ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ສ ປ ປ ລາວ ຍັງບໍ່ພົບເຊືອຕິດຕໍ່ກັນ 31 ວັນ
ເວລາອອກຂ່າວ: 2020-05-13 15:43:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 617 | ຄວາມນິຍົມ:



ອີງຕາມການທະແຫຼງຂ່າວຂອງ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດເພື່ອປ້ອງກັນເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 • ໃນວັນທີ 12 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 101 ຄົນ, ໃນນັ້ນ ມີກໍລະນີສົງໄສ 02 ຄົນ, ຜູ້ຕິດເຊື້ອທີ່ຄົບຮອດ 14 ວັນ 02 ຄົນ (ນ້ຳເບີ 14 ແລະ 12), ແຮງງານລາວທີ່ກັບມາຈາກປະເທດໄທ 65 ຄົນ, ແຮງງານໄທທີ່ເຂົ້າມາລາວ 02 ຄົນ (ແມ່ນຢູ່ແຂວງໄຊຍະບູລີ) ແລະ ບຸກຄົນທົ່ວໄປບໍ່ມີອາການສະແດງ 30 ຄົນ. • ແຮງງານລາວທີ່ກັບມາຈາກປະເທດໄທ 65 ຄົນ ລາຍລະອຽດດັ່ງລຸ່ມນີ້: - ແຂວງວຽງຈັນ 25 ຄົນ - ຈຳປາສັກ 16 ຄົນ - ສະຫວັນນະເຂດ 11 ຄົນ - ຄຳມ່ວນ 10 ຄົນ - ບໍລິຄຳໄຊ 02 ຄົນ - ວຽງຈັນ 02 ຄົນ - ສາລະວັນ 01 ຄົນ • ຜົນກວດທັງໝົດຂອງແຮງງານລາວ, ແຮງງານໄທ ທີ່ເຂົ້າມາ ແລະ ກໍລະນີສົງໄສຂອງມື້ວານນີ້ ບໍ່ພົບເຊື້ອ. • ໝາຍຄວາມວ່າໃນວັນທີ 12 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. • ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 12 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 3,975 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (31 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). 3 ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດໂດຍສະເພາະແຮງງານລາວ ຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ • ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 60 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 1, 919 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດນີ້ບໍ່ມີຜູ້ຕິດເຊື້ອ. ຜູ້ປະຈຳການຄະນະສະເພາະກິດຍັງໃຫ້ຄຳແນະນຳຕື່ມອີກວ່າ: • ຂໍ້ມູນສໍາຄັນໃນມື້ນີ້ແມ່ນການລາຍງານປະຈໍາວັນຂອງລະບົບເຝົ້າລະວັງພະຍາດ ຈາກແຕ່ລະແຂວງທົ່ວປະເທດມາຫາສູນປະຕິບັດງານສຸກເສີນ ຂອງກະຊວງສາທາລະນະສຸກ. ຢັ້ງຢືນວ່າ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ 31 ມື້ແລ້ວ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ). ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 3,975 ຕົວຢ່າງ, ມີຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 19 ຄົນ ອອກໂຮງໝໍມື້ນີ້ອີກ 01 ຄົນ ຍັງຕິດຕາມຢູ່ໂຮງໝໍ 05 ຄົນ. • ບັນຫາສຳຄັນໃນໄລຍະຜ່ອນຜັນບາງມາດຕະການຮອດວັນທີ 17 ພຶດສະພາ ນີ້ ແມ່ນເຝົ້າລະວັງຜູ້ເດີນທາງເຂົ້າມາ ສປປ ລາວ ທຸກຄົນຈະຕ້ອງໄດ້ກວດກັ່ນກອງຊອກຫາເຊື້ອພະຍາດບໍ່ໃຫ້ມີຜູ້ຕິດເຊື້ອເລັດລອດອອກໄປຫາຊຸມຊົນ, ຈຳກັດບໍລິເວນຢູ່ສູນຈົນຄົບ 14 ວັນ ແລະ ການເຝົ້າລະວັງຕິດຕາມການປະຕິບັດຄຳແນະນຳຂອງມວນຊົນຢູ່ແຕ່ລະແຂວງວ່າມີຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເປັນເຈົ້າການປະຕິບັດຄຳແນະນຳຂອງຄະນະສະເພາະກິດໄດ້ດີແນວໃດ. ເພື່ອໃຫ້ມີຄວາມໝັ້ນໃຈວ່າຈະບໍ່ມີຄວາມສ່ຽງຈະເກີດການລະບາດຄັ້ງໃໝ່. • ການປະຕິບັດມາດຕະການຜ່ອນຜັນ ຮອດວັນທີ 17 ພຶດສະພາ ຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ເອົາໃຈໃສ່ ວິທີປ້ອງກັນການຕິດເຊື້ອ ແລະ ການແຜ່ເຊື້ອພະຍາດ ເພື່ອສະກັດກັ້ນບໍ່ໃຫ້ມີກໍລະນີໃໝ່ເກີດຂຶ້ນ. ປັດໄຈສໍາຄັນທີ່ສຸດ ແມ່ນຂຶ້ນກັບພຶດຕິກໍາຂອງພວກເຮົາໝົດທຸກຄົນທີ່ຈະປັບປຸງວິຖີຊີວິດໃໝ່ຂອງຕົນ ຕາມຄຳແນະນຳຂອງຄະນະສະເພາະກິດ. ໃນມື້ວານນີ້ກໍ່ໄດ້ມີກອງປະຊຸມຄະນະສະເພາະກິດໂດຍການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງີນ ຫົວໜ້າຄະນະສະເພາະກິດ ໂດຍໄດ້ ປະເມີນຄືນສະພາບ ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19ເພື່ອຈະສະເໜີຕໍ່ລັດຖະບານກໍ່ຄືການນຳຂັ້ນສູງຂອງພັກລັດໃນການພິຈາລະນາຜ່ອນຜັນບາງມາດຕະການຕື່ມອີກ • ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ມີຄວາມອົດທົນພະຍາຍາມ ເອົາໃຈ ໃສ່ ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດຄຳແນະນຳ ແລະ ມາດຕະການຕ່າງໆ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ. ໂດຍສະເພາະ ການລ້າງມືດ້ວຍນໍ້າສະອາດ ແລະ ສະບູ ຫຼື ໃຊ້ເຈວລ້າງມືຂ້າເຊື້ອດ້ວຍເຫຼົ້າ 70% ຂື້ນໄປ, ການປະຕິບັດໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ບໍລິການຕ່າງໆ ໃຫ້ກາຍເປັນຄວາມຊີ່ນເຄີຍໃນການດຳລົງຊີວິດປະຈຳວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ