ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດແຕ່ງຕັ້ງ ຫົວໜ້າການທະຫານ ກອງພັນໃຫຍ່ 497
ເວລາອອກຂ່າວ: 2018-12-10 09:01:22 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ໃນວັນທີ 29 ພະຈິກ 2018 ທີ່ຜ່ານມານີ້ກອງພັນໃຫຍ່ 497 ໄດ້ຈັດພິທີປະກາດແຕ່ງຕັ້ງຫົວ ໜ້າການທະຫານກອງພັນໃຫຍ່ 497 ຄົນໃໝ່ ໂດຍການເຂົ້າຮ່ວມ ເປັນປະທານຂອງ ທ່ານພົນຈັດຕະ ວາ ຜາລົມ ລິນທອງ ກຳມະການ ຄະນະພັກກະຊວງປ້ອງກັນປະ ເທດ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ມີຕາງໜ້າອົງການ ກະຊວງ, ກົມ 49, ກອງພົນທີ 1 ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາຊິກພັກພາຍໃນ ກົມກອງເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີພັນເອກ ບຸນປັນ ຂຸນພູ ມີ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບຂຶ້ນ ຜ່ານຂໍ້ຕົກລົງແຕ່ງຕັ້ງຫົວໜ້າ ການທະຫານກອງພັນໃຫຍ່ 497 ອີງຕາມກົດໝາຍຂອງນາຍທະ ຫານກອງທັບປະຊາຊົນລາວ ໝວດທີ IV ມາດຕາ 21 ໃນ ການປັບປຸງບູລະນະກົງຈັກການ ຈັດຕັ້ງນຳພາ-ບັນຊາໃນກຳລັງ ປະກອບອາວຸດໃຫ້ເຂັ້ມແຂງໜັກ ແໜ້ນ ແລະ ອີງຕາມການສະເໜີ ຂອງກົມໃຫຍ່ເສນາທິການກອງ ທັບສະບັບເລກທີ 6355, ລົງວັນ ທີ 18/9/2018 ກະຊວງປ້ອງ ກັນປະເທດຕົກລົງຍົກຍ້າຍພັນ ເອກ ອຸດອນ ອ້ວນສັກດາ ຫົວ ໜ້າການທະຫານກອງພັນໃຫຍ່ 497 ໃຫ້ໄປຮັບໜ້າທີ່ໃໝ່ຢູ່ກົມ 49 ແລະ ຂໍ້ຕົກລົງແຕ່ງຕັ້ງນາຍ ທະຫານທີ່ໄດ້ຮັບໜ້າທີ່ໃໝ່ຢູ່ກອງ ພັນໃຫຍ່ 497 ອີງຕາມການສະ ເໜີຂອງກົມໃຫຍ່ການເມືອງກອງ ທັບ ກະຊວງປ້ອງກັນປະເທດຕົກ ລົງແຕ່ງຕັ້ງພັນໂທ ຄຳສຸກ ໄຊ ມອນສິນ ຫົວໜ້າພະແນກຕີພິ ເສດກອງພົນທີ 1 ເປັນຫົວໜ້າ ການທະຫານຢູ່ກອງພັນໃຫຍ່ 497. ໃນໂອກາດດັ່ງກ່າວທ່ານພົນ ຈັດຕະວາ ຜາລົມ ລິນທອງ ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບໄດ້ກ່າວໂອ້ລົມຕໍ່ກອງປະຊຸມ ວ່າ: ການຍ້າຍຊັບຊ້ອນແຕ່ງຕັ້ງ ພະນັກງານນຳພາ-ບັນຊາກໍອີງ ໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນສະ ເພາະໜ້າ ແລະ ຍາວນານຂອງ ກົມກອງກໍຄືຂອງກອງທັບປະຊາ ຊົນລາວໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງຮອບດ້ານເຮັດສຳເລັດ ໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ຄະນະ ພັກຄະນະບັນຊາກອງພັນໃຫຍ່ 497 ເວົ້າລວມເວົ້າສະເພາະຕໍ່ ບັນດາສະຫາຍທີ່ໄດ້ຮັບການ ແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ໃນ ຄັ້ງນີ້ ຈົ່ງພ້ອມກັນຈັດຕັ້ງປະຕິ ບັດໜ້າທີ່ຕາມພາລະບົດບາດ ຂອງຕົນ ບົນພື້ນຖານຫຼັກການ ເຮັດວຽກລວມສູນປະຊາທິປະໄຕ ຢ່າງເຂັ້ມງວດເພື່ອຊີ້ນຳ-ນຳພາ ກົມກອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ເຮັດສຳເລັດທຸກໜ້າທີ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ