ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ແຈ້ງຂ່າວເສົ້າສະຫຼົດໃຈ
ເວລາອອກຂ່າວ: 2020-05-13 13:13:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 601 | ຄວາມນິຍົມ:



ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງ ຊາດ ແລະ ຄອບຄົວແກ້ວບຸນພັນ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດ ຊາບທົ່ວເຖິງກັນວ່າ: ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການ ສູນກາງພັກ ສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກ ລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາ ທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; ໄດ້ເຖິງແກ່ມໍລະນະກໍາແລ້ວ ພາຍຫຼັງທີ່ສະຫາຍໄດ້ມີການເຈັບເປັນໄລຍະໜຶ່ງ, ການຈັດຕັ້ງພັກ-ລັດ, ຄອບຄົວຍາດພີ່ນ້ອງ, ຄະນະແພດໝໍທັງພາຍໃນ ແລະ ຕ່າງ ປະເທດ ໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ ແຕ່ກໍບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້, ສະຫາຍຈິ່ງໄດ້ສິ້ນລົມຫາຍໃຈ ໃນເວລາ 7 ໂມງ 09 ນາທີ ຂອງວັນທີ 12 ພຶດສະພາ 2020 ລວມອາຍຸກະສຽນ 92 ປີ. ເພື່ອຈາລຶກຄຸນງາມຄວາມດີຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ໄດ້ອຸທິດແກ່ປະເທດ ຊາດ ແລະ ການປະຕິວັດ; ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ, ເຊິ່ງເປັນຜູ້ໜຶ່ງທີ່ອົງອາດກ້າແກ່ນ ໃນບັນດາການນໍາຮຸ່ນທໍາອິດກໍຕັ້ງພັກ ແລະ ກອງທັບປະຊາຊົນລາວ. ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວ ສ້າງຊາດ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 05 ວັນ ນັບແຕ່ວັນທີ 12 ເຖິງວັນທີ 16 ປັດຈຸບັນສົບຂອງສະຫາຍໄດ້ບໍາເພັນກຸສົນໄວ້ຢູ່ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະ ເທດ ສ່ວນວັນຊາປະນາກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16/05/2020 ເວລາ 13 ໂມງ 30 ນາທີ ທີ່ເດີ່ນພະທາດຫຼວງ. ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າໃນ ທົ່ວປະເທດ ເພື່ອຊາບທົ່ວເຖິງກັນ. ນະຄອນຫຼວງວຽງຈັນ, ວັນທີ 12 ພຶດສະພາ 2020 - ຄະນະບໍລິຫານງານສູນກາງພັກ - ສະພາແຫ່ງຊາດ - ລັດຖະບານແຫ່ງ ສປປ ລາວ - ສູນກາງແນວລາວສ້າງຊາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ