ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກ ຖວທ ແຂວງຄຳມ່ວນ ເອົາໃຈໃສ່ຕິດຕາມ ກວດກາບັນດາໂຮງແຮມ, ເຮືອນພັກ, ຮ້ານອາຫານ ທີ່ຈະເປີດບໍລິການໃນໄລຍະຜ່ອນຜັນ
ເວລາອອກຂ່າວ: 2020-05-07 13:35:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ໄດ້ໃຫ້ສຳພາດວ່າ: ພາຍຫຼັງທີ່ໄດ້ຮັບບັນດາແຈ້ງການຕ່າງໆຂອງຂັ້ນເທິງ ພະແນກ ຖວທ ແຂວງຄຳມ່ວນ ກໍໄດ້ອອກແຈ້ງການ ສະບັບເລກທີ 343/ຖວທ.ຄມ ໂດຍໄດ້ເນັ້ນໃຫ້ບັນດາສື່ມວນຊົນສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນ ໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍ ແລະ ມາດຕະການປ້ອງກັນຂອງພະຍາດໂຄວິດ-19 ຜ່ານທາງສື່ຕ່າງໆເປັນຕົ້ນ: ສະຖານີວິທະຍຸຂອງແຂວງ, ຂອງເມືອງ, ສະຖານີໂທລະພາບ, ໜັງສືພິມ, ບັນດາສື່ອອນລາຍ ລວມເຖິງລະບົບໂທລະໂຄ່ງຂອງບ້ານຕ່າງໆຢ່າງຕໍ່ເນື່ອງ ພ້ອມນັ້ນກໍໄດ້ແຕ່ງຕັ້ງຄະນະສະເພາະກິດຂອງພະແນກ ສົມທົບກັບ ຫ້ອງການ ຖວທ ເມືອງ ລົງແນະນຳບັນດາຜູ້ປະກອບການທີ່ຕິດພັນກັບຂົງເຂດ ຖວທ ໂດຍສະເພາະບັນດາໂຮງແຮມ, ເຮືອນພັກ, ຣີສອດ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົນ ແລະ ຮ້ານເສີມສວຍ ທີ່ຈະເປີດໃຫ້ບໍລິການໃນໄລຍະຜ່ອນຜັນນີ້ ແມ່ນຈະຕ້ອງໄດ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນ: ການວັດແທກອຸນຫະພູມພະນັກງານກ່ອນເຂົ້າເຮັດວຽກ, ວັດແທກອຸນຫະພູມລູກຄ້າກ່ອນຈະເຂົ້າໃຊ້ບໍລິການ, ການໃຫ້ຂໍ້ມູນ, ຄວາມຮູ້ ແລະ ຄຳແນະນຳກ່ຽວກັບການປ້ອງກັນແກ່ຜູ້ມາໃຊ້ບໍລິການ, ການປະຕິບັດມາລະຍາດໃນການໄອ-ຈາມ, ຈັດອ່າງລ້າງມືໂດຍມີສະບູ, ເຈວລ້າງມື ຫຼື ນໍ້າຢາທີ່ໄດ້ມາດຕະຖານໄວ້ສຳລັບຂ້າເຊື້ອ, ການອະນາໄມອຸປະກອນເຄື່ອງໃຊ້ທີ່ມີຜູ້ສຳຜັດຢ່າງເປັນປະຈຳ, ສະຖານທີ່ຮ້ານຕ້ອງມີອາກາດຖ່າຍເທດີ, ບໍ່ແອອັດ, ການຈັດສັນສະຖານທີ່ຕ້ອງມີໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ, ກຳນົດໃຫ້ມີທາງອອກ-ທາງເຂົ້າຢ່າງຈະແຈ້ງ ແລະ ອື່ນໆ. ສຳລັບຮ້ານບັນເທີງ, ຮ້ານກິນດື່ມເຫຼົ້າ-ເບຍ, ໂຮງຮູບເງົາ, ຮ້ານຄາຣາໂອເກະ, ຮ້ານບໍລິການນວດ-ສະປາທຸກ ປະເພດ, ກາຊິໂນ, ຮ້ານເກມ ແລະ ງານປະເພນີ, ງານດອງ ທີ່ມີການເຕົ້າໂຮມຄົນຈຳນວນຫຼາຍ ແມ່ນຍັງບໍ່ອະນຸດຍາດ ໃຫ້ເປີດບໍລິການ. ຍົກເວັ້ນງານຊາປະນາກິດສົບ ແຕ່ຕ້ອງປະຕິບັດຕາມບົດແນະນຳຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ທ່ານຫົວໜ້າພະແນກ ຖວທ ຍັງໄດ້ເນັ້ນຕື່ມວ່າ: ບັນດາຜູ້ປະກອບການທີ່ມີການຜ່ອນຜັນໃຫ້ເປີດບໍລິການນີ້ ຖ້າ ຫາກບໍ່ປະຕິບັດຕາມແຈ້ງການ ກໍ່ຄືການແນະນໍາຂອງຄະນະສະເພາະກິດ ແມ່ນຈະໄດ້ໃຫ້ຢຸດຕິການບໍລິການໄວ້ຊົ່ວຄາວ ຈົນກວ່າການລະບາດຂອງພະຍາດໂຄດວິດ-19 ຈະຢຸດຕິລົງ. ຂ່າວ: ກອງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ