ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ແລະ ທະຫານແຂວງອຸດົມໄຊ ເຝິກຊ້ອມສວນສະໜາມ
ເວລາອອກຂ່າວ: 2018-12-07 09:35:04 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:



ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງກອງພົນທີ 1 ຄົບຮອບ 35 ປີທີ່ຈະມາເຖິງນີ້, ກອງພົນທີ 1 ໄດ້ສຸມໃສ່ການເຝິກ ຊ້ອມສວນສະໜາມສະເຫຼີມສະ ຫຼອງວັນດັ່ງກ່າວ ເພື່ອເປັນການ ສະແດງໃຫ້ເຫັນເຖິງການເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວ ໄລຍະ 70 ປີ ແລະ ກອງພົນທີ 1 ຕະຫຼອດໄລຍະ 35 ປີແຫ່ງການເຕີບໃຫຍ່ຂະ ຫຍາຍຕົວ. ພັນໂທ ສອນພັນ ລໍຈິງຄູນພັນ ຮອງຫົວໜ້າພະແນກອົບຮົມ ຄະ ນະຮັບຜິດຊອບຫັດແອບກ້ອນ ສວນສະໜາມກອງພົນທີ 1 ໄດ້ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນ ການເຝິກແອບການເດີນຂະບວນສວນສະໜາມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ແລະ ວັນ ສ້າງຕັ້ງກອງພົນທີ 1 ຄົບຮອບ 35 ປີ, ເຊິ່ງນັບແຕ່ໄດ້ຮັບການ ມອບໝາຍຈາກຂັ້ນເທິງ ກໍຄືຄະ ນະພັກ-ຄະນະບັນຊາການກອງ ພົນທີ 1 ຈຶ່ງໄດ້ເຫັນດີເປັນເອກະ ພາບສ້າງເປັນແຜນການອົບ ຮົມ-ຫັດແອບຂອງຕົນ ພ້ອມທັງ ຄັດເລືອກເອົາບຸຄະລາກອນບັນ ຈຸເຂົ້າໃສ່ກ້ອນກໍາລັງດັ່ງກ່າວ ຈໍານວນ 730 ສະຫາຍ ຕາມ ການ ກໍານົດຂອງຂັ້ນເທິງ, ໂດຍ ໄດ້ຄັດເລືອກເອົາພະນັກງານ- ນັກຮົບ ທີ່ມີສຸຂະພາບແຂງແຮງ ສົມບູນ ແລະ ມີລວງສູງແຕ່ 1,65-1,70 ແມັດ ກໍານົດເອົາ ພະນັກງານ-ນັກຮົບ 24 ຫົວ ໜ່ວຍກົມກອງທີ່ຂຶ້ນກັບກອງພົນ ທີ 1 ຈາກນັ້ນກໍໄດ້ຫ້າງຫາກະ ກຽມຫັດແອບນັບແຕ່ເດືອນກັນ ຍາ 2018 ເປັນຕົ້ນມາ, ສະຖານ ທີ່ຫັດແອບແມ່ນເດີ່ນສວນສະ ໜາມກອງພົນທີ 1 ຕາມທິດຊີ້ ນຳຂອງຂັ້ນເທິງກໍຄືຄະນະພັກ- ຄະນະບັນຊາການກອງພົນ ແລະ ສົມທົບກັບແຜນການອົບຮົມຂອງ ພະແນກອົບຮົມໄດ້ເລັ່ງໃສ່ຫັດ ແອບບຸກຄົນຄົງທີ່-ເຄື່ອນທີ່ເປັນ ຫຼັກດ້ວຍການເລັ່ງຜຽກຈັບລະ ດັບຕາມທີ່ຂັ້ນເທິງກຳນົດໃຫ້ ອາທິດໜຶ່ງ ຫັດແອບ 1 ວັນ ໂດຍ ໄດ້ກຳນົດເອົາທຸກໆວັນພຸດ, ໂດຍ ມອບໃຫ້ແຕ່ລະກ້ອນເພື່ອຈັດຕັ້ງ ອົບຮົມ-ຫັດແອບ ໄດ້ຈັດຕັ້ງຫັດ ແອບຈັງຫວະເຄືຶ່ອນທີ່ຈັບເປັນ ຄູ່ທັງຮູບແຖວຕັ້ງ ແລະ ເອກະ ພາບຮູບແຖວຂວາງ, ຫັດແອບ ບຸກຄົນປະສານເປັນກ້ອນຈັດຕັ້ງ ກວດກາກ້ອນໃດເຮັດໄດ້ດີແມ່ນ ໃຫ້ສືບຕໍ່, ສ່ວນພາກສ່ວນທີ່ຍັງ ບໍ່ທັນໄດ້ທາງຄະນະຮັບຜິດຊອບ ລວມທັງຄູ-ອາຈານກໍສືບຕໍ່ປັບ ປຸງແກ້ໄຂເພື່ອໃຫ້ເປັນລະບົບລະ ບຽບຕາມຫຼັກການເດີນສວນສະ ໜາມ, ຈາກນັ້ນກໍໄດ້ຫັດແອບ ຮວບຮວມເປັນກ້ອນໃຫຍ່ຈົນ ເຖິງຂັ້ນຕອນການຮວບຮວມ ກ້ອນກຳລັງສວນສະໜາມ, ການ ສະແດງທ່າທີ, ຈັງຫວະ, ເຂັ້ມ ແຂງເພື່ອໃຫ້ມີຄວາມເປັນເອກະ ພາບກັນ, ມີຄວາມຈົບງາມ ແລະ ສະຫງ່າຜ່າເຜີຍສົມກັບເປັນ ກ້ອນກຳລັງຂອງກອງພົນທີ 1 ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນຢ່າງແທ້ຈິງ. ເຊິ່ງ ມາຮອດປັດຈຸບັນນີ້ການອົບ ຮົມ-ຫັດແອບສາມາດຕີລາຄາ ຜົນໄດ້ຮັບ 90% ຄາດວ່າຈະໃຫ້ ສຳເລັດຕາມແຜນການ. ພັນໂທ ບຸນແຖວ ແກ້ວດວງຕາ ຫົວໜ້າພະແນກອົບຮົມ ຍັງໃຫ້ ຮູ້ອີກວ່າ: ເພື່ອກະກຽມຄວາມ ພ້ອມເຂົ້າຮ່ວມງານສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປິ ແລະ ວັນສ້າງຕັ້ງກອງພົນທີ 1 ຄົບຮອບ 35 ປີນີ້, ທາງຄະນະ ພັກ-ຄະນະບັນຊາການກອງພົນ ລວມທັງຄະນະຮັບຜິດຊອບ ແມ່ນມີຄວາມເປັນເອກະພາບກັນ ສູງ, ພ້ອມກັນຕັດສິນຜ່ານຜ່າ ອຸປະສັກຄວາມຫຍຸ້ງຍາກນາໆ ປະການ ເພື່ອນໍາພາກ້ອນກໍາລັງ ເດີນສວນສະໜາມເຂົ້າສະເຫຼີມ ສະຫຼອງວັນສ້າງຕັ້ງດັ່ງກ່າວໃຫ້ ປະສົບຜົນສໍາເລັດ. ຂ່າວໃຫ້ຮູ້ຕື່ມອີກວ່າ: ທ້າຍ ເດືອນພະຈິກ 2018 ນີ້, ກອງ ບັນຊາການທະຫານແຂວງອຸດົມ ໄຊ ໄດ້ຈັດຕັ້ງຫັດແອບປະສານ ທົດລອງສວນສະໜາມສະເພາະ ກ້ອນກຳລັງສະແດງຂອງກອງ ບັນຊາການທະຫານແຂວງອຸດົມ ໄຊຮ່ວມກັບກອງພົນທີ 3, ປກສ ແຂວງ ຄັ້ງທີ I ເພື່ອກະກຽມ ສະແດງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີທີ່ຈະມາເຖິງ, ໂດຍ ການເປັນປະທານຂອງ ພັນເອກ ບຸນຍົງ ໜໍ່ແກ້ວ ຄະນະປະຈຳພັກ ກອງບັນຊາການ ຫົວໜ້າຫ້ອງ ການເມືອງກອງບັນຊາການ ທະຫານແຂວງອຸດົມໄຊ, ມີຄະ ນະພັກ-ຄະນະກອງບັນຊາການ, ຄະນະຮັບຜິດຊອບ ແລະ ກ້ອນ ກຳລັງສະແດງສວນສະໜາມ ເຂົ້າຮ່ວມ. ການເຝິກແອບປະສານທົດ ລອງສະເພາະກ້ອງກຳລັງສະ ແດງສວນສະໜາມຄັ້ງນີ້ມີທັງ ໝົດ 9 ກ້ອນກຳລັງສະແດງຄື: ກ້ອນນາຍທະຫານກອງບັນຊາ ການທະຫານແຂວງ, ກ້ອນກຳ ລັງເພດຍິງກອງບັນຊາການທະ ຫານແຂວງ, ກ້ອນກຳລັງປືນ ອາກາກອງພົນທີ 3, ກ້ອນກຳ ລັງທະຫານຮາບກອງພົນທີ 3, ກ້ອນກຳລັງຕີພິເສດກອງພົນທີ 3, ກ້ອນກຳລັງຊ່າງແສງກອງ ພົນທີ 3, ກ້ອນກຳລັງສື່ສານ ກອງພົນທີ 3, ກ້ອງກຳລັງ ປກສ ແຂວງ ແລະ ກ້ອນກຳລັງກອງ ຫຼອນເມືອງໄຊ. ໂອກາດນີ້ ພັນເອກ ບຸນຍົງ ໜໍ່ແກ້ວ ກໍໄດ້ເນັ້ນໜັກ ແລະ ຮຽກຮ້ອງຄະນະພັກ-ຄະນະບັນ ຊາ, ຄະນະຮັບຜິດຊອບຕ້ອງ ເພີ່ມທະວິໄນການຄຸ້ມຄອງພະ ນັກງານ-ນັກຮົບທາງດ້ານລະ ບຽບ, ປະຕິບັດເນື້ອໃນຫຼັກການ, ບາດກ້າວຂອງການເດີນສວນສະ ໜາມ ໃຫ້ຄ່ອງແຄ່ວ ແລະ ມີຄວາມ ເປັນເອກະພາບກັນ, ເຂັ້ມແຂງ ແລະ ຈົບງາມ, ຮັບປະກັນຈັດ ຕັ້ງປະຕິບັດໜ້າທີ່ຮັບໃຊ້ສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ໃຫ້ ເປັນຂະບວນຟົດຟື້ນ ແລະ ມີ ຄວາມປອດໄພ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ