່າການກະຊວງກະລາ ໂຫມ ແຫ່ງ ຣາຊະອານາຈັກໄທ ປະທານຄະນະກໍາມະການຮ່ວມ ມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ, ນັ້ນແມ່ນຜົນສໍາເລັດຂອງ ການເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະ ກໍາ ມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປລາວ-ໄທ, ໄທ-ລາວ ຄັ້ງ ທີ 25 ຂອງທ່ານພົນໂທ ຈັນສະ ໝອນ ຈັນຍາລາດ ພ້ອມດ້ວຍ ຄະນະຢູ່ຣາຊະອານາຈັກໄທໃນ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການເສີມ ສ້າງສາຍພົວພັນທີ່ດີລະຫວ່າງ ສປປ ລາວ ແລະ ຣາຊະອານາ ຈັກໄທ, ໂດຍສະເພາະແມ່ນກອງ ທັບປະຊາຊົນລາວ ກັບກອງທັບ ໄທນັບມື້ນັບເພີ່ມທະວີຍິ່ງໆຂຶ້ນ. ໂດຍ: ສີປະພັນ ແກ້ວ ມະນີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ