ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ລົງນາມບັນທຶກຄວາມເຂົ້າໃຈວ່າດ້ວຍ ການລົງທຶນສຳຫຼວດກໍ່ສ້າງ ຕະຫຼາດນ້ຳຫງຳ ແລະ ພັດຖະນາໜອງນ້ຳ (ໜອງສະເດັດ) ທີ່ເມືອງແປກ ແຂວງຊຽງຂວາງ
ເວລາອອກຂ່າວ: 2018-12-07 10:23:04 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 5999 | ຄວາມນິຍົມ:



ບໍລິສັດ ກຸ່ມຄຳໄພຊະນະ ຈຳ ກັດຜູ້ດຽວໄດ້ລົງທຶນສຶກສາ, ສຳຫຼວດຄວາມເປັນໄປໄດ້ໂຄງ ການກໍ່ສ້າງຕະຫຼາດນຳ້ຫງຳ ແລະ ໂຄງການພັດທະນາໜອງ ນຳ້(ໜອງສະເດັດ)ຢູ່ເຂດບ້ານ ໂພນຄຳຢູ່ເມືອງແປກ ແຂວງ ຊຽງຂວາງ. ໃນວັນທີ 23 ພະຈິກ 2018 ຢູ່ທີ່ພະແນກແຜນການ ແລະ ການ ລົງທຶນແຂວງຊຽງຂວາງ ໄດ້ຈັດ ພິທີເຊັນບົດບັນທຶກຄວາມເຂົ້າ ໃຈ (MO U) ລະຫ່ວາງອົງການປົກ ຄອງແຂວງຊຽງຂວາງ ແລະ ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດຜູ້ ດຽວ, ໂດຍ ທ່ານ ບົວເງິນ ຫຸມໄຊຍະພົມ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງຕາງໜ້າໃຫ້ແກ່ອົງການ ປົກຄອງແຂວງ, ທ່ານ ຄຳໄພ ຊະນະ ປະທານບໍລິສັດ ກຸ່ມ ຄຳໄພຊະນະ ຈຳກັດຜູ້ດຽວໃນ ນາມຜູ້ລົງທຶນ, ເປັນກຽດເຂົ້າ ຮ່ວມຂອງ ທ່ານ ບຸນຕົ້ນ ຈັນ ທະພອນ ເລຂາພັກແຂວງເຈົ້າ ແຂວງໆຊຽງຂວາງ ທ່ານ ທອງ ສະຫວັດ ມັງໜໍ່ເມກ ຫົວໜ້າພະ ແນກອຸດສາຫະກຳ ແລະ ການ ຄ້າແຂວງ, ທ່ານ ວົງສາ ດວງ ທອງລາ ຫົວໜ້າພະແນກຖະ ແຫລ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ຜູ້ຕາງ ໜ້າຈາກພະແນກການຕ່າງໆ ອ້ອມຂ້າງແຂວງເຂົ້າຮ່ວມເປັນ ສັກຂີພິຍານ ໂອກາດນີ້ ທ່ານເຈົ້າແຂວງ ໄດ້ເນັ້ນໃຫ້ບໍລິສັດລົງທຶນ ພັດທະນາໂຄງການດັ່ງກ່າວ, ຕ້ອງຮ່ວມມືກັນປະສານງານ ໃຫ້ຄວາມສະດວກແກ່ຜູ້ລົງ ທຶນຕ້ອງພັດທະນາແບບຍືນຍົງ ສີຂຽວຮັກສາວັດທະນະທຳ ຂອງລາວ. ໂດຍ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ