ຊີວະປະຫວັດຫຍໍ້ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ເວລາອອກຂ່າວ: 2020-05-13 13:06:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 711 | ຄວາມນິຍົມ: ![]()
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 01 ພຶດສະພາ ປີ 1928 ທີ່ບ້ານ ຫ້ວຍກະລືມ ເມືອງວຽງໄຊ ເເຂວງຫົວພັນ, ເປັນບຸດຂອງ ທ່ານ ບຸນຊູ ແລະ ນາງ ປ້ານ. ສະຫາຍໄດ້ ສ້າງຄອບຄົວກັບ ນາງ ຫຼ້າ ແກ້ວບຸນພັນ ມີລູກນໍາກັນ 4 ຄົນ, ຍິງທັງຫມົດ ປັດຈຸບັນຢູ່ບ້ານຫນອງບອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ການເຄື່ອນໄຫວປະຕິວັດ ທີ່ສໍາຄັນແຕ່ລະໄລຍະ ມີດັ່ງນີ້:
- ປີ 1947-1948 ເປັນນັກຮົບກອງຮ້ອຍ ໂຄສະນາປະກອບອາວຸດຕະລຸມບອນປະຈໍາພາກ
ເໜືອ;
- ປີ 1948-1949 ເປັນພະນັກງານຂົນຂວາຍກໍ່ສ້າງພື້ນຖານລັບ ຢູ່ສັນກາງລຽບນ້ໍາມ່າເພື່ອ
ສ້າງຖານທີ່ໝັ້ນເຂົ້າພາກເໜືອຂອງລາວ;
- ປີ 1950 ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ;
- ປີ 1949- 1952 ເປັນຫົວໜ້າການເມືອງກອງຮ້ອຍລາດຊະວົງ;
- ປີ 1952- 1954 ເປັນຫົວໜ້າການທະຫານກອງຮ້ອຍລາດຊະວົງ ທັງເປັນຮອງກອງພັນ
ປະສົມ ລາວ-ຫວຽດນາມ ຂຶ້ນປົດປ່ອຍເມືອງຮ້ຽມ, ປາກລາວ, ບ້ານແຊ້, ບ້ານຊ້ອນ ເປີດກວ້າງເຂດທີ່ໝັ້ນຢູ່ພາກເໜືອຂອງລາວ;
- ປີ 1954- 1955 ເປັນກໍາມະການຢຸດຍິງທົ່ວປະເທດ ລະຫວ່າງ ສາມຊາດອິນດູຈີນ ແລະ
ຝຣັ່ງ;
- ວັນທີ 22/03/1955 ເຊິ່ງເປັນວັນສ້າງຕັ້ງພັກ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I ຂອງ
ພັກ ສະຫາຍໄດ້ຮັບການເລືອກຕັ້ງ ເປັນກໍາມະການຄະນະບໍລິຫານງານ ສູນກາງພັກ ປະຊາຊົນລາວ ຊຸດທໍາອິດ, ໃນປີດຽວກັນນັ້ນ ຖືກເລືອກຕັ້ງ ເຂົ້າເປັນກໍາມະການຄະນະພັກການທະຫານ, ທັງຖືກແຕ່ງຕັ້ງເປັນຮອງເສນາທິການກອງທັບປົດປ່ອຍປະຊາຊົນລາວ;
- ປີ 1956-1960 ຖືກແຕ່ງຕັ້ງເປັນເລຂາຄະນະພັກ, ເປັນຜູ້ບັນຊາການທະຫານເຂດເຕົ້າໂຮມຊໍາເໜືອ, ເປັນຜູ້ຊີ້ນໍາການເລືອກຕັ້ງຜູ້ແທນລາດສະດອນຂອງຝ່າຍ ປະຕິວັດ ແລະ ເປັນຜູ້ບັນຊາການປົດປ່ອຍແຂວງຫົວພັນ ເທື່ອທີ 2 ແລະບັນຊາປົດປ່ອຍທົ່ງໄຫຫີນ;
- ປີ 1962 ບັນຊາປົດປ່ອຍບັ້ນຮົບຫຼວງນໍ້າທາ;
- ປີ 1960-1976 ຖືກແຕ່ງຕັ້ງເປັນ ຫົວໜ້າເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ;
- ປີ 1972 ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ຖືກເລືອກຕັ້ງເປັນກໍາມະການຄະນະບໍລິຫານງານສູນກາງພັກ ສະໄໝທີ II;
- ປີ 1976-1980 ເປັນຫົວໜ້າເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ, ລັດ
ຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ເລຂາຄະນະພັກ, ປະ
ທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ;
- ປີ 1982 ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ຖືກເລືອກຕັ້ງເປັນກໍາມະການ
ສູນກາງ ພັກ ສະໄໝທີ III, ເປັນເລຂາທິການສູນກາງພັກ, ຫົວໜ້າເສນາທິການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ເລຂາຄະນະພັກ, ປະທານຄະນະກໍາມະການ
ປົກຄອງກໍາແພງນະຄອນວຽງຈັນ;
- ປີ 1982 ຖືກແຕ່ງຕັ້ງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາກະກຽມກອງປະຊຸມ
ໃຫຍ່ຊາວໜຸ່ມ ປປລາວ ຄັ້ງທີ I;
- ປີ 1983 ສູນກາງພັກ- ລັດຖະບານ ໄດ້ຕົກລົງປະດັບຊັ້ນພົນເອກໃຫ້ແກ່ສະຫາຍ;
- ປີ 1983-1984 ໄປຮຽນທິດສະດີການເມືອງຊັ້ນສູງທີ່ ຮ່າໂນ້ຍ ສສ ຫວຽດນາມ;
- ປີ 1985 ຖືກແຕ່ງຕັ້ງເປັນເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງ
ກໍາແພງນະຄອນວຽງຈັນ;
- ປີ 1986 ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ຖືກເລືອກຕັ້ງເປັນກໍາມະການ
ສູນກາງພັກ ທັງຖືກເລືອກຕັ້ງເປັນກໍາມະການກົມການເມືອງ ແລະ ເລຂາທິການສູນກາງພັກ ເປັນເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ;
- ປີ 1987-1988 ເປັນຫົວໜ້າຄະນະເຈລະຈາຢຸດຍິງ ກັບປະເທດໄທ;
- ປີ 1991 ໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ຖືກເລືອກຕັ້ງເປັນກໍາມະການ
ສູນກາງພັກ, ຖືກແຕ່ງຕັ້ງເປັນລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້;
- ປີ 1996 ໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ ຖືກເລືອກຕັ້ງເປັນກໍາມະການ
ສູນກງພັກ ທັງຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ;
- ປີ 1996-1998 ຖືກເລືອກຕັ້ງເປັນຮອງປະທານປະເທດ;
- ປີ 1998-2001 ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ;
- ປີ 2002-2010 ໃນກອງປະຊຸມໃຫຍ່ ຄັ້ງທີ VII, VIII ຂອງພັກ ຖືກເລືອກຕັ້ງເປັນ
ກໍາມະການສູນກາງພັກ, ທັງຖືກເລືອກຕັ້ງເປັນກໍາມະການກົມການເມືອງ
ສູນກາງພັກ ແລະ ຖືກເລືອກຕັ້ງເປັນປະທານສູນກາງແນວລາວສ້າງຊາດ;
- ປີ 2011 ອີງໃສ່ສຸຂະພາບ, ອາຍຸກະສຽນ ແລະ ຄວາມມຸ້ງມາດປາດຖະໜາ ຂອງ
ສະຫາຍເອງ, ສະຫາຍ ຈຶ່ງໄດ້ຮັບການເຫັນດີໃຫ້ພັກຜ່ອນຕາມນະໂຍບາຍ ຂອງພັກ ແລະ ລັດ ພາຍຫຼັງໃຫ້ໄດ້ຮັບນະໂຍບາຍໃຫ້ພັກການ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຍັງໄດ້ປະກອບສ່ວນລົງຊີ້ນໍາ, ຕິດຕາມ, ຊຸກຍູ້ການປະຕິບັດວຽກງານຢູ່ບັນຂະແໜງການ ແລະ ທ້ອງຖິ່ນ ຕາມເງື່ອນໄຂ ແລະ ສຸຂະພາບຕົວຈິງ.
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາທີ່ ໄດ້ອຸທິດຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່. ສະຫາຍແມ່ນນັກຮົບປະຕິວັດຜູ້ອົງອາດທີ່ເກັ່ງກ້າສາມາດ, ມີນ້ໍາໃຈເສຍສະຫຼະອັນສູງສົ່ງ, ເປັນໜຶ່ງ ໃນບັນດານາຍທະຫານນໍາພາ-ບັນຊາ ທີ່ດີເດັ່ນເປັນທີ່ເຄົາລົບຮັກຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນພະນັກງານການນໍາທີ່ມີແບບແຜນນໍາພາທີ່ດີ, ມີຄວາມສາມັກຄີ ເປັນເອກະພາບພາຍໃນພັກ ແລະ ຍຶດໝັ້ນໃນອຸດົມການປະຕິວັດຢ່າງສູງສົ່ງ ໃນພາລະກິດປະຕິວັດ ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່.
- ດ້ວຍຜົນງານ ແລະ ຄຸນງາມຄວາມດີທີ່ສະແດງອອກເຖິງຄຸນສົມບັດສິນທໍາປະຕິວັດອັນຜ່ອງ ໃສ ແລະ ຄວາມຮັກເຊື້ອແພງຊາດ ສະຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຮັກ ຈາກສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າກໍຄືປະເທດເພື່ອນມິດຢ່າງ ກ້ວາງຂວາງ, ເພື່ອ ເປັນການສັນລະເສີນກຽດຕິຄຸນຂອງສະຫາຍ, ພັກ ແລະ ລັດຖະບານ ໄດ້ຕົກລົງ ມອບຫຼຽນໄຊຂັ້ນສູງປະເພດຕ່າງໆໃຫ້ແກ່ສະຫາຍ ດັ່ງນີ້:
- ຫຼຽນຄໍາເເຫ່ງຊາດ ສປປ ລາວ 1 ຫຼຽນ
- ຫຼຽນຄໍາເເຫ່ງຊາດ ສສ ຫວຽດນາມ 1 ຫຼຽນ
- ຫຼຽນໄຊ ອິດສະຫຼະຊັ້ນI 4 ຫຼຽນ
- ຫຼຽນໄຊ ອິດສະຫຼະ ຊັ້ນ II . 2 ຫຼຽນ
ນອກຈາກນັ້ນ ຍັງໄດ້ຮັບຫຼຽນໄຊ, ຫຼຽນກາ, ຫຼຽນລະນຶກ ເເລະ ຫຼຽນມິດຕະພາບ ທີ່ສໍາຄັນ ເປັນຈໍານວນຫຼວງຫຼາຍ ຈາກພາຍໃນ ແລະ ຕ່າງປະເທດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















