ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຜ່ນຕິດລຳຄໍແຈ້ງເຕືອນການຕິດເຊື້ອພະຍາດໂຄວິດ-19 ໄດ້
ເວລາອອກຂ່າວ: 2020-05-20 09:58:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1043 | ຄວາມນິຍົມ:



ອີກໜຶ່ງນະວັດຕະກຳທາງ ການແພດທີ່ໜ້າສົນໃຈ ພຽງແຕ່ຕິດແຜ່ນນີ້ໄວ້ທີ່ລໍາຄໍມັນຈະຄອຍກວດຈັບການຫາຍໃຈ, ການໄອ ແລະ ອຸນຫະພູມຂອງຮ່າງກາຍທີ່ ເປັນສັນຍານການຕິດເຊື້ອ ໂຄ ວິດ- 19 ໃນໄລຍະເລີ່ມຕົ້ນ. ໃນໄລຍະ ໂຄວິດ-19 ເຮັດໃຫ້ວົງ ການແພດເລັ່ງພັດທະນາເຄື່ອງມືໃໝ່ໆມາຊ່ວຍຮັບມືກັບການລະບາດຄັ້ງໃຫຍ່ໜຶ່ງໃນນັ້ນກໍຄື ນັກວິໄຈຈາກ ມະຫາວິທະຍາໄລ ນໍເວສເທີນ ທີ່ຮ່ວມມືກັບ Shirley Ryan Ability Lab ທີ່ພັດທະ ນາແຜ່ນຕິດລໍາຄໍສໍາລັບຕິດຕາມ ອາການໃນໄລຍະທຳອິດວ່າຕິດ ເຊື້ອຫຼືບໍ່?. ແຜ່ນຕິດດັ່ງກ່າວມີຄວາມຢືດຫົດ ແລະ ອ່ອນນຸ່ມ ຖືກອອກແບບມາໃຫ້ຕິດເອົາໄວ້ທີ່ລໍາຄໍ, ເຊິ່ງປັດຈຸບັນນີ້ກຳລັງນໍາໄປທົດສອບລະ ດັບຄຣີນິກກັບກຸ່ມຕົວຢ່າງ 25 ຄົນໂດຍທໍາການເກັບກຳຂໍ້ມູນໄປ ແລ້ວຫຼາຍກວ່າ 1.500 ຊົ່ວໂມງ. ມັນຈະທໍາການກວດຈັບອາການ ໄອ ( ການໄອ ແລະ ຄວາມຖີ່ໃນ ການໄອ ), ການເຄື່ອນໄຫວຂອງ ໜ້າເອິກ, ອັດຕາການຫາຍໃຈ ແລະ ອຸນຫະພູມຂອງຮ່າງກາຍ ຈາກນັ້ນຈະສົ່ງຂໍ້ມູນໄປຍັງ ອັນກໍຣິທືມທີ່ພັດທະນາໂດຍເຫຼົ່ານັກ ວິໄຈເພື່ອກວດຈັບສັນຍານໃນ ໄລຍະເລີ່ມຕົ້ນຂອງການຕິດເຊື້ອ ໂຄວິດ-19 ຖ້າຫາກກວດພົບຈະ ໄດ້ທໍາການປິ່ນປົວຕໍ່ໄປ. ການໃຊ້ງານຈະຕ້ອງໃສ່ຕິດຕົວຕະຫຼອດເວລາເພື່ອເກັບກຳຂໍ້ມູນຕະຫຼອດເວລາ, ເຊິ່ງຂໍ້ດີກໍຄືສາມາດກວດຈັບອາການຕິດ ເຊື້ອໄດ້ຕັ້ງແຕ່ໄລຍະຕົ້ນໆ ບໍ່ຈຳ ເປັນຕ້ອງລໍຖ້າໃຫ້ມີອາການຮຸນແຮງກ່ອນ ນອກຈາກກວດຈັບ ອາການແລ້ວຍັງສາມາດໃຊ້ປະ ໂຫຍດດ້ານອື່ນໆໄດ້ອີກເຊັ່ນ: ເປັນເຄື່ອງມືສໍາຄັນສໍາລັບບຸກຄະ ລາກອນທາງການແພດທີ່ເປັນ ຫ້າດ່ານໃນການປິ່ນປົວ ໂຄວິດ-19. ສໍາລັບໃຊ້ຕິດກັບຕົວເອງ ເພື່ອ ກວດຈັບອາການຂອງຕົວເອງ ຈະໄດ້ປ້ອງກັນການແຜ່ເຊື້ອໄປ ໃຫ້ເພື່ອນຮ່ວມງານໃນກໍລະນີທີ່ພົບການຕິດເຊື້ອ, ໃນການວິນິໄສ ໂຄວິດ-19 ເພື່ອທໍາຄວາມເຂົ້າໃຈ ເລື່ອງການຕິດເຊື້ອ ແລະ ເຮັດໃຫ້ ຮູ້ວ່າໄລຍະເວລາໃດອາການຈະ ເລີ່ມຮຸນແຮງຂຶ້ນ, ຊ່ວຍບອກນັກວິໄຈທີ່ຄິດຄົ້ນວິທີປິ່ນປົວໃຊ້ໄດ້ຜົນ ຫຼື ບໍ່ ? ຈາກຄົນໄຂ້ທີ່ຢູ່ໂຮງໝໍ ຫຼື ຢູ່ເຮືອນ. ອຸປະກອນອັນນີ້ ຜະລິດງ່າຍໃຊ້ ຊິ້ນສ່ວນບໍ່ຫຼາຍປັດຈຸບັນນີ້ ກຳລັງຜະລິດຢູ່ຫຼາຍຮ້ອຍອັນຕໍ່ອາທິດຖ້າ ຫາກມີວິກິດເກີດຂຶ້ນກໍສາມາດ ຜະລິດອອກມາໃນຈໍານວນຫຼາຍໄດ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ