ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການເຝິກແອບສວນສະໜາມ ກະກຽມໃຫ້ແກ່ການສະເຫຼີມສະຫຼອງ 70 ປີ ຂອງກອງທັບ ດຳເນີນໄປຢ່າງເຄັ່່ງຮ້ອນ
ເວລາອອກຂ່າວ: 2018-12-07 09:45:28 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ການເຝິກແອບສວນສະໜາມ ສະແດງກຳລັງເພື່ອສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ທີ່ສະ ຫນາມຫັດແອບວິທະຍາຄານກົມ ມະດຳ ພວມດຳເນີນໄປຢ່າງເຄັ່ງ ຮ້ອນ, ບັນດາຄະນະຊີ້ນຳຄູເຝິກ ແລະ ນັກສະແດງໄດ້ສຸມຈິດສຸມ ໃຈ ສຸມທຸກເຫື່ອແຮງ ເພື່ອໃຫ້ການ ສະແດງມີຄວາມເປັນເອກະພາບ ພ້ອມພຽງຈົບງາມ ເຊິ່ງສະແດງ ເຖິງຄວາມເຂັ້ມແຂງ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວ ບົນຍ່ານທາງ 70 ປີທີ່ຜ່ານມາ. ການເຝິກແອບຄັ້ງທີ 2 ນີ້ຈັດ ຂຶ້ນໃນຕອນເຊົ້າຂອງວັນທີ 6 ທັນວາ 2018 ນີ້ ໂດຍມີທ່ານພົນ ຕີ ຈັນທອງ ສອນຕະອາດ ກຳມະ ການຄະນະພັກກະຊວງປ້ອງກັນ ປະເທດ ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ ຜູ້ຕາງຫນ້າ ກົມກອງອ້ອມຂ້າງກະຊວງເຂົ້າ ຮ່ວມ. ລຳດັບການເຝິກແອບສວນສະ ໜາມມີກ້ອນລວມມີບັນດາກ້ອນ ກຳລັງຄື: ກ້ອນທຸງໄຊກອງທັບ ປະຊາຊົນລາວ, ກ້ອນກອງທັບ ລາວອິດສະຫລະ, ກ້ອນກອງທັບ ປົດປ່ອຍປະຊາຊົນລາວ, ກ້ອນ ແມ່ຍິງ 369, ກ້ອນນາຍທະຫານ ບົກ, ກ້ອນນາຍທະຫານອາກາດ, ກ້ອນກຳລັງທະຫານຊາຍແດນ, ກ້ອນທະຫານຮາບ, ກ້ອນກຳລັງ ທະຫານຕີພິເສດ, ກ້ອນເຫລົ່າຮົບ ລົດຕັງ-ຍານເກາະ, ກ້ອນເຫລົ່າ ຮົບປືນໃຫຍ່ຫນ້າດິນ, ກ້ອນເຫລົ່າ ຮົບປ້ອງກັນອາກາດ, ກ້ອນເຫລົ່າ ຮົບຊ່າງແສງ, ກ້ອນເຫລົ່າຮົບສື່ ສານ, ເຫລົ່າຮົບເສນາຮັກ, ກ້ອນ ກຳລັງທະຫານທ້ອງຖິ່ນ, ກ້ອນ ກອງຫລອນ, ກ້ອນກຳລັງປ້ອງ ກັນຕົວ, ກ້ອນແກວົງ. ນອກນັ້ນ ຍັງມີການເຝິກແອບສະແດງຂອງ ກ້ອນກຳລັງສິລະປະກອນກອງ ທັບ ເຊິ່ງລວມມີ 5 ລາຍການຄື: ເມືອງລາວມີພັກນຳພາ, ນຳ້ໃຈ 20 ມັງກອນ, ທະຫານບໍ່ຢ້ານຕໍ່ ອຸປະສັກ, ກອງທັບລາວກ້າວເດີນ ແລະ ລຳເຕີ້ຍ-ລຳເດີນມ່ວນຊື່ນສະ ຫລອງໄຊ. ທັງນີ້ກໍເພື່ອເຮັດໃຫ້ການສະ ແດງໃນມື້ສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ມີຄວາມຈົບງາມ ຄຶກຄື້ນເຂັ້ມແຂງ ສ້າງຄວາມເອກ ອ້າງທະນົງໃຈໃຫ້ແກ່ພະນັກ ງານ-ນັກຮົບໃນກອງທັບ ແລະ ຜູ້ເຂົ້າຊົມເປັນຢ່າງດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ