ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍີ່ປຸ່ນຍົກເລີກພາວະສຸກເສີນຫຼາຍພື້ນທີ່ເກືອບທັງໝົດທົ່ວປະເທດ
ເວລາອອກຂ່າວ: 2020-05-15 13:26:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1919 | ຄວາມນິຍົມ:



ສໍານັກຊິນຮວາລາຍງານເມື່ອວັນທີ 15 ພຶດສະພາ ນີ້ວ່າ: ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນໄດ້ອອກມາປະກາດຍົກເລີກພາວະສຸກເສີນໃນຫຼາຍພື້ນທີ່ເກືອບທັງໝົດຂອງປະເທດ ແຕ່ຍັງລະບຸຕື່ມວ່າ: ພາວະສຸກເສີນຈະຍັງຄົງບັງຄັບໃຊ້ໃນນະຄອນຫຼວງໂຕກຽວຈົນກວ່າຈະສາມາດຄວບຄຸມການແຜ່ລະບາດຂອງເຊື້ອໄວຣັດໂຄວິດ - 19 ໄດ້. ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸຸ່ນ ໄດ້ມີຄໍາສັ່ງໃຫ້ຍົກເລີກພາວະສຸກເສີນໃນ 37 ແຂວງຫຼັງຈາກທີ່ປະກາດໃຊ້ທົ່ວປະເທດ 47 ແຂວງ ເຊິ່ງພາວະສຸກເສີນຈະຍັງຄົງບັງຄັບໃຊ້ໃນນະຄອນຫຼວງໂຕກຽວ ແລະ ນະຄອນໂອຊາກາ ເຊິ່ງເປັນເມືອງໃຫຍ່ເປັນອັນດັບສອງຂອງປະເທດ, ເວລານີ້ຜູ້ນໍາຍີ່ປຸ່ນກໍາລັງພະຍາຍາມຍູ້ດັນດ້ານເສດຖະກິດຂະນະດຽວກັນນັ້ນກໍຍັງມີຄວາມພະຍາຍາມຈະຢຸດການແຜ່ລະບາດຂອງພະຍາດໄປພ້ອມໆກັນ ທ່ານ ຊິນໂຊ ອາເບະ ກ່າວຕື່ມວ່າ: ທ່ານ ຈະເລີ່ມພິຈາລະນາເລື່ອງງົບປະມານພິເສດທີສອງ ແລະ ລັດຖະບານຈະດໍາເນີນການເພື່ອບັນເທົາຄວາມເດືອດຮ້ອນທາງດ້ານການເງິນຂອງບໍລິສັດຕ່າງໆໃນປະເທດ ເຊິ່ງເປັນສ່ວນໜຶ່ງຂອງມາດຕະການກະຕຸ້ນເສດຖະກິດ ນອກຈາກນັ້ນລັດຖະບານຍັງເພີ່ມນັກເສດຖະສາດເຂົ້າມາຕື່ມອີກ 4 ຄົນເພື່ອເຂົ້າມາເປັນສະມາຊິກຄະນະກໍາມະການທີ່ປຶກສາໃນການຮັບມືກັບການແຜ່ລະບາດຂອງໂຄວິດ-19 ປະເທດຍີ່ປຸ່ນໄດ້ເລີ່ມປະກາດພາວະສຸກເສີນທົ່ວປະເທດເມື່ອວັນທີ 1 ເມສາ 2020 ເປັນຕົ້ນມາ ແລະ ໄດ້ຮຽກຮ້ອງໃຫ້ປະຊາຊົນຫຼຸດການຕິດຕໍ່ພົວພັນລະຫວ່າງກັນ ແລະ ກັນໃຫ້ໄດ້ 80% ເພື່ອຫຼຸດການລະບາດຂອງເຊື້ອໄວຣັດໂຄວິດ-19.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ