ລາວໂທລະຄົມມະນາຄົມ ລົງນາມຮ່ວມມືການບໍລິການ ດ້ານໂທລະຄົມມະນາຄົມ ກັບກຸ່ມບໍລິສັດພັດຖະນາເສດຖະກິດສະເພາະບໍ່ແຕນລາວຈຳກັດ
ເວລາອອກຂ່າວ: 2018-12-10 08:57:42 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 783 | ຄວາມນິຍົມ:
ວັນທີ 6 ທັນວາ 2018 ຢູ່ ທີ່ສຳນັກງານໃຫຍ່ບໍລິສັດລັດວິ ສາຫະກິດລາວ ໂທລະຄົມມະນາ ຄົມໄດ້ມີພິທີລົງນາມເຊັນສັນຍາ ຮ່ວມມືກັນໃຫ້ບໍລິການດ້ານໂທ ລະຄົມມະນາຄົມ ໃນເຂດເສດຖະ ກິດສະເພາະບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ ສປປ ລາວ ລະຫວ່າງບໍລິສັດ ວິສາຫະກິດ ລາວໂທລະຄົມມະນາຄົມ ແລະ ກຸ່ມບໍລິສັດພັດທະນາເຂດເສດຖະ ກິດສະເພາະບໍ່ເຕ່ນ ລາວຈຳກັດ, ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ທອງໃສ ຊານໄຊ ຍະ ຮອງລັດຖະມົນຕີກະຊວງໄປ ສະນີ-ໂທລະຄົມມະນາຄົມ ແລະ ການສື່ສານ ມີທ່ານພົນຕີ ກົງ ທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ມີບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການກະ
ຊວງ ປທສ, ຫົວໜ້າພະແນກ ປທສ ແຂວງ, ຫົວໜ້າຫ້ອງການ ສົ່ງເສີມ ແລະ ຄຸ້ມຄອງເຂດເສດ ຖະກິດພິເສດ, ຫົວໜ້າຄະນະກຳ ມະການຮ່ວມມືລາວ-ຈີນ, ແຂກ ຮັບເຊີນພ້ອມດ້ວຍຄະນະຜູ້ບໍລິ ຫານທັງສອງບໍລິສັດ ແລະ ສື່ ມວນຊົນກໍໄດ້ເຂົ້າຮ່ວມເກັບກຳ ຂ່າວໃນຄັ້ງນີ້ດ້ວຍ.
ການລົງນາມເຊັນສັນຍາສອງ ຝ່າຍໃນຄັ້ງນີ້ຝ່າຍລາວ ໂທລະ ຄົມ ໂດຍແມ່ນທ່ານ ຈິດປະສົງ ໝູແກ້ວໄກສອນ ຮອງຜູ້ອຳນວຍ ການໃຫຍ່ ບໍລິສັດລັດວິສາຫະກິດ ລາວໂທລະຄົມມະນາຄົມ ແລະ ທ່ານ ນາງຢາງຢ້າຫົງ ຮອງຜູ້ ອຳນວຍການປະຈຳການກຸ່ມບໍລິ ສັດພັດທະນາເຂດເສດຖະກິດສະ ເພາະບໍ່ເຕ່ນລາວຈຳກັດ.
ຈຸດປະສົງຂອງການລົງນາມ ເຊັນສັນຍາໃນຄັ້ງນີ້ແມ່ນກຸ່ມບໍລິ ສັດພັດທະນາເຂດເສດຖະກິດສະ ເພາະບໍ່ເຕ່ນລາວຈຳກັດ (ຂສບ) ໄດ້ຄັດເລືອກໃຫ້ບໍລິສັດລັດວິສາ ຫະກິດລາວໂທລະຄົມມະນາຄົມ ເປັນຜູ້ດຳເນີນການພັດທະນາ ແລະ ສະໜອງການບໍລິການ ທາງດ້ານການສື່ສານໂທລະຄົມ ມະນາຄົມແບບຄົບວົງຈອນ ໃນ ເຂດເສດຖະກິດສະເພາະບໍ່ເຕ່ນ ແດນງາມ ບ້ານບໍ່ເຕ່ນ, ເມືອງ ຫຼວງນໍ້າທາ, ແຂວງຫຼວງນໍ້າທາ ສປປ ລາວ ພາຍໃນກຳນົດເວລາ 5 ປີ. ເພື່ອເອື້ອອຳນວຍຄວາມ ສະດວກທາງດ້ານພື້ນຖານໂຄງ ລ່າງການສື່ສານໂທລະຄົມມະ ນາຄົມທີ່ສະດວກສະບາຍ, ທັນ ສະໄໝ ແລະ ໄດ້ມາດຕະຖານໃຫ້ ແກ່ການຈັດຕັ້ງປະຕິບັດແຜນ ງານການພັດທະນາຂອງກຸ່ມບໍລິ ສັດພັດທະນາເຂດເສດຖະກິດສະ ເພາະບໍ່ເຕ່ນ ລາວຈຳກັດໃຫ້ບັນລຸ ຕາມຈຸດປະສົງທີ່ວາງໄວ້ໃນການ ຮ່ວມມືພັດທະນາໜຶ່ງແລວທາງ ໜຶ່ງເສດຖະກິດລະຫວ່າງສອງ ພັກ-ລັດລາວ ແລະ ຈີນໄດ້ລົງ ນາມກັນໄວ້.
ເຂດເສດຖະກິດສະເພາະບໍ່ ເຕ່ນແມ່ນໜຶ່ງໃນຫຼາຍເຂດເສດ ຖະກິດທີ່ໄດ້ກຳນົດໂດຍລັດຖະ ບານແຫ່ງ ສປປ ລາວ ຖືເປັນວຽກ ງານທີ່ສຳຄັນ ເພື່ອຊ່ວຍພັດທະ ນາເສດຖະກິດຂອງປະເທດ ເພື່ອ ປະກອບສ່ວນສ້າງໃຫ້ເສດຖະ ກິດ-ສັງຄົມແຫ່ງຊາດຂະຫຍາຍ ຕົວໄວຍິ່ງຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ