ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ເມືອງລ້ອງແຈ້ງ
ເວລາອອກຂ່າວ: 2018-12-07 09:36:48 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ກອງພັນໃຫຍ່ 584 ຈັດ ຕັ້ງພິທີປະຖະກະຖາວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີ ແລະ ວັນສະຖາວັນນາສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 43 ປີ ຢູ່ເມືອງລ້ອງແຈ້ງໃນວັນທີ 29 ພະຈິກ 2018 ນີ້,ໂດຍການປະ ຖະກະຖາຂອງພັນເອກ ບຸນຕາ ສິນນະວົງ ເລຂາຄະນະພັກ ຫົວ ໜ້າການເມືອງກອງພັນໃຫຍ່ 584 ມີ ທ່ານ ແຮ ວົງສຸວັດ ເລຂາ ພັກເມືອງ, ເຈົ້າເມືອງໆລ້ອງ ແຈ້ງ, ມີພະນັກງານ, ທະຫານ, ຕໍາ ຫຼວດ, ອຳນາດການປົກຄອງ ບ້ານ, ພໍ່ແມ່ປະຊາຊົນ ຕະຫຼອດ ຮອດນັກຮຽນເຂົ້າຮ່ວມຮັບຟັງ. ໃນໂອກາດນີ້ພັນເອກ ບຸນຕາ ສິນນະວົງ ເລຂາຄະນະພັກ ຫົວ ໜ້າການເມືອງກອງພັນໃຫຍ່ 584 ໄດ້ຍົກໃຫ້ເຫັນມູນເຊື້ອການ ສ້າງຕັ້ງ, ສູ້ຮົບມີໄຊ ແລະ ການ ເຕີບໃຫຍ່ຂະຫຍາຍຕົວຂອງກອງ ທັບປະຊາຊົນລາວນັບແຕ່ມື້ສ້າງ ຕັ້ງຈົນຮອດປັດຈຸບັນພາຍໃຕ້ ການນຳພາອັນປີຊາສາມາດສະ ຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວກອງທັບປະຊາຊົນ ລາວໄດ້ຜ່ານຜ່າອຸປະສັກນາໆ ປະການ, ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນ ໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດ ປ່ອຍຊາດ, ເຮັດສໍາເລັດພາລະ ກໍາປະຫວັດສາດທີ່ພັກ ແລະ ປະ ຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດ ລ່າເມືອງຂຶ້ນຝຣັ່ງ,ຈັກກະພັດອາ ເມຣິກາຜູ້ຮຸກຮານພ້ອມດ້ວຍລູກ ແຫຼ້ງຕີນມືຂອງພວກເຂົາປົດ ປ່ອຍປະເທດຊາດໄດ້ຢ່າງສົມບູນ, ສະຖາປານາເປັນປະເທດ ສປປ ລາວ ໃນວັນທີ 02 ທັນວາ 1975 ຢ່າງສະຫງ່າ. ໃນໂອກາດດຽວກັນນີ້ຍັງໄດ້ມີ ການແຂ່ງຂັນກິລາບານເຕະອາ ວຸດໂສລະຫວ່າງ ກອງພັນໃຫຍ່ 584 ກັບພະນັກງານເມືອງລ້ອງ ແຈ້ງ ທັງນີ້ເພື່ອເປັນການຮັດ ແໜ້ນຄວາມສາມັກລະຫວ່າງທັງ ສອງຝ່າຍ, ເປັນການສ້າງຂະ ບວນການຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ວັນຊາດທີ 2 ທັນວາຄົບຮອບ 43 ປິ . ໂດຍ ນ. ດວງມະນີ ສິນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ